ຂ່າວ

ກອງປະຊຸມປະເມີນຜົນການຄົ້ນຄວ້າປະຈຳປີ 2021 ພາຍໃຕ້ການຮ່ວມມືລະຫວ່າງ ສູນຄົ້ນຄວ້າກະສິກຳສາກົນເກົາຫຼີ (KOPIA) ແລະ ສະຖາບັນຄົ້ນຄວ້າ ກະສິກຳປ່າໄມ້, ແລະ ພັດທະນາຊົນນະບົດ (NAFRI)

0fe9781e-0605-43ca-b37c-ae518e8f0ce6 99ea8c98-55fa-43dd-9244-9fab99a094ac:

ນຕອນບ່າຍຂອງວັນທີ 25 ພະຈິກ 2021, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ໄດ້ຈັດກອງປະຊຸມປະເມີນຜົນການຄົ້ນຄວ້າ ພາຍໃຕ້ການຮ່ມມື ລະຫວ່າງ ສູນຄົ້ນຄວ້າ ກະສິກຳສາກົນ ແຫ່ງປະເທດ ສ.ເກົາຫຼີ (ໂຄເປຍ) ແລະ ສະຖາບັນຄົ້ນຄວ້າ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ປະຈຳປີ 2021.ໃຫ້ກຽດເປັນປະທານໂດຍ ທ່ານ ປອ ຈັນສະໝອນ ພົງອຸດົມ, ຮອງຫົວໜ້າ ສກປພ ແລະ ທ່ານ ຊິນ ຈາງໂຫ (Shin Chang Ho), ຜູ້ອຳນວຍການສູນ ໂຄເປຍ ປະຈຳ ສປປລາວ. ມີ ນັກຄົ້ນຄວ້າຈາກ ສກປພ, ຜູ້ຈັດຕັ້ງປະຕິບັດໂຄງການ, ພະນັກງານສູນ ໂຄເປຍ ປະະຈໍາລາວ, ແລະ ຄະນະຊີ້ນຳໂຄງການ ເຊິ່ງເປັນຄະນະກຳມະກອນປະເມີນເຂົ້າຮ່ວມທັງໝົດ 27 ທ່ານ (ຍິງ7ທ່ານ):.

          ກອງປະຊຸມໄດ້ທຳການປະເມີນ ກິດຈະກຳ ແລະ ຜົນສຳເລັດ ຂອງ 5 ໂຄງການຄົ້ນຄວ້າ ໃນໄລຍະ 1 ປີຜ່ານມາ ພ້ອມທັງແຜນ ຕໍ່ໜ້າ ເຊິ່ງເນັ້ນໃສ່ ການສ້າງລາຍຮັບໃຊ້ຊາວກະສິກອນ ແລະ ພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃນເຂດຊົນນະບົດ. ບັນດາໂຄງການຄົ້ນຄວ້າດັ່ງກ່າວ ມີ 1)   ການເພີ່່່່່ມລາຍຮັບໃຫ້ຊາວກະສິກອນຂະໜາດນ້ອຍໂດຍການນຳໃຊ້ແນວພັນ ແລະ ການນໍາໃຊ້ເຕັກນິກການປູກທີ່ເໝາະສົມໃນການປູກພືດຜັກລະດູຝົນ ຂອງປະເທດລາວ ; 2) ຄົ້ນຄວ້າການລ້ຽງໄກ່ພື້ນເມືອງເພື່ອເປັນສີນຄ້າ ໂດຍການປັບປຸງທາງດ້ານກຳມະພັນ; 3)   ການພັດທະນາເຕັກໂນໂລຊີ ເພື່ອເພີ່ມຜົນຜະລິດ ແລະ ຄຸນນະພາບຂອງໝາກກ້ຽງ ຢູ່ເມືອງນ້ຳບາກ ແຂວງຫຼວງພະບາງ; 4) ຄົ້ນຄວ້າ ແລະ ນໍາໃຊ້ແນວພັນທົນທານຕໍ່ກັບການປ່ຽນແປງຂອງສະພາບແວດລ້ອມ ເພື່ອຄໍ້າປະກັນທາງດ້ານສະບຽງອາຫານ ແລະ ຜະລິດເປັນສິນຄ້າ; ແລະ 5) ຄົ້ນຄວ້າເຕັກນິກເພື່ອຍົກສະມັດຕະພາບຜົນຜະລິດຖົ່ວເຫຼືອງ ແລະ ການປຸງແຕ່ງໃນ ສປປ ລາວ

          ທ່ານ ຊິນ ຈາງໂຫ, ຜູ້ອຳນວຍການສູນ ໂຄເປຍ ປະຈຳລາວ ໄດ້ກ່າວວ່າ: ການສະໜອງ ແນວພັນພືດຜັກຕ່າງໆທີ່ດີ ແລະ ການໂອນຖ່າຍເຕັກນິກການຜະລິດໃຫ້ຊາວກະສິກອນ ແມ່ນຈຸດປະສົງຫຼັກຂອງໂຄງການເຊີ່ງມັນບໍ່ພຽງແຕ່ການເພີ່ມສະມັດຕະພາບການຜະລິດ ແລະ ສ້າງລາຍຮັບໃຫ້ຊາວກະສິກອນ, ແຕ່ມັນຍັງປະກອບສ່ວນໃນການ ພັດທະນາຂະແໜງການ ກະສິກຳຂອງ ສ ປປລາວ.

          ທ່ານ ປອ ຈັນສະໝອນ ພົງອຸດົມ, ຮອງຫົວ ສກປພ ໄດ້ໃຫ້ຄຳເຫັນວ່າ: ເຖິງຈະມີການແຜ່ລະບາດຂອງພະຍາດໂຄວິດ 19 ຢ່າງຕໍ່ເນື່ອງ ແລະ ສ້າງຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການ, ທັງ 5 ໂຄງການຄົ້ນຄວ້າ ໃນໄລຍະ 1 ປີຜ່ານມາກໍ່ຍັງສາມາດບັນລຸຕາມຈຸດປະສົງ ແລະ ແຜນກິດຈະກຳທີ່ວາງໄວ້ດີສົມຄວນ. ນອກຈາກນັ້ນ, ທ່ານ ປອ ຈັນສະໝອນ ພົງອຸດົມ ຍັງໄດ້ ແຈ້ງວ່າ,  ຈະມີໂຄງການ “ສວນສາທິດການເພີ່ມສະມັດຕະພາບການຜະລິດໝາກກ້ຽງນໍ້າບາກ ເລີ່ມແຕ່ປີ 2022ເປັນຕົ້ນໄປ.

          ສູນຄົ້ນຄວ້າກະສິກຳສາກົນເກົາຫຼີ (ໂຄເປຍ) ແມ່ນ ອົງກອນພາຍໃຕ້ໜ່ວຍງານບໍລິຫານການພັດທະນາຊົນນະບົດ ຂອງລັດຖະບານ ສ. ເກົາຫຼີ. ວິໄສທັດ ຂອງ ໂຄເປຍ ແມ່ນເພື່ອການພັດທະນາແບບຍືນຍົງ ພ້ອມທັງການຮ່ວມມືທີ່ດີຂອງລະຫວ່າງ ສ. ເກົາຫຼີ ແລະ ປະເທດຮ່ວມມື ທາງດ້ານ ເຕັກໂນໂລຊີ ກະສິກຳ. ສູນ ໂຄເປຍ ປະຈຳລາວ ສ້າງຂຶ້ນ ປີ 2016 ແລະ ມີຫ້ອງການຕັ້ງຢູ່ໃນ ສະຖາບັນຄົ້ນຄວ້າ ກະສິກໍາປ່າໄມ້, ແລະ ພັດທະນາຊົນນະບົດ.

ການພັດທະນາຖານຂໍ້ມູນຊີ້ນສັດປ່າ

ປ່າໄມ້ທີ່ອຸດົມສົມບູນຂອງ ສປປ ລາວ ເປັນບ່ອນຢູ່ອາໄສຂອງສັດປ່າຫຼາຍຊະນິດ. ເຖິງແມ່ນວ່າໃນປັດຈຸບັນສັດປ່າບາງຊະນິດຖືກນໍາໃຊ້ເປັນອາຫານ. ຊີ້ນສັດປ່າ ເປັນແຫຼ່ງທາດໂປຼຕີນທີ່ສໍາ ຄັນສໍາລັບປະຊາຊົນຜູ້ທີ່ອາໄສຢູ່ໃນເຂດຊົນນະບົດ. ໃນ ສປປ ລາວ, “ກົດໝາຍວ່າດ້ວຍສັດປ່າ ແລະ ສັດນ້ຳ (WAL)” ແມ່ນໄດ້ວາງອອກ ເພື່ອ ການອະນຸລັກສັດປ່າ, ແລະ ໃນກົດ ໝາຍ ໄດ້ແບ່ງອອກເປັນ 3 ປະເພດ ຕາມລະດັບການອະນຸລັກ ແລະ ຈາກ ທັດ ສະນະຂອງສາກົນ, ສະຫະພັນສາ ກົນ ເພື່ອການອະນຸລັກທໍາມະຊາດ ແລະ ຊັບພະຍາກອນທໍາມະຊາດໄດ້ຂື້ນບັນຊີແດງຂອງ IUCN, ແລະ ສົນ ທິສັນຍາວໍຊິງຕັນ ຫຼື CITES (ສົນ ທິສັນຍາວ່າດ້ວຍການຄ້າສາກົນຂອງສັດປ່າທີ່ໃກ້ຈະສູນພັນ) ໄດ້ລະບຸສັດປ່າ ທີ່ໃກ້ຈະສູນພັນ. ຊາວທ້ອງຖິ່ນບາງຄົນບໍ່ຮູ້ວ່າມີ WAL ສໍາລັບການປົກປັກຮັກສາສັດປ່າ ຫຼື ພວກເຂົາບໍ່ເຂົ້າໃຈເນື້ອໃນຢ່າງຖືກຕ້ອງ. ເຫດຜົນອັນນຶ່ງ ແມ່ນວ່າ ປຶ້ມທີ່ສັດ ປ່າເປັນຮູບແຕ້ມ ແລະ ເອກະສານກ່ຽວ ກັບການອະນຸລັກສັດປ່າ ແມ່ນບໍ່ພົບທົ່ວໄປໃນ ສປປ ລາວ.
ການກິນສັດປ່າມີຄວາມສ່ຽງຕໍ່ການເປັນພະຍາດກາ ຝາກເຊັ່ນ COVID-19 ແລະ SARS. ຈາກທັດສະນະຂອງສຸ ຂະພາບສາທາລະນະ, ມັນຍັງມີຄວາມ ສໍາຄັນທີ່ຈະເຮັດຄວາມເຂົ້າໃຈຂອງ ປະຊາຊົນທ້ອງຖິ່ນຢ່າງເລິກເຊິ່ງກ່ຽວກັບສັດປ່າ. ຖານຂໍ້ມູນ ຊີ້ນສັດປ່າ ທີ່ຖືກພັດທະນາ ໃຫມ່ ແມ່ນເປັນແອັບ ທີ່ບໍ່ເສຍຄ່າ ແລະ ສາມາດນໍາໃຊ້ໄດ້ ໃນເຂດຊົນນະບົດ ໂດຍໃຊ້ໂທລະສັບອິເລັກໂທນິກ. ພວກເຮົາຫວັງວ່າຖານຂໍ້ມູນທີ່ພວກເຮົາສ້າງຂຶ້ນຈະ ຖືກນໍາໃຊ້ຢ່າງກວ້າງຂວາງ ໃນສິ່ງອໍານວຍຄວາມສະ ດວກເຊັ່ນ: ຫ້ອງການກະສິກໍາ ແລະ ຫ້ອງການສຸກສາລາໃນແຂວງ ແລະ ເມືອງໃນ ລາວ. ເຂົ້າເຖິງແອັບຖານຂໍ້ມູນນີ້ຈາກເວັບໄຊທ໌

https://eyn2d.glideapp.io

Lao Bushmeat QRLao Bushmeat001Lao Bushmeat001

ຕົວຢ່າງການນຳໃຊ້ App ຂອງ “Lao Bushmeat”.

ສະແກນລະຫັດ QR ແລະ ລົງທະບຽນແອັບໃນໂທລະສັບສະຫຼາດຂອງທ່ານ. ທ່ານສາມາດເບິ່ງຊື່ ແລະ ຮູບຂອງສັດປ່າ ແລະ ລະດັບການອະນຸລັກຂອງມັນຢູ່ໃນກົດຫມາຍວ່າດ້ວຍສັດປ່າແລະສິນໃນນ້ໍຂອງລາວ, ບັນຊີແດງ IUCN ແລະ CITES (ນະຄອນວໍຊິງຕັນ).

ໂດຍ: ທ່ານ ສິງຄອນ ໄຊຍະລາດ, ກັດສຶມີ ຮາສະດະ, ເຄນິຊິໂຣ ກິມູຣາ

ພິທີມອບ-ຮັບ ເຄື່ອງຈັກ ແລະ ອຸປະກອນໃນການຜະລິດກະສິກຳ ຈາກ ສ.ເກົາຫຼີ ໃຫ້ແກ່ ສູນຄົ້ນຄວ້າເຂົ້າ, ສະຖາບັນຄົ້ນຄວ້າກະສິກຳ,ປ່າໄມ້ ແລະ ພັດທະນາຊົນນະບົດ

IMG_8657

ໃນຕອນເຊົ້າວັນທີ 29 ຕຸລາ 2021ທີ່ຜ່ານມາ ສູນຄົ້ນຄວ້າເຂົ້າ, ສະຖາບັນຄົ້ນຄວ້າກະສິກຳ,ປ່າໄມ້ ແລະ ພັດທະນາຊົນນະບົດ(ສກປພ)ຈັດ ພິທີມອບ-ຮັບ ເຄື່ອງກົນຈັກ ແລະ ອຸປະກອນໃນຜະລິດກະສິກໍາທີ່ໄດ້ຮັບການພັດທະນາຈາກ ສ.ເກົາຫລີ, ເຊິ່ງປະກອບມີລົດໄຖປັ່ນດິນທີ່ສາມາດໄຖ່ດິນໄດ້ເລິກ, ຝຸ່ນຊິລີເຄດ, ຝຸ່ນນ້ຳ, ແລະ ຢ່າປາບສັດຕູພືດ ມູນຄ່າຫຼາຍກວ່າ 50,000 ໂດລ່າ. ເປັນກຽດມອບໂດຍ ທ່ານ ຊິນ ຈາງໂຫ, ຜູ້ອຳນວຍການ ສູນໂຄເປຍປະຈຳ ສປປລາວ ແລະ ຮັບໂດຍ ທ່ານ ນາງ ປອ ໃຈ ບຸນພະນູໄຊ, ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ມີທ່ານ ຫົວໜ້າ ສູນຄົ້ນຄວ້າເຂົ້າ, ຫົວໜ້າ ພະແນກບໍລິຫານ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 20 ທ່ານ.

ຜະລິດຕະພັນເຄື່ອງກົນຈັກດັ່ງກ່າວແມ່ນໄດ້ຮັບການພັດທະນາໃໝ່ ແລະ ເປັນມິດຕໍ່ສິ່ງແວດລ້ອມ ເຊິ່ງຈະຖືກໃຊ້ໃນໂຄງການຮ່ວມມືທີ່ກຳລັງຈັດຕັ້ງຢູ່ໃນ ສປປ ລາວ ເພື່ອເປັນການທົດສອບປະສິດທິພາບ ແລະ ຄຸນນະພາບ ຂອງເຄື່ອງດັ່ງກ່າວ ຮ່ວມກັບສູນທີກ່ຽວຂ້ອງ. ໂຄງການນີ້ເປັນການຮ່ວມມືລະຫວ່າງ ສູນຄົ້ນຄວ້າກະສິກຳ ສາກົນ ແຫ່ງ ປະເທດ ສ.ເກົາຫລີ ປະຈຳລາວ (KOPIA) ແລະ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະພັດທະນາຊົນນະບົດ (NAFRI) .

ທ່ານ ປອ ໃຈ ບຸນພານຸໄຊ, ຫົວໜ້າ ສກປພ, ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການປະກອບສ່ວນດັ່ງກ່າວ ແລະ ໃນອະນາຄົດ ສກປພ ຈະສະໜອງບັນດາ ຜົນໄດ້ຮັບຈາການ ຜະລິດຕະພັນເຫຼົ່ານີ້ໃຫ້ກັບຊາວກະສິກອນ ໃນຫຼາຍໆຂົງເຂດໄດ້ທົດລອງນຳໃຊ້ເພື່ອຊ່ວຍການເພີ່ມສະມັດຕະພາບຜົນຜະລິດພືດຊະນິດຕ່າງໆທີ່ມີຄວາມປອດໄພໃນການຜະລິດ ແລະ ບໍລິໂພກ.

ທ່ານ ຊິນ ຈາງໂຫ, ຜູ້ອຳນວຍການ ສູນໂຄເປຍລາວ, ກໍ່ໄດ້ກ່າວວ່າ: ເຖິ່ງແມ່ນວ່າຜະລິດຕະພັນບັນດາເຄື່ອງກົນຈັກເຫຼົ່ານີ້ຈະມີຜົນດີກໍ່ຕາມ ແຕ່ ສປປລາວ ເຮົາຍັງບໍ່ເຄີຍນໍາໃຊ້ຝຸ່ນຊິລີເຄດ ສະນັ້ນທ່ານຈຶ່ງຄາດຫວັງວ່າມັນຈະສາມາດເປັນຜະລິດຕະພັນທີ່ດີອັນໜຶ່ງຊ່ວຍໃນການປູກເຂົ້າຢູ່ໃນ ສປປ ລາວ ແລະ ສາມາດຂະຫຍາຍໄປສູ່ອົງງກອນໃຫ້ແກ່ຊາວກະສິກອນນຳໃຊ້ໄດ້ຫຼາຍຂື້ນ.

IMG_8672 IMG_8669

ຂ່າວໂດຍ: ຈັນທະສອນ ມະນີວົງ ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້

ການສ້າງຄວາມເຂັ້ມແຂງທາງດ້ານເຕັກນິກການແປຮູບກ້ວຍຕາກ ໃຫ້ແກ່ຊາວກະກອນ ເມືອງ ສານາຄາມ ແຂວງວຽງຈັນ

tw4w

ກ້ວຍເປັນພືດໜຶ່ງທີສາມາດສ້າງລາຍຮັບໃຫ້ແກ່ຊາວກະສິກອນ ແຕ່ຜົນຈາກການສຶກສາຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໃນປິ 2019 ຢູ່ເມືອງເລົ່າງາມ ແຂວງສາລະວັນ ແລະ ເມືອງສານະຄາມ ແຂວງວຽງຈັນ ພົບວ່າຊາວກະສິກອນສ່ວນໃຫຍ່ທີ່ທໍາການຜະລິດກ້ວຍແມ່ນໄດ້ຂາຍຜົນຜະລິດໃນຮູບແບບວັດຖຸດິບເຮັດໃຫ້ມີກໍາໄລຕໍ່າ ປະມານ 20 ເປີເຊັນຂອງມູນຄ່າເພິ່ມ (ເສັ້ນສະແດງ 2). ແລະ ຍັງເຫັນໄດ້ວ່າການແປຮູບກ້ວຍຕາກເປັນທາງເລືອກໜຶ່ງທີ່ຈະສາມາດເພິ່ມມູນຄ່າຂອງຜະລິດຕະພັນກ້ວຍໃຫ້ແກ່ຊາວກະສິກອນຂະໜາດນ້ອຍ ຈີ່ງໄດ້ຄົ້ນຄວ້າທົດລອງ ແລະ ນໍາເອົາເຕັກໂນໂລຊີການແປຮູບກ້ວຍຕາກ ແລະ ນໍາໄປຈັດຕັ້ງປະຕິບັດຮ່ວມກັບຊາວກະສິກອນ ຢູ່ບ້ານປາກມີ້, ບ້ານໂນນສະຫວັນ ແລະ ບ້ານນາປາຜາ ເມືອງສານະຄາມ ແຂວງວຽງຈັນ ຈໍານວນ 10 ຄອບຄົວ.

awes

ເສັ້ນສະແດງ 1: ຕ່ອງໂສ້ມູນຄ່າເພິ່ມຂອງຜະລິດຕະພັນກ້ວຍຕາກ

ໃນວັນທີ 23 ກໍລະກົດ 2021 ທິມງານຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຈຶ່ງໄດ້ຈັດຝຶກອົບຮົບທາງດ້ານເຕັກນິກການແປຮູບກ້ວຍໃຫ້ແກ່ພະນັກງານວິຊາການ ແລະ ຊາວກະສິກອນກຸ່ມແປຮູບຜະລິດຕະພັນກ້ວຍຢູ່ ບ້ານປາກມີ ເມືອງສານາຄາມ ແຂວງວຽງຈັນ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 15 ຄົນ ເຊິ່ງມີຫຼາຍພາກສ່ວນເຂົ້າຮ່ວມ ເຊັ່ນ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງສານາຄາມ, ຊາວກະສິກອນກຸ່ມແປຮູບກ້ວຍບ້ານປາກມີ, ບ້ານຕາກແດດ, ບ້ານສານາຄາມ ບ້ານໂນນສະຫວັນ ແລະ ຄູຝຶກຈາກສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຈຸດປະສົງຂອງການຝຶກໃນຄັ້ງນີ້ແມ່ນ 1). ເພື່ອສ້າງຄວາມເຂັ້ມແຂງທາງດ້ານເຕັກນິກການແປຮູບກ້ວຍ ເພຶ່ອຍົກສູງທາງດ້ານປະລິມານ ແລະ ຄຸນນະພາບຂອງຜະລິດຕະພັນກ້ວຍ, 2). ເພື່ອເຜີຍແຜຜົນສໍາເລັດຂອງການຄົ້ນຄວ້າໃຫ້ອອກສູ່ສັງຄົມໃຫ້ຫຼາຍຂຶ້ນ. ການດໍາເນີນການຈັດຕັ້ງປະຕິບັດໃນການຝຶກອົບຮົມ ໄດ້ແບ່ງອອກເປັນ 2 ພາກ ຄື: (1). ພາກທິດສະດີໄດ້ນໍາສະເໜີຜ່ານຜ່ານທາງໂປສເຕີ ເຊິ່ງນັກສໍາມະນາກອນໄດ້ແລກປ່ຽນ ແລະ ຮຽນຮູ້ກ່ຽວກັບຜົນສໍາເລັດຂອງການຄົ້ນຄວ້າ ແລະ ການພັດທະນາເຕັກນິກການແປຮູບກ້ວຍເພື່ອສ້າງມູນຄ່າເພິ່ມ ຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ບັນຫາ ແລະ ຜົນກະທົບຂອງການຜະລິດກ້ວຍ, ຄວາມສໍາຄັນ ແລະ ຄວາມຈໍາເປັນຂອງກ້ວຍພັນພືນເມືອງລາວ, ການອະນຸລັກກ້ວຍພັນພື້ນເມືອງລາວ, ເຕັກນິກການກໍ່ສ້າງເຮືອນຕາກ, ເຕັກນິກການແປຮູບກ້ວຍຕາກແດດໃຫ້ມີຄຸນນະພາບສູງ, ເຕັກນິກການເກັບຮັກສາຜະລິດຕະພັນກວຍຕາກ ແລະ ເຕັກນິກການຫຸ້ມຮໍ່ເພື່ອເພິ່ມຄວາມໜ້າສົນໃຈຂອງຜະລິດຕະພັນກ້ວຍ. ພາກປະຕິບັດໂຕຈິງຜູ້ເຂົ້າຮ່ວມໄດ້ຈັດຕັ້ງປະຕິ ບັດຂັ້ນຕອນຕ່າງໆ ໃນການແປຮູບກ້ວຍຕາກ ເຊັ່ນ: ການຄັດເລືອກກ້ວຍ, ການປອກ, ການທໍາຄວາມສະອາດ, ການຕາກ,ການໜີບ ແລະ ການຫຸ້ມຮໍ່, ການກໍ່ສ້າງເຮືອນຕາກ ແລະ ນອກຈາກນັ້ນ, ໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ມີການສົນທະນາແລກປ່ຽນປະສົບການທາງດ້ານຕ່າງ ທີ່ຜ່ານມາເຊິ່ງກັນແລະກັນ ຜົນຂອງການສົນທະນາພົບວ່າບັນຫາຂອງການແປຮູບກ້ວຍຕາກ ແດດແມ່ນສະພາບອາກາດເນຶ່ອງຈາກຕ້ອງອາໄສແສງແດດເປັນປັດໃຈສໍາຄັນ ໂດຍສະເພາຊ່ວງລະດູຝົນ, ການເກັບຮັກສາບໍໄດ້ດົນ, ການຫຸ້ມຮໍ່ຍັງເປັນແບບປະຖົມປະຖານບໍນ້າສົນໃຈ, ນໍາໃຊ້ເຕັກນິກຕາມຄວາມຊິນເຄີຍເຮັດໃຫ້ຄຸນນະພາບຂອງຜະລິດຕະພັນບໍໄດ້ດີເທົາທີ່ຄວນ, ຄວາມຕ້ອງການຍັງບໍ່ຫຼາຍ ແລະ ບັນຫາສະເພາະໜ້າຄືການລະບາດຂອງພະຍາດໂຄວິດ 19 ເຮັດໃຫ້ປະລິມານການຈໍາໜ່າຍຜະລິດຕະພັນລຸດລົງເທົາໂຕ. ດັ້ງນັ້ນ, ການຝຶກອົບຮົ່ມໃນຄັ້ງນີ້ເປັນບາດກ້າວໜຶ່ງທີ່ສໍາຄັນ ເຊິ່ງສາມາດເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮຽນຮູ້ ແລະ ເຂົ້າໃຈຫຼາຍຢ່າງທີມີຄວາມສໍາຄັນ ແລະ ຈໍາເປັນໃນການນໍາໄປໃຊ້ເຂົ້າການຈັດຕັ້ງປະຕິບັດໂຕຈິງ ເພື່ອລຸດຄວາມສຽງ ແລະ ເພິ່ມລາຍຮັບຈາກການແປຮູບໃຫ້ສູງຂຶ້ນ.

wtre wee i75 awfwe 4e

ຮູບ: ການເຄືອນໄຫວການຈັດຕັ້ງປະຕິບັດ

ພັດທະນາ ແສງອຸ່ນແກ້ວ

ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ

ຝຶກອົບຮົມການຜະລິດຜັກໃຫ້ເປັນສິນຄ້າໃນເງືອນໄຂຂອງການປ່ຽນແປງດິນຟ້າອາກາດ

ກ່້ະດິ່ະິ

ການປ່ຽນແປງດິນຟ້າອາກາດ ເປັນສາເຫດເຮັດໃຫ້ເກີດຄວາມບໍ່ປົກກະຕິ ຂອງລະດູການ, ເກີດຄວາມແຫ້ງແລ້ງ ແລະ ນໍ້າຖ້ວມທີ່ມີຄວາມຮຸນແຮງ, ມີຄວາມຖີ່ຫຼາຍກວ່າເກົ່າ. ນອກນັ້ນ, ຍັງເຮັດໃຫ້ເກີດການລະບາດຂອງພະຍາດ ແລະ ແມງໄມ້ສັດຕູພືດ ເຊິ່ງສະພາບດັ່ງກ່າວເປັນເຫດເຮັດໃຫ້ການຜະລິດພືດຜັກ ມີຜົນກະທົບໂດຍທາງກົງ ແລະ ທາງອ້ອມ ໃນດ້ານປະລິມານ ແລະ ຄຸນນະພາບຂອງຜົນຜະລິດ, ປະເທດລາວເປັນປະເທດໜຶ່ງທີ່ນອນຢູ່ໃນບັນດາປະເທດທີ່ມີຄວາມສຽງຕໍ່ການປ່ຽນແປງດິນຟ້າອາກາດ, ລະບົບການຜະລິດກະສິກຳຍັງເປັນແບບທຳມະຊາດ ແລະ ເຄິ່ງທຳມະຊາດ ທີ່ປະລິມານ ແລະ ຄຸນນະພາບ ຂອງຜົນຜະລິດແມ່ນຂຶ້ນກັບສະພາບອາກາດທີ່ເໝາະສົມໃນແຕ່ລະດູການ. ເພື່ອເປັນການແກ້ໄຂບັນຫາການສ້າງຄວາມເຂັ້ມແຂງທາງດ້ານເຕັກນິກວິຊາການເປັນອີກທາງເລືອກໜຶ່ງໃນການແກ້ໄຂ ແລະ ປັບໂຕຕໍ່ສະພາບການປ່ຽນແປງດິນຟ້າອາກາດ ເພື່ອຮັບປະກັນທາງດ້ານສະບຽງອາຫານ ແລະ ການຜະລິດໃຫ້ເປັນສິນຄ້າ. ສະນັ້ນ, ໃນລະຫວ່າງວັນທີ 13-17 ກັນຍາ 2021 ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກຮ່ວມກັບໂຄງການ ADRA ໄດ້ເປີດການຝຶກອົບຮົມ ໃນຫົວຂໍ້ ການຜະລິດຜັກໃຫ້ເປັນສິນຄ້າໃນເງືອນໄຂການປ່ຽນແປງດິນຟ້າອາກາດ ຂຶ້ນຢູທີ່ສະໂມສອນ ຫ້ອງວ່າການເມືອງພູກູດ ແຂວງຊຽງຂວາງ ເຊິ່ງມີຜູ້ເຂົ້າຮ່ວມການຝຶກອົບຮົມ ທັງໝົດ ຈໍານວນ 26 ທ່ານ, ຍິງ 11 ທ່ານ. ເຊິ່ງມາຈາກຫຼາຍພາກສວນ ເຊັນ: ຊາວກະສິກອນກຸມຜະລິດພືດຜັກ ຈາກບ້ານຊາຍ, ບ້ານດຸກ, ບ້ານນໍ້າສາມ, ບ້ານເມືອງເສັງ, ບ້ານລອງຮາງ, ບ້ານລັງຈອງ, ສະມາຄົມຄົນພິການແຂວງຊຽງຂວາງ, ສະມາຄົມ SEADA, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງພູກູດ ແລະ ພະແນກກະສິກໍາ ແລະ ປ່າໄມ້ ແຂວງຊຽງຂວາງ. ໂດຍການເປັນຄູຝຶກຂອງຊຽວຊານຜູ້ຊໍານານການທາງດ້ານພືດຜັກ ຈາກສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ຈຸດປະສົງຂອງການຝຶກອົບຮົມແມ່ນເພື່ອສ້າງຄວາມເຂັ້ມແຂງທາງດ້ານເຕັກນິກການຜະລິດຜັກໃຫ້ເປັນສິນຄ້າໃນເງືອນໄຂການປ່ຽນແປງຂອງດິນຟ້າອາກາດ ແລະ ການເຜີຍແຜຜົນສໍາເລັດຂອງການຄົ້ນຄວ້າໃຫ້ອອກສູ່ສັງຄົມໃຫ້ຫຼາຍຂຶ້ນ.

ການດໍາເນີນການຈັດຕັ້ງປະຕິບັດໃນການຝຶກອົບຮົມ ໄດ້ແບ່ງອອກເປັນ 2 ພາກ ຄື: (1). ພາກທິດສະດີໄດ້ນໍາສະເໜີຜ່ານຜ່ານທາງພາວເວີພອຍ ແລະ ໂປສເຕີ ເຊິ່ງນັກສໍາມະນາກອນໄດ້ແລກປ່ຽນ ແລະ ຮຽນຮູ້ກ່ຽວກັບບົດບາດ ແລະ ໜ້າທີຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ບັນຫາ ແລະ ຜົນກະທົບຂອງການປ່ຽນແປງດິນຟ້າອາກາດຕໍ່ກັບການຜະລິດພືດຜັກ, ເຕັກນິກການປັບໂຕຕໍ່ກັບສະພາບການປ່ຽນແປງດິນຟ້າອາກາດເພື່ອຫຼຸດຜ່ອນຜົນກະທົບທາງດ້ານປະລິມານ ແລະ ຄຸນນະພາບຂອງຜົນຜະລິດພືດຜັກ, ຄວາມຮູ້ທົ່ວໄປກ່ຽວກັບເຕັກນິກການຜະລິດຜັກໃຫ້ເປັນສິນຄ້າໃນເງືອນໄຂການປ່ຽນແປງດິນຟ້າອາກາດ, ປັດໃຈທີກ່ຽວຂ້ອງຕໍ່ການຜະລິດຜັກໃຫ້ເປັນສິນ ເຊັ່ນ ປັດໃຈທາງດ້ານແນວພັນ, ສະຖານທີ, ແຫຼ່ງນໍ້າ, ເຕັກນິກການປູກ, ຝຸ່ນ, ການປ້ອງກັນພະຍາດ ແລະ ແມງໄມ້ສັດຕູພືດ, ຄວາມສໍາຄັນ ແລະ ຄວາມຈໍາເປັນຂອງແຫຼ່ງເຊື້ອພັນພືດຜັກ, ການອະນຸລັກແຫຼ່ງເຊື້ອພັນຜັກ, ການຄັດເລືອກພັນ ແລະ ເຕັກນິກການຜະລິດເມັດພັນພືດຜັກໃຫ້ມີຄຸນນະພາບ, ເຕັກນິກການເພິ່ມຜົນຜະລິດ ແລະ ຫຼຸດຕົ້ນທຶນການຜະລິດ ເຊັ່ນ ເຕັກນິກການປູກຜັກໃນເຮືອນຮົ່ມ, ເຕັກນິກການຈັດການລະບົບການໃຫ້ແກ່ພືດຜັກ, ເຕັກນິກການຜະລິດຝຸ່ນຊີວະພາບ, ການຜະລິດເຊືອໄມໂຄລິສາເຂົ້າໃນການປັບປຸງດິນ, ເຕັກນິກການປ້ອງກັນ ແລະ ກໍາຈັດພະຍາດ ແມງໄມ້ສັດຕູພືດຜັກ ແລະ ເຕັກນິກການສ້າງມູນຄ້າເພິ່ມໃຫ້ແກ່ຜະລິດຕະພັນຜັກ. (2). ພາກປະຕິບັດໂຕຈິງນັກສໍາມະນາກອນໄດ້ປະຕິບັດກ່ຽວກັບ ການຄິດໄລ່ຕົ້ນທຶນການຜະລິດພືດຜັກ, ການຄັດເລືອກຊະນິດພືດຜັກທີເປັນທ່າແຮງໃນການຜະລິດຂອງກຸ່ມ, ການຈໍາແນກຊະນິດພືດຜັກ, ການທົດສອບຄວາມງອກ, ການກຽມດິນກ້າເບ້ຍ ແລະ ການກ້າເບ້ຍ, ການຂະຫຍາຍແນວພັນຜັກບົ່ວແບ່ງ, ການໃຫ້ນໍ້າແບບນໍ້າພຸງ ແລະ ນໍ້າຍົດ, ການຜະລິດຝຸ່ນນໍ້າຊີວະພາບ, ການຜະລິດນໍ້າສະໝຸນໄພປ້ອງກັນແມງໄມ້, ການຜະລິດຈຸລິນຊີສັງເຄາະແສງ ແລະ ການຜະລິດເຊື້ອລາໄມໂຄລິຊາ.

ເຳຖພເ ຜຫເພຫ

ຮູບ 1: ການປະຕິບັດພາກທິດສະດີ

ດຳຫເ ດຫຳ

ຮູບ 2: ການປະຕິບັດໂຕຈິງ

ນອກຈາກນັ້ນ, ໄດ້ເປີດໃຫ້ນັກສໍາມະນາກອນໄດ້ແລກປ່ຽນເຊິ່ງກັນ ແລະ ກັນທາງດ້ານປະສົບການໃນການຈັດຕັ້ງປະຕິບັດການຜະລິດຜັກໂຕຈິງຢູ່ໃນພື້ນທີ່ຂອງຕົ້ນ ເຊິງນັກສໍາມະນາກອນແຕ່ລະພາກສ່ວນໄດ້ຊີ້ໃຫ້ເຫັນເຖິງສະພາບການຜະລິດ ແລະ ຂໍ້ຈໍາກັດ ຂອງການຜະລິດພືດຜັກ ເຊັນ: ຕົ້ນທຶນການຜະລິດສູງ, ຕະຫຼາດບໍ່ມີຄວາມແນນອນ, ບໍ່ມີການວາງແຜນການຜະລະລິດທີ່ດີ, ການຜະລິດກະແຈກກະຈາຍ, ສະພາບການປ່ຽນແປງດິນຟ້າອາກາດ ແລະ ບັນຫາການລະບາດຂອງພະຍາດ ແລະ ແມງໄມ້, ຂໍ້ຈໍາກັດທາງດ້ານແນວພັນ ເພາະແນວພັນທີ່ນໍາໃຊ້ເຂົ້າໃນການຜະລິດປະມານ 90 ເປີເຊັນ ແມ່ນນໍາໃຊ້ແນວພັນຈາກຕ່າງປະເທດ ເຊິ່ງບໍ່ສາມາດເກັບແນວພັນໄດ້ ແລະ ຊາວກະສິກອນສວນໃຫຍ່ແມ່ນຍັງຂາດປະສົບການໃນການຜະລິດແນວພັນ ແລະ ຂໍ້ຈໍາກັດທາງດ້ານຄວາມຮູ້ດ້ານເຕັກ ນິກການປູກທີ່ຍົກສູງທາງດ້ານປະລິມານ ແລະ ຄຸນນະພາບຂອງຜົນຜະລິດພືດຜັກ ໂດຍສະເພາະການປູກໃນຊ່ວງລະດູຝົນ, ນອກຈາກນັ້ນ, ການເຜິຍແພຂໍ້ມູນຂ່າວສານທາງດ້ານວິຊາການໃຫ້ລົງຊູ່ກຸ່ມຜູ້ຜະລິດໂຕຈິງໃນທອງຖິ່ນຍັງມີນ້ອຍ.
ຫກເຫຳຳະຖໄເ

 

ຮູບ 3: ການນໍາສະເໜີ ແລະ ແລກປ່ຽນປະສົບການຂອງນັກສໍາມະນາກອນ

     ນອກຈາກນັ້ນ, ໄດ້ມີການປະເມີນຄວາມຮັບຮູ້ ແລະ ຄວາມເຂົ້າໃຈຂອງນັກສໍາມະນາກອນທີ່ເຂົ້າຮ່ວມການຝຶກອົບຮົມໃນຄັ້ງນີ ຄື:(ໃຫ້ຄະແນນ 1-4 = ເຂົ້າໃຈນ້ອຍ, 5-7= ເຂົ້າໃຈປານກາງ ແລະ 8-10=ເຂົ້າໃຈຫຼາຍ) ເຊິ່ງຜົນການປະເມີນໄດ້ຊີ້ໃຫ້ເຫັນວ່າກ່ອນ ແລະ ຫຼັງການຝຶກ ນັກສໍາມະນາກອນແມ່ນມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບເຕັກນິກການຜະລິດເປັນສິນຄ້າໃນເງຶ່ອນໄຂການປ່ຽນແປງດິນຟ້າອາກາດ ແລະ ເຕັກນິກການຜະລິດຜັກໃນເຮືອນຮົ່ມແມ່ນມີຄວາມແຕກຕ່າງກັນ ຊຶ່ງຫຼັງຈາກຜ່ານການຝຶກນັກສໍາມະນາກອນແມ່ນມີຄວາມເຂົ້າໃຈເພິ່ມຂຶ້ນເຫັນໄດ້ຢ່າງຊັດເຈນ (ເສັ້ນສະແດງ 1 ແລະ 2).

ຖະຖ

ເສັ້ນສະແດງ 1: ຄວາມເຂົ້າໃຈກ່ຽວກັບເຕັກນິກການປູກຜັກໃນເງືອນໄຂການປ່ຽນແປງດິນຟ້າອາກາດ

ພໂຖດ

ເສັ້ນສະແດງ 2: ຄວາມເຂົ້າໃຈຫຼາຍປານໃດກ່ຽວກັບເຕັກນິກການປູກຜັກໃນເຮືອນຮົ່ມ

 

ສ້າງຄວາມເຂັ້ມແຂງດ້ານການຜະລິດລູກປາໃຫ້ຊາວກະສິກອນຢູ່ບ້ານບວກ ເມືອງຊ່ອນ ແຂວງຫົວພັນ.

   ່ິະ່

ໃນລະຫວ່າງວັນທີ 03-12/08/2021, ທີມງານວິຊາການຈາກສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ລົງສົມທົບກັບ ທີມງານກະສິກຳ ແລະ ປ່າໄມ້ ເມືອງຊ່ອນ ໄດ້ຈັດຕັ້ງປະຕິບັດກິດຈະກຳຂອງໂຄງການກະສິກຳເພື່ອໂພຊະນາການ ໂດຍສະເພາະແມ່ນການສ້າງຄອບຄົວຕົວແບບດ້ານການຜະລິດລູກປາ ໃຫ້ເປັນທຸລະກິດຂະໜາດນ້ອຍຂອງຄອບຄົວ.

ູ່ຄ ້ະ້ະ

ເຊິ່ງເປັນກິດຈະກຳໜຶ່ງຂອງໂຄງການ ເປັນຕົ້ນແມ່ນການສ້າງຄວາມເຂັ້ມແຂງດ້ານວິຊາການ (ການປູກ-ການລ້ຽງ) ໃຫ້ແກ່ຊາວກະສິກອນ ຢູ່ບ້ານເປົ້າໝາຍໂຄງການ. ຄອບຄົວ ທ. ຊຽງ ອິນພອນ ຢູ່ບ້ານບວກ ແມ່ນຄອບຄົວໜື່ງທີ່ມີຄວາມສົນໃຈໃນການການຜະລິດລູກປາ ລາວໄດ້ສ້າງອ່າງປະສົມພັນປາ ແລະ ທາງໂຄງການໄດ້ຕອບສະໜອງອຸປະກອນຈຳນວນໜື່ງ. ທີມງານສະຖາບັນໄດ້ມີການຝຶກອົບຮົມ (ປະຕິບັດຕົວຈິງ) ການປະສົມພັນປາດຸກ ແລະ ການຜະລິດລູກປານິນ ໂດຍມີຜູ້ສົນໃຈເຂົ້າຮ່ວມ 25 ຄົນ ຈາກ 5 ບ້ານ (ບ້ານບວກ, ບ້ານວັດ, ບ້ານໜົມ, ບ້ານນາທົ່ງປໍ ແລະ ບ້ານໂງ່ນ). ຈາກການປະຕິບັດຕົວຈິງ ຊາວກະສິກອນສາມາດຮູ້ໄດ້ຂັ້ນຕອນການຜະລິດລູກປາເຊັ່ນ: (1) ວິທີການລ້ຽງທອມປາພໍ່ແມ່ພັນ (ປາດຸກ ແລະ ປານິນ), (2) ວິທີການຄິດໄລ່ປະລິມານຮໍໂມນ ແລະ ການສັກຮໍໂມນປາດຸກພໍ່ແມ່ພັນ, (3) ວິທີການປ່ອຍພໍ່ແມ່ພັນປາດຸກປະສົມພັນກັນເອງຫຼັງຈາກສັກຮໍໂມນແລ້ວ, (4) ວິທີການຮີດໄຮ່ປາດຸກປະສົມກັບນ້ຳເຊື້ອແລ້ວນຳໄປຟັກໃນອ່າງ, (5) ວິທີການກະກຽມໜອງອະນຸບານລູກປາ, (6) ວິທີການເກັບໄຂ່ປານິນຈາກປາປາແມ່ພັນແລ້ວນຳໄປຟັກໃນຖາດ(ຟັກໄຂ່) ໃນລະບົບນ້ຳໝູນວຽນ ແລະ ຄຳແນະນຳອື່ນໆ ທີ່ຊາວກະສິກອນມີຄວາມສົນໃຈ. ວັນທີ 05/08/2021 ທ່ານ ພູວົງ ສີສົມຮັກ ຫົວຫນ້າພະແນກກະສິກຳ ແລະ ປາໄມ້ ແຂວງຫົວພັນ ແລະ ວັນທີ 10/08/2021 ທ່ານ ສີວິໄລ ພິມມະວົງ ເຈົ້າເມືອງຊ່ອນ ໄດ້ລົງຢ້ຽມຢາມ ຄອບຄົວຕົວແບບການຜະລິດລູກປາ ພວກທ່ານໄດ້ໃຫ້ຄຳແນະນຳທີມງານ ແລະ ຄອບຄົວ ໃຫ້ສາມາດພະລິດແນວພັນປາເພື່ອຕອບສະໜອງ ໃຫ້ແກ່ຊາວກະສິກອນ ຫຼື ຜູ້ລ້ຽງປາໃນເຂດເມືອງຊ່ອນ (ແຂວງຫົວພັນ), ເພາະວ່າການລ້ຽງປາໃນເຂດນີ້ຍັງມີຄວາມຕ້ອງການລູກປາຈຳນວນຫຼາຍ, ເຊິ່ງປະຈຸບັນລູກປາທີ່ນຳມາລ້ຽງແມ່ນໄດ້ນຳເຂົ້າຈາກຕ່າງປະເທດ ຫຼື ຈາກແຂວງອື່ນ ໂດຍສະເພາະແມ່ນລູກປານິນ ແລະ ລູກປາດຸກ.  ການຈັດຕັ້ງປະຕິບັດກິດຈະກຳຄັ້ງນີ້ ສາມາດຜະລິດລູກປາດຸກອາຍຸ 3 ວັນ ໄດ້ປະມານ 90,000 ໂຕ ແລະ ຄັດພໍ່ແມ່ພັນປານິນພັນໃສ່ກະຊັງໄດ້ 2 ກະຊັງ (ປາແມ່ 60ໂຕ ແລະ ປາຜູ້ 30 ໂຕ), ແລະ ເຮັດໃຫ້ຄອບຄົວຕົວແບບ ສາມາດເລີ້ມຕົ້ນການຜະລິດລູກປາ ແລະ ສ້າງລາຍຮັບເຂົ້າຄອບຄົວເພືອຫຼຸດຜົນຄວາມທຸກຍາກເທື່ອລະກ້າວ.

າຮາ

ກອງປະຊຸມປືກສາຫາລື ແລະ ນໍາສະເໜີແຜນວຽກໂຄງການສຶກສາວິທີການປັບປຸງແຫລ່ງທີ່ຢູ່ອາໄສ ແລະ ຂະຫຍາຍພັນຂອງສັດນໍ້າຢູ່ເຂດພູດອຍຢູ່ເມືອງຈອມເພັດ ແລະ ເມືອງຊຽງເງີນ ແຂວງຫລວງພະບາງ

feg rwe

ໃນລະຫວ່າງວັນທີ 28-29/07/2021 ໄດ້ມີການຈັດກອງປະຊຸມປືກສາຫາລື ແລະ ນໍາສະເໜີແຜນວຽກໂຄງການສຶກສາວິທີການປັບປຸງແຫລ່ງທີ່ຢູ່ອາໄສ ແລະ ຂະຫຍາຍພັນຂອງສັດນໍ້າຢູ່ເຂດພູດອຍຢູ່ເມືອງຈອມເພັດ ແລະ ເມືອງຊຽງເງີນ ແຂວງຫລວງພະບາງ ເຊິ່ງໄດ້ຈັດຢູ່ 2 ບ່ອນ ວັນທີ 28/07/2021 ຢູ່ຫ້ອງປະຊຸມບ້ານຊໍາອໍ້ ເມືອງຈອມເພັດ ພາຍໃຕ້ການເປັນປະທານຂອງທ່ານ ສອນເພັດ ພົງສຸທິ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງຈອມເພັດ ຊື່ງມີຜູ້ເຂົາຮ່ວມທັງໝົດ 35 ທ່ານ ຍີງ 13 ທ່ານ ແລະ 29/07/2021 ຢູ່ຫ້ອງປະຊຸມສູນຄົ້ນຄວ້າກະສິກໍາພາກເໜືອຫ້ວຍໂຄດ ເມືອງຊຽງເງີນ ໂດຍການເປັນປະທານຂອງທ່ານ ປອ ບູນທັນ ແກ້ວບົວລະພາ ຫົວໜ້າສູນຄົ້ນຄວ້າກະສິກໍາພາກເໜືອຫ້ວຍໂຄດ ຊື່ງມີຜູ້ເຂົາຮ່ວມທັງໝົດ 29 ທ່ານ ຍີງ 11 ທ່ານ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອປືກສາຫາລືກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງການສຶກສາ ທີ່ໄດ້ຈັດຕັ້ງປະຕິ ບັດຢູ່ 2 ຈຸດຢູ່ແຂວງຫຼວງພະບາງຄືື: ຢູ່ບ້ານຊໍາອໍ້ ເມືອງຈອມເພັດ ແລະ ຢູ່ບ້ານຫ້ວຍໂຄດ ເມືອງຊຽງເງີນ ແຂວງຫຼວງພະບາງ ນອກນັ້ນກໍເປັນການເຜີຍແຜ່ ແລະ ນໍສະເໜີແຜນວຽກງານລະອຽດຂອງໂຄງການສຶກສາຄົ້ນຄວ້າໃນຄັ້ງນີ້ ສູ່ຂະແໜງການຂອງລັດຂັ້ນແຂວງ, ຂະແໜງການປົກຄອງອ້ອມຂ້າງເມືອງທີ່ກ່ຽວຂ້ອງ ແລະ ບ້ານອ້ອມຂ້າງທີ່ໄດ້ດໍາເນີນກີດຈະກໍາໃນຄັ້ງນີ້.

wr4
ໂຄງການສຶກສາວິທີການປັບປຸງແຫລ່ງທີ່ຢູ່ອາໄສ ແລະ ຂະຫຍາຍພັນຂອງສັດ ນໍ້າຢູ່ເຂດພູດອຍ ເປັນໂຄງການຮ່ວມມືຄົ້ນຄວ້າລະຫວ່າງ ສູນຄົ້ນຄວ້າການປະມົງ ແລະ ສະຖານບັນຄົ້ນຄວ້າ ແລະ ພັດທະນາປານໍ້າຈືດ ຂອງປະເທດກໍາປູເຈັຽ ໂດຍໄດ້ຮັບທືນສະໝັບສະໝູຈາກ ສະຖາບັນສິ່ງເວດລ້ອມສະຕອກໂຮມ, ປະເທດສະວີເດັນ ຊຶ່ງໄດ້ເຊັນຮັບເອົາໂຄງການຄັ້ງວັນທີ່ 16/03/2020 ລະຫວ່າງ ຫົວໜ້າ ສະຖາບັນສິ່ງເວດລ້ອມສະຕັອກໂຮມ ປະຈໍາພາກພື້ນອາຊີ ແລະ ຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄລຍະຈັດຕັ້ງປະຕິບັດໂຄງການແມ່ນ 3 ປີ.
ໂຄງການນີ້ິ້ ແມ່ນຈະໄດ້ທົດລອງ ສ້າງແຫລ່ງທີ່ຢູ່ອາໄສ ແລະ ຂະຫຍາຍພັນສັດນໍ້າ ທຽມຢູ່ ແຂວງ ຫລວງພະບາງ, ສປປ ລາວ ແລະ ແຂວງ ພະວິຫານ, ປະທດກໍາປູເຈັຽ. ຈຸດປະສົງຫລັກ ຂອງການສຶກສາຄັ້ງນີ້ ກໍ່ເພື່ອເປັນການສະຫນອງນໍ້າ ແລະ ສ້າງເຂດທີ່ປອດໄພ ເພື່ອເອື້ອອໍານວຍໃຫ້ສັດນໍ້າ ມີບ່ອນລີ້ຊ່ອນ ແລະ ແຫລ່ງຂະຫຍາຍພັນ ທີ່ຈໍາເປັນ ສໍາລັບປະສົມພັນ ແລະ ອະນຸບານລູກສັດນໍ້າ. ເນື່ອງຈາກວ່າເຂດພູດອຍ ແມ່ນມັກຈະຂາດນໍ້າ ໃນເວລາສັດນໍ້າຕ້ອງການເພື່ອຂະຫຍາຍພັນ, ສະນັ້ນ ຂຸມທຽມທີ່ຈະສ້າງຂື້ນນີ້ ຈະຊ່ວຍກັກເກັບນໍ້າ ແລະ ເປັນບ່ອນລີ້ຊ້ອນທີ່ປອດໄພ ສໍາຫລັບສັດນໍ້າ ເພື່ອວາງໄຂ່ ກ່ອນທີ່ຈະຖືກ ປະຊາຊົນຈັບໄປເປັນອາຫານ ແລະ ຂາຍໃນຕະຫລາດ. ໄດ້ມີການຄາດຄະເນໃວ້ວ່າ ຂຸມທຽມ ທີ່ຈະສ້າງຂື້ນນີ້ ນອກຈາກຈະເປັນບ່ອນຢູ່ອາໄສຂອງສັດນໍ້າແລ້ວ, ຍັງຈະເປັນແຫລ່ງນໍ້າ ໃຫ້ແກ່ສັດລ້ຽງ ປະເພດງົວ-ຄວາຍ ກິນໃນລະດູແຫລ້ງອີກດ້ວຍ.

ສະເຫຼີມພອນ ຈັນທະວົງ ສູນຄົ້ນຄວ້າການປະມົງ

ການລົງເກັບກຳຂໍ້ມູນພາກສະໜາມ ຂອງໂຄງການ ສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ ຢູ່ 8 ແຂວງ ແລະ 13 ເມືອງ

ທາງທີມງານໂຄງການໄດ້ ດໍາເນີນການລົງສໍາຫຼວດເກັບກຳຂໍ້ມູນພາກສະໜາມ ໂດຍການເກັບຕົວຢ່າງທາງດ້ານ ລັກສະ ນະພາຍນອກ (Morphology) ແລະ ຕົວຢ່າງໄມ້ທ່ອນທີ່ຈະນໍາມາສຶກສາທາງເນື້ອໄມ້ (Anatomy) ກິດຈະກໍາດັ່ງກ່າວ ແມ່ນກິດຈະກໍາ 3.3 ທີ່ນອນໃນກິດຈະກໍາຂອງ ໂຄງການ ສ້າງແມ່ບົດລາຍຊື່ໄມ້ໃນລາວ “Establishment of a Tree Species Master List for Lao PDR” ການລົງເຮັດວຽກແມ່ນເລີ່ມແຕ່ວັນທີ 7 ຫາ 24 ກໍລະກົດ 2021 ຢູ່ 8 ແຂວງ ແລະ 13 ເມືອງ ໂດຍເຮັດວຽກຮ່ວມກັນ ລະຫວ່າງ ສູນຄົ້ນຄວ້າປ່າໄມ້, ຄະນະວິທະຍາສາດປ່າໄມ້, ຄະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດ ແລະ ສະຖາບັນຄົ້ນຄວ້ານະເວດວິທະຍາ ແລະ ເຕັກໂນໂລ່ຊີ ຊີວະພາບ ມີທີມງານເຂົ້າຮ່ວມທັງໝົດ 10 ທ່ານ, ລວມມີຊ່ຽວຊານເຂົ້າຮ່ວມ 8 ທ່ານ ແລະ ຍີງ 2 ທ່ານ. ຊື່ງຈຸດປະສົງຂອງການເກັບກຳຂໍ້ມູນຄັ້ງນີ້ ແມ່ນເພື່ອກວດສອບຄວາມຖືກຕ້ອງຂອງຂໍ້ມູນຊະນິດໄມ້ ຢູ່ພາກສະໜາມ ລວມມີ 2 ຈຸດປະສົງຕົ້ນຕໍໃນການຈັດຕັ້ງປະຕິບັດຄື:
1. ) ລົງສໍາຫຼວດເຂດການກະຈາຍພັນຂອງຊະນິດໄມ້ ທີ່ມີຄຸນຄ່າທາງການຄ້າ ເພື່ອສ້າງບົດແນະນໍາການຈໍາແນກຊະນິດໄມ້;
2. ) ເພື່ອເກັບຕົວຢ່າງທາງດ້ານ ລັກສະນະພາຍນອກ (Morphology) ແລະ ຕົວຢ່າງໄມ້ທ່ອນທີ່ຈະນໍາມາສຶກສາທາງເນື້ອໄມ້ (Anatomy) ເພື່ອສ້າງບົດແນະນໍາການຈໍາແນກຊະນິດໄມ້;

ການລົງສໍາຫຼວດ ແມ່ນໄດ້ມີເປົ້າໝາຍເກັບກໍາຕົວຢ່າງຂອງຊະນິດຕົ້ນໄມ້ທີ່ມີຄຸນຄ່າທາງການຄ້າ 100 ຊະນິດ ໂດຍໄດ້ລົງສໍາຫຼວດເຂດກະຈາຍພັນທາງທໍາມະຊາດນັບແຕ່ເຂດພື້ນທີ່ພາກເໜືອ ຫາພາກໃຕ້ ນັບແຕ່ລະດັບຄວາມສູງຈາກລະດັບໜ້ານ້ຳທະເລ ແຕ່ 100 ຫາ 2500 ແມັດ, ທີມງານໄດ້ມິການບັນທຶກ ບັນດາຂໍ້ມູນດ້ານພູມສັນຖານ ແລະ ນິເວດວິທະຍາປ່າໄມ້ຂອງປ່າໄມ້ ເຊັ່ນ: ລະດັບຄວາມສູງ, ຈຸດພິກັດ, ທີ່ຕັ້ງ (ຊື່ພີື້ນທີ່), ລັກສະນະທາງນິເວດວິທະຍາ, ແລະ ອື່ນໆ…
ສໍາລັບວິທີການ ເກັບຕົວຢ່າງ ຄຸນລັກສະນະພາຍນອກ ແມ່ນໄດ້ເກັບເອົາຕົວຢ່າງ ໃບ, ດອກ, ໝາກ ແລະ ເປືອກ ຂອງຊະນິດໄມ້ເລົ່ານັ້ນ, ຖ່າຍຮູບລັກສະນະຂອງຕົ້ນໄມ້ ກ່ອນທີ່ຈະມີການຕັດຕົວຢ່າງ, ແລະ ທຸກໆຕົວຢ່າງ ໃບ, ດອກ, ໝາກ ແລະ ເປືອກ ແມ່ນຕ້ອງໄດ້ຖ່າຍຮູບໃນພາກສະໜາມ ເພື່ອໃຫ້ສາມາດເກັບກໍາພາບຂອງພວກມັນໃນສະພາບທີ່ຍັງສົດ (ບໍ່ແຫ້ງ); ຫຼັງຈາກນັ້ນ ໄດ້ນໍາເອົາຕົວຢ່າງທັງໝົດມາຕັດແຕ່ງ, ຫຸ້ມຫໍ່ ແລະ ແຊ່ນໍ້າເຫຼົ້າ 90 ເພື່ອຮັກສາບໍ່ໃຫ້ຕົວຢ່າງເລົ່ານັ້ນ ເໜົ່າເປື່ອຍ, ໃນຂັ້ນຕອນນີ້ ທຸກໆຕົວຢ່າງແມ່ນໄດ້ຖືກຖ່າຍພາບໄວ້ຢ່າງລະອຽດອີກຄັ້ງ.

2407202100124072021002

2407202100324072021004

ຮູບທີ 1: ການເກັບຕົວຢ່າງຄຸນລັກສະນະພາຍນອກ (Morphology) ເຊັ່ນ: ໃບ, ດອກ, ໝາກ

ສຳລັບການສຶກສາກ່ຽວກັບເນື້ອໄມ້ຂອງໄມ້ການຄ້າ ແມ່ນໄດ້ຕັດເອົາໄມ້ຕົວຢ່າງເປັນທ່ອນທີ່ມີຄວາມຍາວ 50 ຊັງຕີແມັດ ແລະ ເສັ້ນຜ່າສູນກາງກວ້າງຕໍ່າສຸດ 15 ຊັງຕີແມັດ, ສຳລັບໄມ້ເນື້ອແຂງໄດ້ເກັບທ່ອນທີ່ມີເສັ້ນຜ່າສູນກາງຕໍ່າສຸດ ແມ່ນ 25 ຊັງຕີແມັດ. ພວກເຮົາໄດ້ເລືອກເອົາຕົ້ນໄມ້ບໍ່ສົມບູນ ຫຼື ມີພະຍາດທຳລາຍ ແລະ ມີຈຳນວນປະຊາກອນເກີດຕາມທຳມະຊາດຫຼາຍ ເຊັ່ນ: ຕົ້ນໄມ້ທີ່ຕິດເຊື້ອ, ຕົ້ນໄມ້ທີ່ບໍ່ມີເຮືອນຍອດ, ຕັດງ່າໃຫຍ່, ຕັດເອົາຮາກໃຫຍ່, ຫຼື ຕັດເອົາຕົວຢ່າງໄມ້ຈາກຕົ້ນໄມ້ທີ່ຕາຍແລ້ວ ແລະ ອື່ນໆ. ໃນການເກັບຕົວຢ່າງແມ່ນເກັບເອົາ ຕາມບັນຊີລາຍຊື່ທີ່ໄດ້ກຳນົດໄວ້ ໃນແຜນການສຳຫຼວດ; ເນື່ອງຈາກວ່າ ຊະນິດໄມ້ແຕ່ລະຊະນິດ ແມ່ນມີລະດູການອອກດອກ ແລະ ໝາກ ທີ່ແຕກຕ່າງກັນ, ດັ່ງນັ້ນ ໃນບັນຊີຊະນິດໄມ້ທີ່ຕ້ອງການ ແມ່ນບໍ່ສາມາດເກັບກໍາຂໍ້ມູນທີ່ຄົບຖ້ວນ ເຊັ່ນ: ບາງຊະນິດໄມ້ສາມາດເກັບຕົວຢ່າງ ດອກແຕ່ບໍ່ເຫັນໝາກ ແລະ ບາງຊະນິດເຫັນໝາກແຕ່ບໍ່ເຫັນດອກ.

2407202100524072021006
2407202100724072021008

ຮູບທີ 2: ການເກັບຕົວຢ່າງເນື້ອໄມ້ ( Anatomy )
ສະຫຼູບແລ້ວສຳລັບຄຸນລັກສະນະພາຍນອກ (Morphology) ສາມາດເກັບເກັບຕົວຢ່າງໄດ້ ຈຳນວນ 121 ຕົວຢ່າງ (118 ຊະນິດຕົ້ນໄມ້ ແລະ 30 ຕະກຸນ) ແລະ ປະກອບມີ 1 ຊະນິດຕົ້ນໄມ້ທີ່ບໍ່ຮູ້ຈັກ ແລະ 4 ຊະນິດໄມ້ທີ່ບໍ່ສາມາດຈຳແນກຊະນິດໄດ້. ພ້ອມດຽວກັນນີ້ ຕົວຢ່າງໄມ້ທ່ອນທີ່ຈະນໍາມາສຶກສາທາງເນື້ອໄມ້ ( Anatomy ) ສາມາດເກັບໄດ້ 102 ຕົວຢ່າງ (102 ຊະນິດ ແລະ 30 ຕະກຸນ) ແລະ ປະກອບມີ 2 ຊະນິດຕົ້ນໄມ້ທີ່ບໍ່ຮູ້ຈັກ ແລະ 4 ຊະນິດໄມ້ທີ່ບໍ່ສາມາດຈຳແນກຊະນິດໄດ້.
ສໍາລັບຕົວຢ່າງທາງພາຍພອກ ແລະ ເນື້ອໄມ້ ແມ່ນຈະໄດ້ນໍາເອົາມາວິໃຈ ຢັ້ງຢືນໂດຍຊ່ຽວຊານ ແລະ ຂຽນເປັນບົດແນະນໍາການຈໍາແນກຊະນິດໄມ້ ແລະ ສ້າງເປັນຖານຂໍ້ມູນໃນລະບົບເອເລັກໂທນິກ (ເວັບໄຊ້) ທີ່ສາມາດດາວໂຫຼດລົງໂທລະສັບມີຖື ແລະ ຄອມພິວເຕີ້ ໃຫ້ທຸກຄົນສາມາດນໍາໃຊ້ຂໍ້ມູນໄດ້ຢ່າງຖືກຕ້ອງ, ສະດວກ, ແລະ ວ່ອງໄວຂື້ນ. ຄາດຄະເນ ວ່າ ຈະສາມາດເຮັດໃຫ້ສໍາເລັດພາຍໃນຕົ້ນເດືອນກັນຍາ 2021 ນີ້.

ຂຽນໂດຍ: ນຸດ ໄຊເພັງ, ສູນຄົ້ນຄວ້າປ່າໄມ້

ເຝິກອົບຮົມກ່ຽວກັບ ການຕິດຕາມກວດກາ ແລະ ວິໄຈຊະນິດລູກປານ້ອຍ ໃນແມ່ນ້ຳຂອງ ສໍາລັບໂຄງການເຂື່ອນໄຟຟ້າພະລັງງານນ້ຳ ຕາມລຳແມ່ນ້ຳຂອງ ໃນ ສປປ ລາວ

22072021002 22072021001

ໃນລະຫວ່າງວັນທີ 19 ຫາ 23 ກໍລະກົດ 2021, ຢູ່ທີ່ ສະຖານີຂະຫຍາຍພັນປາ ບ້ານນາ ເມືອງ ໂຂງ ແຂວງຈຳປາສັກ, ໄດ້ມີການຝຶກອົບຮົມກ່ຽວກັບ ການຕິດຕາມກວດກາ ແລະ ວິໄຈຊະນິດລູກປານ້ອຍ ໃນແມ່ນ້ຳຂອງ ສໍາລັບໂຄງການເຂື່ອນໄຟຟ້າພະລັງງານນ້ຳ ຕາມລຳແມ່ນ້ຳຂອງ ໃນ ສປປ ລາວ. ໂດຍການເປັນປະທານຮ່ວມຂອງທ່ານ ນວນ ວັນນາ ຊ່ຽວຊານຈາກ ກອງເລຂາ ແມ່ນ້ຳຂອງສາກົົນ ແລະ ທ່ານ ບຸນສົງ ວົງວິຈິດ ຮອງຫົວໜ້າສູນຄົ້ນຄວ້າການປະມົງ, ມີຜູ້ເຂົ້າຮ່ວມຈາກ ສູນຄົ້ນຄວ້າການປະມົງ, ພະແນກປະມົງ ກົມລ້ຽງສັດ, ຂະແໜງລ້ຽງສັດ ແລະ ການປະມົງ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງໂຂງ, ກອງເລຂາຄະນະກຳມະການແມ່ນ້ຳຂອງ, ກອງເລຂາແມ່ນ້ຳຂອງ ສາກົນ, ວິຊາການຈາກເຂື່ອນດອນສະໂຮງ, ວິຊາການຈາກເຂື່ອນໄຊຍະບູລີ, ລວມທັງໝົດ 16 ທ່ານ.

ພາຍໃຕ້ທຶນໂຄງການ ຮ່ວມຂອງເລຂາຄະນະກຳມະການແມ່ນ້ຳຂອງແຫ່ງຊາດ, ເຊິ່ງວຽກດັ່ງກ່າວແມ່ໄດ້ສຶບເນື່ອງມາຈາກ ການເຂົ້າຮ່ວມ ກອງປະຊຸມ EMEG ຢູ່ທີ່ຫຼວງພະບາງ ໃນລະຫວ່າງເດືອນ ເມສາ 2019 ແລະ ການເຂົ້າຮ່ວມ ຝຶກອົບຮົມ ແລະ ຢ້ຽມຍາມຫ້ອງທົດລອງຂອງສະຖາບັນຄົ້ນຄວ້າ ແລະ ພັດທະນາປະມົງນ້ຳຈຶດ ຢູ່ພະນົມເປັນ, ກຳປູເຈຍ ລະຫວ່າງເດືອນ ມີນາ 2020.

ຈຸດປະສົງຂອງການຝຶກອົບຮົມແມ່ນເພື່ອແລກປ່ຽນບົດຮຽນໃຫ້ຜູ້ເຂົ້າຮ່ວມຮູ້ໄດ້ກ່ຽວກັບການຕິດຕາມລູກປາໃນໄລຍະຈະເຕີບໂຕ, ເພື່ອໃຫ້ຮູ້ການນໍາໃຊ້ເຄື່ອງເອເລັກໂຕຣນິກ ແລະ ອຸປະກອນພື້ນຖານໃນການກວດກາວິໄຈລູກປາ, ເພື່ອຮຽນຮູ້ລະບົບ ແລະ ການລາຍງານຂໍ້ມູນສຳຄັນ, ເພື່ອຮຽນຮູ້ການນຳໃຊ້ຫ້ອງທົດລອງ-ສານເຄມີ ແລະ ກໍານົດ ຫຼື ໄຈ້ແຍກລາຍລະອຽດຂອງແຕ່ລະຊະນິດຂອງລູກປາ. ການຝຶກອົບຮົມໄດ້ໃຊ້ວີດີໂອທາງໄກ ສຳຫຼັບອາຈານຜູ້ນຳສະເໜີ ຈາກປະເທດໄທ ແລະ ປະເທດກຳປູເຈຍ, ເຊິ່ງ ໄດ້ໃຊ້ເວລາ 5 ມື້ ໃນນັ້ນໄດ້ແບ່ງ ອອກເປັນ 1 ມື້ໃນການນຳສະເໜີທິດສະດີ 3 ມື້ໃນການປະຕິບັດໂຕຈິງ ແລະ ອີກ 1 ມື້ ແມ່ນການຜ່ານບົດການປະຕິບັດຕົວຈິງ ແລະ ທົບທວນການຝຶກອົບຮົົມ.

ການຝຶກອົບຮົມກ່ຽວກັບ ການຕິດຕາມກວດກາ ແລະ ວິໄຈຊະນິດລູກປານ້ອຍ ໃນແມ່ນ້ຳຂອງ ສໍາລັບໂຄງການເຂື່ອນໄຟຟ້າພະລັງງານນ້ຳ ຕາມລຳແມ່ນ້ຳຂອງ ໃນ ສປປ ລາວ ໃນຄັ້ງນີ້ແມ່ນມີຄວາມສຳຄັນຫຼາຍຕໍ່ພະນັກງານວິຊາການຂອງສູນຄົ້ນຄວ້າປະມົງເພື່ອທີ່ຈະຮັບຮູ້ ເຂົ້າໃຈ ແລະ ຜັນຂະຫຍາຍວຽກງານການຄົ້ນຄວ້າສັດນ້ຳໃຫ້ເທົ່າທຽມກັບພາກພື້ນ. ວິຊາການເຂົ້າຮ່ວມໃນຄັ້ງນີ້ແມ່ນຮູ້ໄດ້ອຸປະກອນ ແລະ ເຕັກນິກການຈັບລູກປາ, ການດອງຫຼືຮັກສາປາເພື່ອຂົນສົ່ງທາງໄກ ແລະ ເກັບຮັກສາໄວ້ໄດ້ດົນ, ຮູ້ໄດ້ເຕັກນິກການໄຈ້ແຍກຊະນິດລູກປາອອກມາແຕ່ລະໄລຍະໃນແຕ່ລະຊະນິດ (Yolk Stage, Pre Larvae Stage, Post Larvae Stage ແລະ Juvenile Stage), ຮູ້ການເອົາຂໍ້ມູນຈາກຖານຂໍ້ມູນຈາກ M.Access ມາວິເຄາະຮູບແບບ ແລະ ການຂຽນບົດລາຍງານການສຶກສາລູກປາໃນແມ່ນ້ຳ.

22072021003 22072021004

ຂ່າວໂດຍ: ຖາວອນ ພົມມະວົງ  ສູນຄົ້ນຄວ້າການປະມົງ

ກອງປະຊຸມລິເລີ່ມໂຄງການຜັນຂະຫຍາຍການກະສິກໍາ-ປ່າໄມ້ ແບບປະສົມປະສານໃນພ່າກພື້ນອາຊຽນ ເພື່ອຄໍາປະກັນສະບຽງອາຫານ ແລະ ເປັນຜົນປະໂຫຍດຕໍ່ສິ່ງແວດລ້ອມ

23072021003 23072021001

ລະບົບກະສິກຳ-ປ່າໄມ້ແບບປະສົມປະສານ ເປັນເຄື່ອງມືໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ຍ້ອນວ່າການຜະລິດກະສິກໍາ-ປ່າໄມ້ແບບປະສົມປະສານ ສາມາດແກ້ໄຂການປັບປຸງຊີວິດການເປັນຢູ່, ຫຼຸດຜ່ອນການປ່ຽນແປງດິນຟ້າອາກາດ, ປັບປຸງການຄໍ້າປະກັນສະບຽງອາຫານ, ຄວາມທົນທານຂອງສິ່ງແວດລ້ອມ ແລະ ລະບົບນິເວດ ທີ່ມີການເຊື່ອມໂຍງລະຫວ່າງການຜະລິດສະບຽງອາຫານ ແລະ ການຄຸ້ມຄອງປ່າໄມ້ແບບຍືນຍົງ ທັງໃນລະດັບຊາດ ກໍ່ຄືສາກົນ. ເຫັນໄດ້ຄວາມສໍາຄັນ ຈິງເກີດມີໂຄງການຜັນຂະຫຍາຍລະບົບກະສິກຳ-ປ່າໄມ້ແບບປະສົມປະສານ ເພື່ອຄໍ້າປະກັນສະບຽງອາຫານ ແລະ ເປັນປະໂຫຍດກັບສີ່ງແວດລ້ອມໃນພາກພື້ນອາຊຽນ ໂດຍມີຊື່ ຫຍໍ້ ວ່າ TCP/RAP/3705 ທີ່ ສະຖາບັນຄົ້ນຄວ້າ ກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດ ກໍ່ຄືສູນຄົ້ນຄວ້າ ປ່າໄມ້ ເປັນຜູ້ຈັດຕັ້ງປະບັດ ໂຄງການ ດັ່ງກ່າວ. ເພື່ອເສີມຂະຫຍາຍເນື້ອເນື້ອໃນວຽກດັ່ງກ່າວ ຈິງໄດ້ໄຂກອງປະຊຸມ ເປີດໂຄງການ ຂື້ນໃນວັນທີ 23 /07/2021 ທີ່ສະໂມສອນ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ. ໂດຍການເປັນປະທານຂອງ ທ່ານ ປອ ໃຈ ບຸນພະນຸໄຊ ຫົວໜ້າສະຖາບັນ ຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ມີຜູ້ເຂົ້າຮ່ວມຈາກ 20 ພາກສ່ວນ ມີ 49 ທ່ານ ລວມມີຍິງ 7 ທ່ານ ຈາກບັນດາກົມທີ່ຂື້ນກັບກະຊວງກະສິກຳ ແລະ ປ່າໄມ້, ບໍລິສັດບົວລະພາກະສິກຳປ່າໄມ້ຈໍາກັດ, ບໍລິສັດແມ່ຂອງປູກໄມ້ຈໍາກັດ ແລະ ບໍລິສັດ PML ອຸດສະຫະກຳຈໍາກັດ.; ກອງປະຊຸມໃນຄັ້ງນີ້ ໄດ້ຮັບກຽດ ຈາກ ທ່ານ Nasar Hayat, ຜູ້ຕາງໜ້າ ຈາກ ອົງການອາຫານ ແລະ ການກະເສດ ຂຶ້ນກ່າວຄໍາໂອວາດ ແລະ ປະກອບຄໍາຄິດເຫັນຕໍ່ກອງປະຊຸມ

23072021002
ໃນກອງປະຊູມແຂກສາມາດຮູ້ ແລະ ເຂົ້າໃຈຄູ່ມືການກະສິກຳ-ປ່າໄມ້ແບບປະສົມປະສານອາຊຽນ ເພື່ອການຄໍ້າປະກັນສະບຽງອາຫານ ແລະ ເປັນປະໂຫຍດກັບສີ່ງແວດລ້ອມ ພ້ອມທັງແລກປ່ຽນບົດຮຽນ ແລະ ປະສົບການກະສິກຳປ່າໄມ້ໃນລາວ ໂດຍການສົນທະນາໃນຄໍາຖາມເຈາະຈີ້ມ ຊືງຈຸດປະສົງ ຂອງ ໂຄງການ ແມ່ນ ເພື່ອການຍົກລະດັບ ຄວາມອາດສາມາດໃຫ້ແກ່ພະນັກງານຂັ້ນເມືອງ, ແຂວງ ແລະ ຂັ້ນສູນກາງໃນການວິເຄາະທາງດ້ານນະໂຍບາຍ ແລະ ການວາງແຜນການຕະຫຼາດ ແລະ ເສດຖະກິດກະສິກຳ; ພ້ອມທັງຈັດຕັ້ງປະຕິບັດແຜນການດຳເນີນງານ ດ້ານຍຸດທະສາດການຄໍ້າປະກັນສະບຽງອາຫານ ແລະ ຍຸດທະສາດໂພສະນາການແຫ່ງຊາດ ແລະ ມີຄາດໝາຍຕົ້ນຕໍ ຈາກ ໂຄງການດັ່ງກ່າວ ແມ່ນ ການຜັນຂະຫຍາຍ ຂໍ້ແນະນຳ ກະສິກຳ-ປ່າໄມ້ແບບປະສົມສານ ຂອງ ອາຊຽນ ເພື່ອເປັນການທົດສອບ ໃນ ສປປ ລາວ, ສັງລວມບົດຮຽນ ກປ ແບບປະສົມປະສານ ຜ່ານມາ, ສ້າງແຜນປະຕິບັດງານ ກປ ແບບ ປະສົມປະສານ ແລະ ຮ່າງບົດສະເໜີ ໂຄງການ ເພື່ອຂໍທຶນເຂົ້າມາໃນການ ຈັດຕັ້ງປະຕິບັດ ໂຄງການ ໃນຕໍ່ໜ້າ.ຈະປະກອບສວ່ນອັນສຳຄັນ ໃນການຈັດຕັ້ງປະຕິບັດ ແຜນຍຸດທະສາດ ກະສິກຳ ປີ 2021 ຫາ 2025 ເພື່ອຮັບປະການໃນການພັດທະນາກະສິກຳ ແລະ ປ່າໄມ້ ໃຫ້ຍືນຍົງ ທີ່ ລວມເອົາທາງດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລອ້ມ.

23072021006 23072021005

ການການສົນທະນາ ເພື່ອວິເຄາະໃຈແຍກບັນຫາເພື່ອຫາຄໍາຕອບໃສ່ກອງປະຊູມ
ວາລະທ້າຍຂອງກອງປະຊູມ ປະທານກອງປະຊຸມ ໄດ້ໃຫ້ທິດຊີ້ນໍາ ເອົົາໃຈໃສ່ສຸມສະຕິປັນຍາອັນປະເສີດ ໃນການປະກອບຄຳຄິດເຫັນຢ່າງກົງໄປກົງມາຕໍ່ກັບກອງປະຊຸມ ,ນອກນີ້ ທ່ານຍັງຮຽກຮ້ອງໃຫ້ບັນດາຜູ້ເຂົ້າຮວ່ມ,ຊ່ຽວຊານຈາກບັນດາກົມຕ່າງໆທີ່ຂື້ນກັບກະຊວງກະສິກຳ ແລະ ປ່າໄມ້ ແລະ ບັນດາບໍລິສັດທີ່ກ່ຽວຂອ້ງກ່ຽວກັບກະສິກຳ-ປ່າໄມ້ແບບປະສົມປະສານ ໃຫ້ຊ່ວຍກັນປະກອບສ່ວນຈັດຕັ້ງປະຕິບັດບັນ ດາກິດຈະກໍາທີ່ວາງໄວ້ນັ້ນ ໃຫ້ສໍາເລັດຢ່າງມີປະສິດທິພາບສູງ.

ໂດຍ : ບູນປະສັກໄຊ ຄຳພູມີ, ສູນຄົ້ນຄວ້າປ່າໄມ້

ໂລໂກ 20 ສກປພ ປີ
nafri20y
ລະບົບຖານຂໍ້ມູນຕ່າງໆ
ການປ່ຽນແປງດິນຟ້າອາກາດ
climate-change
Tags
10 ປີ ຕາບີ ACIAR AFACI FAO KOPIA laCSA MEKARN Mekong Agriculture Research Network nafri SAMIS TABI tabi project TAP-AIS ກອງປະຊຸມຂະແໜງການຍ່ອຍວຽກງານຊີວະນາໆພັນກະສິກຳ ກອງປະຊຸມ ຜົນສຳເລັດການຈັດຕັ້ງປະຕິບັດໂຄງການຕາບີ 20 ປີ ເລີ່ມແຕ່ປີ 2009-2020 ກອງປະຊຸມລິເລີ່ມ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ ກອງປະຊຸມວິຊາການຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2016-2020 ການກະສິກຳ ແລະ ປ່າໄມ້ ການຊັບພະຍາກອນທຳມະຊາດ ການຝຶກອົບຮົມ ຂະບວນການ ຂະບວນປູກຕົ້ນໄມ້ສູນໄມ້ໃຫ້ໝາກ ຂ່າວ ງານປະກວດເຂົ້າແຊບ ງານວາງສະແດງ ແລະ ປະກວດເຂົ້າແຊບ ຂອງຊາວກະສິກອນລາວ ປະຈໍາປີ 2020 ທີ່ ສະຖາບັນຄົ້ນຄວ້າກະສິກໍາ ຊາວໜຸ່ມ ຊາວໜຸ່ມ ສກປພແລະ ຊາວໜຸ່ມສູນພັດທະນາແລະບໍລິການດ້ານການກະເສດ ຕາບີ ນະວັດຕະກຳ ເປີດໂອກາດດ້ານການພັດທະນາກະສິ ກຳ ໃນສປປ ລາວ ພິທີປ່ອຍປາ ພິທີເປີດການກໍ່ສ້າງໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເຂດເມືອງຫາດຊາຍຟອງ ພູມອາກາດ ວັນປ່ອຍປາ ວັນອາຫານໂລກ ສວນສາທິດ ສູນຄົ້ນຄວ້າການປະມົງ ສູນຄົ້ນຄວ້າປະມົງຈັດພິທີປ່ອຍປາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ອຸຕຸນິຍົມ ແຂວງບໍລິຄຳໄຊ ແຂວງວຽງຈັນ ໂຄງການ ACIAR ມອບເຄື່ອງຊ່ວຍປ້ອງກັນພະຍາດ ໂຄວິດ-19 ໃຫ້ NARFRI ໂຄງການຄົ້ນຄວ້າການຈັດການດິນ ແລະ ນ້ຳ ໂຄງການຕາບີ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ
Nov 28, 2021 - Sun
Please add free or paid OpenWeatherMap API key in the plugin settings!

National Agriculture and Forestry Research Institute

Nongviengkham Village

Xaythany District

Vientiane Capitol

Phone:+856 21 770094,770074

Email: manoluck2005@gmail.com; luckie_2005@hotmail.com