National Agriculture and Forestry Research Institute

_MG_0378 _MG_0385

          ໃນວັນທີ 31 ສິງຫາ 2023 ສູນຄົ້ນຄວ້າປ່າໄມ້, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ອົງການກອງທຶນອະນຸລັກທຳມະຊາດໂລກປະຈໍາລາວ(WWF – Laos) ໄດ້ຈັດກອງປະຊຸມ ລາຍງານຜົນສຳເລັດຂອງການຈັດຕັ້ງປະຕິບັດກິດຈະກໍາໂຄງການ ຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງແບບຍືນຍົງໄລຍະ 6  ແລະ ປິດໂຄງການ ຂຶ້ນທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງ ລະມາມ, ແຂວງ ເຊກອງ, ໃຫ້ກຽດເປັນປະທານຮ່ວມຂອງທ່ານ ປອ ນາງ ໃຈ ບຸນພະນຸໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ຄຳພັນ ພະສະແຫວງ ຮອງຫົວໜ້າພະແນກ ກະສິກຳ ແລະ ປ່າໄມ້ ແຂວງ ເຊກອງ ແລະ ທ່ານ ລໍຣິສ ປາເລນຕີນີ ຫົວໜ້າອົງການກອງທຶນອະນຸລັກທຳມະຊາດໂລກປະຈໍາລາວ(WWF – Laos) ມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 47 ໃນນັ້ນ ມີຍິງ 4 ທ່ານ, ຊຶ່ງມາຈາກກະຊວງ ການຕ່າງປະເທດ, ກົມປ່າໄມ້,  ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ສູນຄົ້ນຄວ້າປ່າໄມ້,ອົງການກອງທຶນອະນຸລັກທຳມະຊາດໂລກ (WWF) ,  ຄະນະຊີ້ນຳໂຄງການຂັ້ນແຂວງ, ຂັ້ນເມືອງຈາກ 7 ເມືອງ ຢູ່ໃນ 3 ແຂວງ (ແຂວງ ບໍລິຄຳໄຊ, ເຊກອງ ແລະ ສາລະວັນ), ຜູ້ປະສານງານໂຄງການຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ, ແລະ ອົງການຈັດຕັ້ງທາງສັງຄົມ (ສະມາຄົມອະນຸລັກສິ່ງແວດລ້ອມ ແລະ ສ້າງຄວາມເຂັັ້ມແຂງໃຫ້ຊຸມຊົນ (ສອສຊ).

ຈຸດປະສົງເພື່ອສະຫຼຸບລາຍງານຜົນສຳເລັດ ແລະ ປິດໂຄງການຜະລິດ ແລະ ເກັບກູ້ຫວາຍ -ໄມ້ປ່ອງແບບຍືນຍົງໄລຍະ VI (ປີ 2022 ຫາ ປີ 2023).

ໂຄງການຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງແບບຍືນຍົງໄລະຍະ VI ແມ່ນໄດ້ຈັດຕັ້ງປະຕິບັດຢູ່ 30 ບ້ານ, ໃນ 7 ເມືອງ 3 ແຂວງຄື: ແຂວງ ບໍລິຄໍາໄຊ, ເຊກອງ ແລະ ສາລະວັນ, ໄດ້ຮັບທຶນສະໜັບສະໜູນຈາກອົງການກອງທຶນອະນຸຮັກທຳມະຊາດໂລກປະຈຳ ສປປ ລາວ (WWF-Laos), ບໍລິສັດ IKEA ແລະ ອົງການ SIDA ເພື່ອສືຕໍ່ຈັດຕັ້ງປະຕິບັດໂຄງການຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງແບບຍືນຍົງໄລຍະ VI (ປີ 2022 ຫາ ປີ 2023) ຊຶ່ງມີມູນຄ່າໂຄງການທັງໝົດຈຳນວນ 321,800ໂດລາ ສະຫະລັດ, ໂຄງການຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງ ແບບຍືນຍົງໄດ້ເລີ້ມຈັດຕັ້ງປະຕິບັດແຕ່ປີ 2006 ເປັນຕົ້ນມາຈົນຮອດປະຈຸບັນ (ເປັນໄລຍະເວລາທັງໝົດ 18 ປີ ລວມທັງໝົດ ມີ  6ໄລຍະ). ໂຄງການຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງ ແບບຍືນຍົງໄລຍະ VI ນີ້ ແມ່ນໄດ້ເລີ້ມແຕ່ ເດືອນ ເມສາ ປີ 2022 ຫາ ເດືອນ ສິງຫາ 2023 (1 ປີ 5 ເດືອນ) ຊຶ່ງເຫັນວ່າມີຫລາຍກິດຈະກໍາ ທີ່ ໄດ້ປະສົບຜົນສຳເລັດ ເປັນຢ່າງດີເຊັ່ນ:

ໃນວຽກງານນີ້ ແມ່ນແນ່ໃສ່ການສົ່ງເສີມ ການເກັບກູ້ຫວາຍຈາກແຫລ່ງທີ່ມີການຄຸ້ມຄອງຈັດສັນ, ມີແຜນການເກັບກູ້ ໃນແຕ່ລະປີ ໃຫ້ມີຄວາມຍຶນຍົງ ແລະ ບໍ່ໃຫ້ບົກແຫ້ງ ແລະ ການ ສະໜອງຫວາຍ-ໄມ້ປ່ອງຢ່າງຖືກຕ້ອງ ຕາມລະບຽບການ. ນອກນີ້ ຍັງມີການພັດທະນາ ຕ່ອງໂສ້ມູນຄ່າ ພ້ອມທັງການເຊື່ອມໂຍງທຸລະກິດ ລະຫວ່າງກຸ່ມຫັດຖະກຳຫວາຍ ແລະ ໄມ້ປ່ອງ ເພື່ອເຮັດໃຫ້ທຸລະກິດຫວາຍ ແລະ ໄມ້ປ່ອງມີຄວາມຍືນຍົງ ແລະ ມີການຂະຫຍາຍຕົວ ຊຶ່ງເຫັນໄດ້ວ່າ ມີຫລາຍກວ່າ 8 ຜະລິດຕະພັນ ໄດ້ມີການເຊື່ອມໂຍງທຸລະກິດລະຫວ່າງກຸ່ມຫັດຖະກຳຫວາຍ ໄມ້ປ່ອງ ແລະ ຜູ້ປະກອບການ.

ຄຽງຄູ່ກັບ ການຄຸ້ມຄອງ ປົກປັກຮັກສາ ປ່າຫວາຍ ແລະ ໄມ້ປ່າໃນທຳມະຊາດແລ້ວ ທາງໂຄງການຍັງໄດ້ສະໜັບສະໜູນ ການປັບປຸງຊີວິດການຢູ່ຂອງຊາວບ້ານ ໂດຍແນ່ເສີມສ້າງຄວາມສາມາດໃຫ້ແກ່ຊາວບ້ານໃນ ການເກັບກູ້ຫວາຍ ແລະ ເຄື່ອງປ່າຂອງດົງແບບຍືນຍົງ, ການແປຮູບ ແລະ ການຈັກສານຫວາຍ, ໄມ້ປ່ອງ ແລະ ເຄື່ອງປ່າຂອງດົງ ທີ່ເປັນທ່າແຮງໃນການສ້າງລາຍຮັບໃຫ້ແກ່ຊາວບ້ານ. ຫລາຍກວ່າ 1.500 ຄອບຄົວ ຢູ່ບ້ານເປົ້າໝາຍຂອງໂຄງການສາມາດ ສ້າງລາຍຮັບ ຈາກບັນດາກິດຈະກຳຕ່າງໆ ຂອງໂຄງການ ຢູ່ 30 ບ້ານເປົ້າໝາຍ ໃນ 3 ແຂວງ ໃນປີ 2023, ໃນນັ້ນ ມີ 340 ຄອບຄົວ ສ້າງລາຍຮັບຈາກ ການຈັກສານ ທັງຜະລິດຕະພັນ ສຳເລັດຮູບ ແລະ ເຄີ່ງສຳເລັດຮູບ ສະໜອງ ໃຫ້ແກ່ຜູ້ປະກອບການ ແລະ ບັນດາຫ້າງຮ້ານຂາຍເຄື່ອງຫັດຖະກຳຕ່າງໆຢູ່ນະຄອນຫລວງວຽງຈັນ ແລະ ແຂວງອຶ່ນໆ. ນອກນັ້ນຍັງໄດ້ລາຍຮັບໃຫ້ຊາວບ້ານ ຈາກການປູກຫວາຍເອົາຍອດ ແລະ ການເກັບກູ້ ເຄື່ອງປ່າຂອງດົງ.

_MG_0368 _MG_0371 _MG_0388 _MG_0391 _MG_0399 _MG_0415 _MG_0417

ພາບ-ຂ່າວໂດຍ: ຈັນທະສອນ ມະນີວົງ,

ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້