National Agriculture and Forestry Research Institute

ສ້າງຄວາມເຂັ້ມແຂງດ້ານການຜະລິດລູກປາໃຫ້ຊາວກະສິກອນຢູ່ບ້ານບວກ ເມືອງຊ່ອນ ແຂວງຫົວພັນ.

    ໃນລະຫວ່າງວັນທີ 03-12/08/2021, ທີມງານວິຊາການຈາກສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ລົງສົມທົບກັບ ທີມງານກະສິກຳ ແລະ ປ່າໄມ້ ເມືອງຊ່ອນ ໄດ້ຈັດຕັ້ງປະຕິບັດກິດຈະກຳຂອງໂຄງການກະສິກຳເພື່ອໂພຊະນາການ ໂດຍສະເພາະແມ່ນການສ້າງຄອບຄົວຕົວແບບດ້ານການຜະລິດລູກປາ ໃຫ້ເປັນທຸລະກິດຂະໜາດນ້ອຍຂອງຄອບຄົວ. ເຊິ່ງເປັນກິດຈະກຳໜຶ່ງຂອງໂຄງການ ເປັນຕົ້ນແມ່ນການສ້າງຄວາມເຂັ້ມແຂງດ້ານວິຊາການ (ການປູກ-ການລ້ຽງ) ໃຫ້ແກ່ຊາວກະສິກອນ ຢູ່ບ້ານເປົ້າໝາຍໂຄງການ. ຄອບຄົວ ທ. ຊຽງ ອິນພອນ ຢູ່ບ້ານບວກ ແມ່ນຄອບຄົວໜື່ງທີ່ມີຄວາມສົນໃຈໃນການການຜະລິດລູກປາ ລາວໄດ້ສ້າງອ່າງປະສົມພັນປາ ແລະ ທາງໂຄງການໄດ້ຕອບສະໜອງອຸປະກອນຈຳນວນໜື່ງ. ທີມງານສະຖາບັນໄດ້ມີການຝຶກອົບຮົມ (ປະຕິບັດຕົວຈິງ) ການປະສົມພັນປາດຸກ ແລະ ການຜະລິດລູກປານິນ ໂດຍມີຜູ້ສົນໃຈເຂົ້າຮ່ວມ 25 ຄົນ ຈາກ 5 ບ້ານ (ບ້ານບວກ, ບ້ານວັດ, ບ້ານໜົມ, ບ້ານນາທົ່ງປໍ ແລະ ບ້ານໂງ່ນ). ຈາກການປະຕິບັດຕົວຈິງ ຊາວກະສິກອນສາມາດຮູ້ໄດ້ຂັ້ນຕອນການຜະລິດລູກປາເຊັ່ນ: (1) ວິທີການລ້ຽງທອມປາພໍ່ແມ່ພັນ (ປາດຸກ ແລະ ປານິນ), (2) […]