National Agriculture and Forestry Research Institute

ພິທີເຊັນສັນຍາຮ່ວມມືລະຫວ່າງ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ບໍລິສັດ ອາຄວາເຄົາເຈີ ອອຟລາວ ຈຳກັດ

ໃນຕອນເຊົ້າຂອງວັນທີ 18 ມິຖຸນາ 2024 ທີ່ສູນຄົ້ນຄວ້າການປະມົງ ໄດ້ຈັດພິທີ ເຊັນສັນຍາຮ່ວມມືລະຫວ່າງ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ບໍລິສັດ ອາຄວາເຄົາເຈີ ອອຟລາວ ຈຳກັດ ໂດຍການເປັນປະທານລົງນາມປາກກາໂດຍ ທ່ານ ປອ ນ. ຈັນທະຄອນບົວລະພັນ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ປອ ອາລຸນ ພົນວິໄຊ ອຳນວຍການ ບໍລິສັດ ອາຄວາເຄົາເຈີ ອອຟລາວ ຈຳກັດ ແລະ ທ່ານ Yu Hsin Henry ຮອງອຳນວຍການ ບໍລິສັດ ອາຄວາເຄົາເຈີ ອອຟລາວ ຈຳກັດ, ເຂົ້າຮ່ວມມີທ່ານ ປອ ເພັດແກ້ວ ພູມະນີວົງ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ ປ່າໄມ້, ທ່ານ […]

ພິທີເຊັນສັນຍາຮ່ວມມືລະຫວ່າງ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ກັບ ບໍລິສັດຈະເລີນຊັບການຄ້າຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ

            ໃນປະຈຸບັນເນື້ອທີການຜະລິດສາລີແຂງທົ່ວປະເທດປະມານ 110.910 ຮຕ (2021) ມີຄວາມຕ້ອງການເມັດພັນປະມານ 2.200 ໂຕນ, ແຕ່ສະຖາບັນ ມີຄວາມສາມາດໃນການຜະລິດພຽງແຕ່ ປີລະ 5 ຫາ 10 ໂຕນ (ບໍ່ຮອດ 1% ຂອງຄວາມຕ້ອງການ) ເນື່ອງຈາກມີຂໍ້ຈໍາກັດດ້ານພື້ນທີການຜະລິດເມັດພັນ (ພື້ນທີເຮັດການຄົ້ນຄວ້າ ແລະ ພື້ນທີຜະລິດເມັດພັນແມ່ນອັນດ່ຽວກັນ). ອີງຕາມພາລະບົດບາດຂອງ ສະຖາບັນຄົ້ນຄວ້າກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດ ໃນການຮັບຜິດວຽກງານຄົ້ນຄວ້າແນວພັນພືດ ແນວພັນສັດ ແລ້ວຕອບສະຫນອງແນວພັນຕ່າງໆ ໃຫ້ກັບສັງຄົມ, ພິເສດສະຖາບັນ ເປັນເສນາທິການໃນການຮັບຜິດຊອບ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ (2021-2023) ໂດຍສະເພາະ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ດ້ານການຄົ້ນຄວ້າ ແລະ ຜະລິດ ແນວພັນພືດ, ແນວພັນສັດ ແລະ ແນວພັນໄມ້. ເມື່ອເຫັນໄດ້ເຖີງບັນຫາແນວພັນ ທາງສະຖາບັນຈື່ງ […]