National Agriculture and Forestry Research Institute

ພິທີມອບ-ຮັບແນວພັນເຂົ້າສາຍພັນໃໝ່ ຫອມໂພນງາມ7 (HPNG 7)

         ໃນວັນທີ 18 ພຶດສະພາ 2023 ທີ່ສູນຄົ້ນຄວ້າກະສິກຳພາກໃຕ້ (ສູນໂພນງາມ), ແຂວງຈຳປາສັກ ໄດ້ຈັດພິທີມອບ-ຮັບແນວພັນເຂົ້າໃໝ່ ຫອມໂພນງາມ 7 (HPNG 7)ລະຫວ່າງສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ພະແນກກະສິກຳ ແລະ ປ່າໄມ້ ແຂວງຈຳປາສັກ. ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກ ສູນຄົ້ນຄວ້າກະສິກຳສາກົນແຫ່ງ ສ. ເກົາຫຼີ (KOPIA). ໃຫ້ກຽດເຂົ້າຮ່ວມມອບໂດຍ ທ່ານ ປອ ນ ໃຈ ບຸນພະນຸໄຊ ຫົວໜ້າ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ຕ່າງໜ້າ ພະແນກກະສີກໍາ ແລະ ປ່າໄມ້ ແຂວງ ຈຳປາສັກ ຮັບໂດຍ ທ່ານ ປອ ສົມລິດ ວິລະວົງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງຈໍາປາສັກ, […]