National Agriculture and Forestry Research Institute

ພິທີມອບ-ຮັບແນວພັນເຂົ້າທົນນ້ຳຖ້ວມສາຍພັນໃໝ່( HTSN 13)

ໃນວັນທີ 19 ພຶດສະພາ 2023 ທີ່ສູນຄົ້ນຄວ້າກະສິກຳທ່າສະໂນ, ແຂວງສະຫວັນນະເຂດ ໄດ້ຈັດພິທີມອບ-ຮັບແນວພັນເຂົ້າໃໝ່ (ຫອມທ່າສະໂນ 13) ລະຫວ່າງສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ພະແນກກະສິກຳ ແລະ ປ່າໄມ້ ແຂວງສະຫວັນນະເຂດ. ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກ ສູນຄົ້ນຄວ້າກະສິກຳສາກົນແຫ່ງ ສ. ເກົາຫຼີ (KOPIA). ໃຫ້ກຽດເຂົ້າຮ່ວມມອບໂດຍ ທ່ານ ປອ ນ ໃຈ ບຸນພະນຸໄຊ ຫົວໜ້າ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ຕ່າງໜ້າ ພະແນກກະສີກໍາ ແລະ ປ່າໄມ້ ແຂວງສະຫວັນນະເຂດ ຮັບໂດຍ ທ່ານ ຄໍາມອນ ທິຣະວົງ ຮອງຫົວໜ້າ ພະແນກກະສິກໍາ ແລະ ປ່າໄມ້ ແຂວງສະຫວັນນະເຂດ, ມີທ່ານ ປອ ເພັດມະນີແສງ ຊ້າງໄຊຍະສານ ຫົວໜ້າສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ, […]