National Agriculture and Forestry Research Institute

   WhatsApp Image 2023-06-20 at 16.36.09

ໃນຕອນເຊົ້າຂອງວັນທີ 10 ມິຖຸນາ 2023 ທີ່ຜ່ານມາ ທີ່ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ (ສຜໝ) ໄດ້ຕ້ອນຮັບການມາຢ້ຽມຢາມທັດສະນະສືກສາ ຂອງນ້ອງໆສະມາຄົມ ເຊໂຣເວສ ລາວ (Zero Waste Laos) ຈຳນວນ 19 ຄົນ ເພື່ອຖອດຖອນ ແລະ ແລກປ່ຽນບົດຮຽນໃນເຕັກນິກການປູກ ແລະ ການຂະຫຍາຍພັນໄມ້ໃຫ້ໝາກ ທີ່ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ.  ໂດຍການຕ້ອນຮັບຢ່າງອົບອຸ່ນຂອງທ່ານ ບຸນຖົມ ສົມພັນປັນຍາ ຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ແລະ ທ່ານ ໄພທູນ ມູນເສນາ ຮອງຫົວໜ້າສູນ ພ້ອມດ້ວຍ ຫົວໜ້າກຸ່ມງານໄມ້ໃຫ້ໝາກ ແລະ ນັກວິຊາການຂອງສູນຄົ້ນຄວ້າພຶດຜັກ ແລະ ໄມ້ໃຫ້ໝາກ ຈຳນວນໜຶ່ງເຂົ້າຮ່ວມ ຈຸດປະສົງ: 1). ເພື່ອແລກປ່ຽນ ແລະ ຖອດຖອນບົດຮຽນ ທາງດ້ານຜົນສຳເລັດຂອງການຈັດຕັ້ງປະຕິບັດການຄົ້ນຄວ້າທົດລອງ ໂດຍສະເພາະເຕັກນິກການປູກ ແລະ ການຂະຫຍາຍພັນໄມ້ໃຫ້ໝາກ.

ທ່ານ ບຸນຖົມ ສົມພັນປັນຍາ ໄດ້ລາຍງານສະພາບລວມຂອງສູນ ແລະ ຜົນສໍາເລັດຂອງການຈັດຕັ້ງປະຕິບັດການຄົ້ນຄວ້າທົດລອງຂອງສູນເຊັ່ນ: ການຄົ້ນຄວ້າທາງດ້ານເຕັກນິກການປູກ, ການຄົ້ນຄວ້າທາງດ້ານແນວພັນ ແລະ ການຂະຫຍາຍພັນພືດຜັກ ແລະ ໄມ້ໃຫ້ໝາກ ພ້ອມທັງເຕັກນິກການປ້ອງກັນພືດ ແລະ ເຕັກນິກຫຼັງການເກັບກ່ຽວ; ເຊິ່ງໄດ້ເນັ້ນໃສ່ວຽກງານການຂະຫຍາຍພັນໄມ້ໃຫ້ໝາກແບບໃໝ່ໂດຍເນັ້ນໃສ່ໃຫ້ໄດ້ຫຼາຍ ແລະ ມີຄຸນນະພາບສູງ.

ໃນເວລາຕໍ່ມາທາງສະມາຄົມເຊໂຣເວສ ລາວ ກໍ່ໄດ້ກ່າວຈຸດປະສົງຂອງການມາທັດສະນະສືກ ແລະ ແລກປ່ຽນບົດຮຽນ ສະມາຄົມເຊໂຣເວສເປັນສະມາຄົມໜຶ່ງທີ່ເຮັດວຽກກ່ຽວກັບການຮັກສາສິ່ງແວດວ້ອມ ໂດຍການເຕົ້າໂຮມເອົາເຍົາວະຊົນໄວໜຸ່ມຍຸກໃໝ່ທີ່ມີໃຈສະໝັກ ແລະ ຮັກວຽກໃຫ້ແກ່ສັງຄົມ ເຊັ່ນ: ການເກັບຂີ້ເຫຍື່ອ ແລະ ການປູກຕົ້ນໄມ້ກິນໝາກ ໃນນັ້ນແມ່ນຈະປູກຕາມໂຮງຮຽນ ແລະ ວັດເປັນຕົ້ນ. ໃນນັ້ນເປົ້າໝາຍທີ່ຈະປູກໄມ້ໃຫ້ໝາກໃນຊ່ວງປີ 2022-2025 ຈະປູກໃຫ້ໄດ້ 100,000 ເບ້ຍ ສະນັ້ນ, ໃນການທັດສະນະສືກສາຄັ້ງນີ້ແມ່ນນຳເອົານ້ອງນັກສືກສາໄວໜຸ່ມທີ່ມີໃຈສະໝັກເຂົ້າມາຖ່າຍທອດບົດຮຽນທາງດ້ານເຕັກນິກການປູກ, ການຂະຫຍ້າພັນເບ້ຍໄມ້ໃຫ້ໝາກເພື່ອນຳຄວາມຮູ້ດັ່ງກ່າວໄປຖ່າຍທອດໃຫ້ກັບເຂດເປົ້າໝາຍທີ່ຈະເຮັດການປູກໄມ້ໃຫ້ໝາກໃຫ້ໄດ້ມີປະສິດທິພາບ ແລະ ເພື່ອລົດຄ່າໃຊ້ຈ່າຍ, ການນຳເຂົ້າ ແລະ ການຂົນສົ່ງເບ້ຍໄມ້ ເພື່ອລົດມົນລະພິດໃນການຂົນສົ່ງທີ່ສົ່ງຜົນກະທົບກັບສິ່ງແວດລ້ອມອີກດ້ວຍ ສະນັ້ນ, ສູນຄົ້ນຄວ້າພຶດຜັກ ແລະ ໄມ້ໃຫ້ໝາກກໍ່ເປັນສວນນຶ່ງໃນການຖອດຖອນບົດຮຽນໃຫ້ກັບນັກສຶກສາໃນຄັ້ງນີ້  ໂດຍສະເພາະກໍ່ຄືເຕັກນິກການຂະຫຍາຍພັນ ແລະ ນຳພານ້ອງໆນັກສຶກສາຈັດຕັ້ງປະຕິບັດເຮັດຕົວຈິງຢ່າງເປັນຂະບວນການຟົດຟື້ນ.

ຈາກນັ້ນ, ກໍ່ລົງຢ້ຽມຢາມທັດສະນະເບິ່ງເຮືອນກ້າເບ້ຍໄມ້, ເບິ່ງເຕັກນິກການປູກມອນ-ລ້ຽງມ້ອນ ແລະ ເບີ່ງເຕັກນິກການການຂະຫຍາຍພັນຕ່າງໆຂອງກຸ່ມງານໄມ້ໃຫ້ໝາກ, ໃນການຢ້ຽມຢາມ ແລະ ແລກປ່ຽນບົດຮຽນທັ້ງພາກທິດສະດີ ແລະ ໃນພາກທັກສະນະພື້ນທີ່ຕົວຈິງໃນຄັ້ງນີ້ ໄດ້ເຮັດໃຫ້ຜູ້ເຂົ້າຮ່ວມສາມາດຖອດຖອນບົດຮຽນ ແລະ ໄດ້ຈັດຕັ້ງປະຕິບັດພາກປະຕິບັດຕົວຈິງ ເຕັກນິກການຂະຫຍາຍພັນປະກົດເຫັນໄດ້ວ່ານັກສຶກສາ ມີຄວາມເຂົ້າໃຈ ແລະ ຈັດຕັ້ງປະຕິບັດໄດ້ດີສົມຄວນ.

WhatsApp Image 2023-06-20 at 16.37.13 (1) WhatsApp Image 2023-06-20 at 16.37.13 WhatsApp Image 2023-06-20 at 16.36.09 (2) WhatsApp Image 2023-06-20 at 16.36.09 (1)

ໂດຍ: ແວວປະເສີດ ຄຳພາພົງຜ່ານ

ໂທ: 020 59255660

ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ