National Agriculture and Forestry Research Institute

ະິ

       ການສຶກສາຊະນິດປາຢູ່ໃນສປປລາວ ແມ່ນໄດ້ເລີ່ມມາໄດ້ຫລາຍປີເຊິ່ງມີຫຼາຍພາກສ່ວນ ແລະ ຫຼາຍຊ່ຽວຊານຊີວະວິທະຍາເຂົ້າມາສຶກສາ. ທ່ານ ໂມຣິກ ກົດເທີລັດ (Maurice Kottelat) ຊ່ຽວຊານຊີວະວິທະຍາປາ ເປັນຜູ້ໜຶ່ງ ທີ່ໄດ້ເຂົ້າມາສຶກສາປາແຕ່ປີ 1996, ທ່ານໄດ້ຂຽນປື້ມຊະນິດປາຢຸ່ໃນລາວ ອອກມານຳໃຊ້ໃນປີ 2001 ປື້ມດັ່ງກ່າວແມ່ນໄດ້ຮ່ວມກັບກົມລ້ຽງສັດ ແລະ ການປະມົງ, ສູນຄົ້ນຄວ້າ ການປະມົງ ແລະ ພາກສ່ວນສຶກສາສິ່ງແວດລ້ອມໃນການສ້າງເຂື່ອນຫຼາຍແຫ່ງໃນຊຸມປີ 1999 ແຕ່ຂໍ້ມູນສ່ວນໃຫຍ່ໃນປື້ມເປັນຊະນິດປາທີ່ມີຢູ່ໃນແມ່ນ້ຳຂອງ ແລະ ແມ່ນໍ້າສາຂານໍ້າຂອງ. ມາຮອດປະຈຸບັນຍັງມີບາງຂໍ້ມູນກ່ຽວກັບຊະນິດປາຢູ່ໃນບາງພາກບາງແມ່ນ້ຳຂອງລາວ ຍັງບໍ່ທັນໄດ້ສຶກສາເຊັ່ນ: ນ້ຳໂມ້, ນ້ຳມັດ ແລະ ນ້ຳເນີນ ເຊິ່ງນອນໃນແຂວງຊຽງຂວາງ ແລະ ແຂວງ ຫົວພັນ ເຊິ່ງແມ່ນ້ຳດັ່ງກ່າວ ເປັນແມ່ນ້ຳທີ່ໄຫຼໄປສູ່ວຽດນາມ ເຊິ່ງອາດມີຊະນິດປາທີ່ແຕກຕ່າງກັບແມ່ນ້ຳຂອງ ແລະ ແມ່ນ້ຳສາຂານ້ຳຂອງ. ຈຸດປະສົງຂອງການລົງຄັ້ງນີ້ ແມ່ນເພື່ອສຶກສາຄວາມຫຼາກຫຼາຍທາງຊີວະວິທະຍາ ແລະ ເກັບຕົວຢ່າງປາ, ເຂດແມ່ນ້ຳໂມ້, ນ້ຳມັດ ແລະ ນ້ຳເນີນ ແຂວງຊຽງຂວາງ ແລະ ແຂວງຫົວພັນ. ການລົງສຶກສາໃນຄັ້ງນີ້ອີງຕາມຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງພະນັກງານລົງເຄື່ອນໄຫວວຽກງານຢູ່ທ້ອງຖິ່ນ ເລກທີ 0440/ສກປພ. ລົງວັນທີ 24 ເມສາ 2023. ໃນລະຫວ່າງວັນທີ 04 ເມສາ-15 ພຶດສະພາ 2023,  ມີ ທ່ານ ຖາວອນ ພົມມະວົງ ວິຊາການ ຈາກສູນຄົ້ນຄວ້າການປະມົງ ພ້ອມຊ່ຽວຊານ 1 ທ່ານ ໄດ້ລົງປະສານກັບ ພະແນກກະສິກຳ ແລະ ປ່າໄມ້ ແຂວງຊຽງຂວາງ, ຂະແໜງລ້ຽງສັດ ແລະ ການປະມົງ ແລະ ສົມທົບກັບພະນັກງານຫ້ອງການກະສິກຳ ແລະ ປ່າໄມ້ຂອງ ເມືອງໝອກ ແລະ ເມືອງຄຳ ລົງສຳຫຼວດ ແລະ ເກັບຕົວຢ່າງຕາມແມ່ນ້ຳ ແລະ ສາຂາແມ່ນ້ຳ ທີ່ກ່າວມາຂ້າງເທິງນັ້ນ.

ຜ່ານການລົງສຳຫຼວດ 19 ຈຸດ ຢູ່ໃນ 15 ບ້ານ 2 ເມືອງ (ມ. ໝອກ ແລະ ມ. ຄຳ) ຂອງແຂວງ ຊຽງຂວາງ ແລະ ຫົວພັນ ສາມາດພົບປາຫຼາຍກ່ວາ 36 ຊະນິດ ໃນ 12 ຄອບຄົວ, ເຊິ່ງຕົວຢ່າງປາຈະໄດ້ນໍາໄປປຽບທຽບວິໄຈໃນຫ້ອງທົດລອງ ແລະ ເກັບຮັກສາ, ຢູ່ປະເທດ ສະວິດເຊີແລນ, ຄາດວ່າທ້າຍປີ 2023 ຈະສຳເລັດໃນການປຽບທຽບວິໄຈ. ຈຸດດີ: ການລົງສຳຫຼວດໃນຄັ້ງນີ້ແມ່ນໄດ້ໄປຕາມແຜນການທີ່ວາງໄວ້, ທຸກພາກສ່ວນຈາກທ້ອງຖິ່ນໄດ້ຕ້ອນຮັບ ແລະ ໃຫ້ຄວາມຮ່ວມມືເປັນຢ່າງດີ. ຂໍ້ຫຍູ້ງຍາກ ແລະ ແນະນຳ: ຍ້ອນຈຸດລົງສຳຫຼວດເປັນເຂດພູສຸງຊັນຫ່າງໄກຈາກແຂວງ ແລະ ເປັນຊ່ວງລະດູຝົນ. ດັ່ງນັ້ນ, ຈິ່ງເສຍເວລາໃນການເດີນທາງ, ພົບຄວາມຫຍູ້ງຍາກໃນການຕິດຕໍ່ພົວພັນກັບອຳນາດການປົກຄອງບ້ານ ແລະ ຊາວບ້ານໃນແຕ່ລະຈຸດທີ່ລົງສຳຫລວດ ເພາະເປັນລະດູການຜະລິດກະສິກຳ.

ໂດຍ: ຖາວອນ ພົມມະວົງ, ສູນຄົ້ນຄວ້າການປະມົງ

ຫດຫ ດເ່ ຂບຊ