National Agriculture and Forestry Research Institute

_MG_8048 _MG_8111

          ໃນລະຫວ່າງວັນທີ 6-9 ມິຖຸນາ 2023 ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ “ພາຍໃຕ້ການຮ່ວມມື ໂຄງການລ້ານຊ້າງ-ແມ່ນ້ຳຂອງ ເພື່ອຍົກສູງກຳລັງການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ດ້ວຍການປັບປຸງລະບົບຕ່ອງໂສ້ມູນຄ່າ ການປູກມັນຕົ້ນ ແລະ ການນຳໃຊ້ຄື: ມັນຕົ້ນທີ່ສະອາດ, ແປ້ງມັນຕົ້ນ, ປັບປຸງແກ້ໄຂ. ໂຄງການຜະລິດແປ້ງ, ເອທານອນ ແລະ ອາຍແກັສຊີວະພາບ (TTC)”  , ໄດ້ຈັດເຝິກອົບຮົມໃນຫົວຂໍ້ “ການປູກມັນຕົ້ນ: ເຕັກນິກການປູກມັນຕົ້ນໃຫ້ມີຄວາມຢືນຍົງ”. ຂຶ້ນຢູ່ທີ່ສະໂມສອນສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ(NAFRI) ໂດຍໄດ້ຮັບກຽດເປັນປະທານຮ່ວມຂອງທ່ານ ປອ ນາງ ໃຈ ບຸນພະນຸໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ສຈ.ດຣ. ອາຈານ ຈັນດາວົງ ສົມບັດ ຈາກມະຫາວິທະຍາໄລແຫ່ງຊາດ, ທ່ານ ດຣ ວະລິນທອນ ສົງຄະສິລີ ຜູ້ອານວຍການໜ່ວຍວິໄຈ ວິສະວະກຳ ຊີວະ-ເຄມີ ແລະ ຊີວະວິທະຍາ, ສູນພັນທຸກຳ ແລະ ເຕັກໂນໂລຊີຊີວະພາບແຫ່ງປະເທດໄທ(BIOTEC), ມີຮອງຫົວໜ້າສະຖາບັນ, ຮອງຫົວໜ້າສູນ, ນັກຄົ້ນຄວ້າ. ເຊິ່ງມີຜູ້ເຂົ້າຮ່ວມການເຝິກອົບຮົມທັງໝົດ 23 ທ່ານ ຍິງ 6 ທ່ານ ທີ່ມາຈາກຫ້ອງການເມືອງ, ພະແນກ ກະສິກຳ ແລະ ປ່າໄມ້ ທົ່ວປະເທດ, ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລ ສະຫວັນນະເຂດ, ບໍລິສັດ 3 F  ແລະ ສະມາຄົມມັນຕົ້ນລາວ.

ໂດຍການເປັນຄູຝຶກຂອງຊ່ຽວຊານຜູ້ຊຳນານທາງດ້ານມັນຕົ້ນຈາກ ອາຈານວິທະຍາໄລກະເສດເສດ(KU ປະເທດໄທ,), ມະຫາວິທະຍາໄລເຕັກໂນໂລຊີ ທົນບູລີ (KMUTT,ປະເທດໄທ), ຄູເຝິກຈາກສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ແລະ ຊ່ຽວຊານໂຄງການ(CIAT). ຈຸດປະສົງໃນການເຝິກອົບຮົມເພື່ອເສີມຂະຫຍາຍຄວາມຮູ້ ແລະ ຄວາມສາມາດ, ສ້າງຄວາມເຂັ້ມແຂງທາງດ້ານວິຊາການໃຫ້ພະນັກງານວິຊາການທີ່ເປັນເປົ້າໝາຍໃນການເປັນຄູເຝິກຢູ່ແຕ່ລະທ້ອງຖິ່ນໃນການຜະລິດມັນຕົ້ນ, ປະກອບສ່ວນປັບປຸງລະບົບຕ໋ອງໂສ້ມູນຄ່າ ແລະ ຊີວິດການເປັນຢູ່ໂດຍລວມຂອງຊາວກະສິກອນ ແລະ ເປັນການເຜີຍແຜ່ຜົນສຳເລັດຂອງການຄົ້ນຄວ້າອອກສູ່ສັງຄົມໃຫ້ຫຼາຍຂຶ້ນ.

ການຈັດຕັ້ງປະຕິບັດໃນການເຝິກອົບຮົມໄດ້ແບ່ງອອກໄປ 2 ພາກຄື: (1). ພາກທິດສະດີ ໄດ້ນຳສະເໜີຜ່ານບົດພາວເວີພ້ອຍ ເຊິິ່ງນັກສຳມະນາກອນໄດ້ແລກປ່ຽນ ແລະ ຮຽນຮູ້ກ່ຽວກັບບັນຫາ, ສະພາບລວມຂອງການຜະລິດມັນຕົ້ນຢູ່ ສປປ ລາວ, ເຕັກນິກການຍົກສະມັດຕະພາບຜົນຜະລິດ, ຄວາມສຳຄັນຂອງທ່ອນພັນ,ເຕັນນິກການຄັດເລືອກທ່ອນພັນ, ການຂະຫຍາຍທ່ອນພັນແບບປອດພະຍາດ, ການກຽມດິນ ແລະ ວິທີປູກ, ການວິເຄາະບັນຫາຂອງທາດອາຫານ ແລະ ການໃສ່ຝຸ່ນ, ການນຳໃຊ້ນ້ຳເຂົ້າໃນການປູກມັນຕົ້ນ, ພະຍາດທີ່ລະບາດໃນ ສປປ ລາວ,  ການປ້ອງກັນ ແລະ ກຳຈັດສັດຕູພືດ.(2). ພາກປະຕິບັດໂຕຈິງ ນັກສຳມະນາກອນໄດ້ລົງເຄື່ອນໄຫວຢ້ຽມຢາມ, ສຳຫຼວດຫ້ອງທົດລອງພະຍາດພືດ, ຢ້ຽມຊົມການຂະຫຍາຍພັນຂອງຕົ້ນໃນເຮືອນຮົ່ມ, ຊົມການສາທິດການວາງສະແດງແນວພັນທີ່ທົນທານຕໍ່ພະຍາດ, ພ້ອມທັງໄດ້ຮັບຄວາມຮູ້ຕົວຈິງກ່ຽວກັບແນວພັນມັນຕົ້ນ. ນອກຈາກນັ້ນຜູ້ເຂົ້າຮ່ວມໄດ້ມີໂອກາດນຳເອົາການຮຽນຮູ້ລົງສູ່ພາກປະຕິບັດຕົວຈິງ ໂດຍການເຮັດການວິເຄາະໃນຫ້ອງທົດລອງກ່ຽວກັບຄຸນສົມບັດຂອງດິນ.

ຜ່ານການເຝິກອົບຮົມມາເປັນໄລຍະເວລາ 4 ວັນກໍໄດ້ສໍາເລັດລົງດ້ວຍຄວາມຟົດຟື້ນ ເຊິ່ງນັກສຳມະນາກອນໄດ້ຄວາມຮູ້, ຄວາມເຂົ້າໃຈໃນການປູກມັນຕົ້ນ ຈາກການເຝິກອົບຮົມໃນຄັ້ງນີ້ ແລະ ຕອນທ້າຍໂດຍຮັບກຽດຈາກທ່ານ ປອ ນາງ ຈັນທະຄອນ ບົວລະພັນ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ໂອ້ລົມໃຫ້ທິດຊີ້ນຳໃຫ້ແກ່ນັກສຳມະນາກອນ ແລະ ກ່າວປິດການເຝິກອົບຮົມ ແລະ ໄດ້ມອບໃບຢັ້ງຢືນໃຫ້ນັກສຳມະນາກອນຈຳນວນ 23 ທ່ານເພື່ອໄປເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານ ແລະ ເຜີຍແຜ່ໃຫ້ຊາວກະສິກອນໄດ້ນຳໃຊ້ໃຫ້ທົ່ວເຖິງ.

_MG_8122 _MG_8213 _MG_8512 _MG_8550 _MG_8615 _MG_8720 _MG_8751 _MG_8754 _MG_8802_MG_8932

ພາບ-ຂ່າວ: ຈັນທະສອນ ມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້

ກວດແກ້: ສຸລິວົງ ກອງມະນີວົງ,ຫົວໜ້າກຸ່ມຄູ້ມຄອງຫ້ອງສະໝຸດ, ຖານຂໍ້ມູນ ແລະ ຮູບແບບການຮຽນຮູ້

ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້