National Agriculture and Forestry Research Institute

_MG_7723 _MG_7770

         ໃນວັນທີ 11 ພຶດສະພາ 2023 ສູນຄົ້ນຄວ້າປ່າໄມ້, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ອົງການກອງທຶນອະນຸລັກທຳມະຊາດໂລກປະຈໍາລາວ(WWF – Laos) ໄດ້ຈັດກອງປະຊຸມ ລາຍງານຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດກິດຈະກໍາໂຄງການ ຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງແບບຍືນຍົງໄລຍະ 6 ປະຈຳປີ 2022 ແລະ ຜ່ານແຜນປະຈຳປີ 2023 ຂຶ້ນທີ່ ໂຮງແຮມສິນສະໄໝ, ເມືອງ ສາລະວັນ, ແຂວງ ສາລະວັນ ໃຫ້ກຽດເປັນປະທານຮ່ວມຂອງທ່ານ ປອ.ຈັນສະໝອນ ພົງອຸດົມ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ ວັງປະເສີດ ບຸນເອື້ອວົງສາ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງສາລະວັນ, ມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 48 ໃນນັ້ນ ມີຍິງ 6 ທ່ານ, ຊຶ່ງມາຈາກ ກະຊວງ ອຸດສາຫະກໍາ ແລະ ການຄ້າ, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ສູນຄົ້ນຄວ້າປ່າໄມ້, ຜູ້ປະສານງານໂຄງການຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ, ຜູ້ຈັດການໂຄງການ, ຄະນະຊີ້ນຳໂຄງການຂັ້ນແຂວງ, ຂັ້ນເມືອງ ຈາກ 7 ເມືອງ ຢູ່ໃນ 3 ແຂວງ (ແຂວງ ບໍລິຄຳໄຊ, ເຊກອງ ແລະ ສາລະວັນ) ແລະ ອົງການຈັດຕັ້ງທາງສັງຄົມ (ພັນຖິ່ນວິສະຫະກິດທາງສັງຄົມ, ສະມາຄົມອະນຸລັກສິ່ງແວດລ້ອມ ແລະ ສ້າງຄວາມເຂັັ້ມແຂງໃຫ້ຊຸມຊົນ (ສອສຊ).
ຈຸດປະສົງແມ່ນ ເພື່ອລາຍງານຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດໂຄງການ ໃນປີທີ່ຜ່ານມາ, ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດຜ່ານມາ ທີ່ໄດ້ຈັດຕັ້ງປະຕິບັດໃນແຕ່ລະແຂວງ ແລະ ວາງແຜນການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການ ໃນຕໍ່ໜ້າ ປະຈຳປີ 2023 ຂອງແຕ່ລະແຂວງ.
ໂຄງການຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງແບບຍືນຍົງໄລະຍ VI ແມ່ນໄດ້ຈັດຕັ້ງປະຕິບັດຢູ່ 3 ແຂວງຄື: ແຂວງ ບໍລິຄໍາໄຊ, ເຊກອງ ແລະ ສາລະວັນ ນັບແຕ່ປີ 2022 ເປັນຕົ້ນມາຈົນເຖິງປະຈຸບັນ ໄດ້ຮັບທຶນສະໜັບສະໜູນຈາກອົງການກອງທຶນອະນຸຮັກທຳມະຊາດໂລກປະຈຳ ສປປ ລາວ (WWF-Laos), ບໍລິສັດ IKEA ແລະ ອົງການ SIDA ເພື່ອສືຕໍ່ຈັດຕັ້ງປະຕິບັດໂຄງການຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງແບບຍືນຍົງໄລຍະ VI (ປີ 2022 ຫາ ປີ 2023) ຊຶ່ງມີມູນຄ່າໂຄງການທັງໝົດຈຳນວນ 321,800ໂດລາ ສະຫະລັດ, ໄດ້ສຸມໃສ່ 4 ຈຸດປະສົງສະເພາະ ຄື: 1) ສ້າງຄວາມເຂັ້ມແຂງ ແລະ ການເສີມຂະຫຍາຍການຄຸ້ມຄອງຈັດສັນ ພື້ນທີ່ປ່າໄມ້ທຳມະຊາດໂດຍະເພາະປ່າຫວາຍ ແລະ ໄມ້ປ່ອງໃນທຳມະຊາດ ແບບຍືນຍົງ; 2) ສົ່ງເສີມຄວາມຍືນຍົງ ແລະ ຄວາມຖືກຕ້ອງຕາມລະບຽບກົດໝາຍຂອງລະບົບຕ່ອງໂສ້ການສະໜອງຫວາຍ ແລະ ໄມ້ປ່ອງ ແລະ ເຊື່ອມໂຍງກັບຕະຫຼາດ, 3) ສະໜັບສະໜູນການດຳລົງຊີວິດ ແບບຍືນຍົງ ແລະ ທົນຕໍ່ກັບສະພາບອາກາດ ໂດຍຜ່ານການປັບປຸງການຄຸ້ມຄອງຈັດສັນປ່າໄມ້ ແລະ ການເພີ່ມພູນ ທັກສະໃນການຜະລິດ ແລະ 4) ການສຶກສາການປະເມີນຕ່ອງໂສ້ມູນຄ່າເພີ່ມຫວາຍໃນລາວ ຢ່າງຮອບດ້ານຊຶ່ງໄດ້ຈັດຕັ້ງປະຕິບັດຢູ່ 30 ບ້ານ, ໃນ 7 ເມືອງ ແລະ 3 ແຂວງ ຊຶ່ງໃນນັ້ນແມ່ນ 28 ບ້ານ ເປັນພື້ນທີ່ຂອງໂຄງການທີ່ຜ່ານມາ ແລະ ບ້ານໃໝ່ 2 ບ້ານ. ນອກນີ້ຍັງໄດ້ມີການສົ່ງເສີມ ການກ້າເບ້ຍຫວາຍ, ປູກຫວາຍເອົາຍອດ ທີ່ເປັນການສ້າງລາຍຮັບ ແລະ ເປັນການປະກອບສ່ວນໃນວຽກງານຄ້ຳປະກັນ ດ້ານສະບຽງອາຫານ ແລະ ການຫຼຸດຜ່ອນຄວາມທຸກຍາກ ຂອງຊຸມຊົນໃນເຂດ ບ້ານເປົ້າໝາຍຂອງໂຄງການ ແລະ ການສົ່ງເສີມ ການປູກຫວາຍເສີມກ້ອງປ່າ ເພື່ອເພີ່ມຄວາມໜາແໜ້ນຫວາຍໃນປ່າທໍາມະຊາດ.
ໃນກອງປະຊຸມ ສະຫລຸບລາຍງານຜົນສຳເລັດການຈັດຕັ້ງປະຕິບັດກິດຈະກຳ ຂອງໂຄງການໃນປີ 2022, ສິ່ພ້ອມທັງລາຍງານ ບັນຫາ ສີ່ງທ້າທາຍ ແລະ ບົດຮຽນທີ່ຖອດຖອນໄດ້ ຕໍ່ການຈັດຕັ້ງປະຕິບັດໂຄງການ ແລະ ສະເໜີແຜນປີ 2023, ບັນດາ ຄະນະຊີ້ນຳໂຄງການກໍໄດ້ປະກອບຄໍາຄິດຄຳເຫັນ ແລະ ຊີ້ແນະຕໍ່ການລາຍງານ ແລະ ແຜນປີໃນຕໍ່ໜ້າ, ພ້ອມທັງໃຫ້ການປຶກສາຫາລືຫາວິທີແກ້ໄຂ ຕໍ່ບັນຫາທີ່ພົບພໍ້ ແລະ ຊອກຫາທາງອອກຮ່ວມກັນຢ່າງສ້າງສັນ ແລະ ປັບປຸງໃນຕໍ່ໜ້າ. ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດອັນຟົດຟື້ນ ແລະ ໄດ້ປິດລົງໃນເວລາ 15:30 ໂມງ ໃນວັນດຽວກັນ.

IMG_6582 IMG_6549 IMG_6526 IMG_6491 _MG_7761 _MG_7749 _MG_7746 _MG_7745

ພາບ-ຂ່າວໂດຍ: ຈັນທະສອນ ມະນີວົງ,

ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້