National Agriculture and Forestry Research Institute

ິີພິ

ການສຶກສາຊະນິດປານ້ອຍ ແມ່ນເພື່ອຕິດຕາມ ຫລື ເກັບຂໍ້ມູນທີ່ສຳຄັນທາງດ້ານການປະມົງ ໂດຍການສະໜັບສະໜູນຈາກໂຄງການ Fish larvae Drift Monitoring (FLDM/MRC) ເຊິ່ງເຊື່ອກັນວ່າປາຫຼາຍຊະນິດໃນແມ່ນ້ຳຂອງ ຈະເຄື່ອນຍ້າຍຖິ່ນຖານເພຶ່ອໄປວາງໄຂ່ (Poulsen et al 2004,Baird et al 2003). ໄຂ່ ແລະ ລູກປານ້ອຍ (ຕົວອ່ອນ) ທີ່ວາງໄຂ່ແລ້ວກໍລອຍກັບຄືນໄປມາຢູ່ຕາມແມ່ນ້ຳ ແລະ ທົ່ງທີ່ມີນໍ້າຖ້ວມລຸ່ມນ້ຳ. ຂໍ້ມູນດັ່ງກ່າວຈະຊ່ວຍຊອກຫາອົງປະກອບຕ່າງໆຂອງຊະນິດພັນ, ປະລິມານຂອງລູກປາ (ຄວາມອຸດົມສົມບູນ), ຄວາມໜາແໜ້ນ ແລະ ຄວາມຫຼາກຫຼາຍຂອງຊະນິດພັນ ລວມໄປເຖີງພື້ນທີ່ ຫຼື ແຫຼ່ງວ່າງໄຂ່ຂອງປາ. ເປົ້າໜາຍລວມໃນການສຶກສາແມ່ນເປັນຕົວຊີ້ວັດຜົນຜະລິດການປະມົງໃນເຂດລຸ່ມແມ່ນໍ້າຂອງ (LMB) ເຊີ່ງສາມາດປະເມີນແນວໂນ້ມທ່າອ່ຽງຂອງການປະມົງ, ຮູ້ວິທີການຕິດຕາມ ແລະ ປະເມີນຜົນກະທົບຂອງການຄຸ້ມຄອງນ້ຳ ແລະ ອ່າງ. ການສຶກສາໃນຄັ້ງນີ້ແມ່ນໄດ້ປະຕິບັດໃນຊ່ວງລະດູຝົນ ລະຫ່ວາງ ເດືອນ ມີຖຸນາ ຫາ ເດືອນ ກັນຍາ 2022 ຢູ່ 2 ແຂວງ ໃນເຂດແມ່ນໍ້າຂອງ ຢູ່ເມືອງປະທຸມພອນ ແຂວງ ຈໍາປາສັກ ແລະ ແມ່ນໍ້າເຊກອງ ເມືອງ ສາມັກຄີໄຊ ແຂວງອັດຕະປື.

ໂດຍມີຈຸດປະສົງ: ເພື່ອສຶກສາຄວາມອຸດົມສົມບູນ/ຄວາມຫຼາກຫຼາຍຊະນິດ, ປະເມີນປະລິມານ ແລະ ຄວາມໜາແໜ້ນຂອງລູກປານ້ອຍ, ສົມທຽບຄວາມຫຼາກຫຼາຍຊະນິດປາໃນແມ່ນໍ້າຂອງ ແລະ ແມ່ນ້ຳເຊກອງ ແລະ ປະເມີນພື້ນທີ່ການວາງໄຂ່ຂອງປາ. ໂດຍການນຳໃຊ້ດາງທີ່ເປັນຮູບຈວຍ (Bongo net) ເກັບຕົວຢ່າງ ແລະ ກໍານົດເກັບ 4 ເທື່ອຕໍ່ມື້ ເກັບຢູ່ (ຝັ່ງຊ້າຍ ແລະ ຝັ່ງຂວາ) ຂອງແມ່ນໍ້າ ໃນທຸກໆ 6 ຊົ່ວໂມງ (6: 00, 12: 00, 18: 00 ແລະ 24: 00 ຊົ່ວໂມງ) ເປັນເວລາ 30 ນາທີ. ຜົນຂອງການສືກສາໃນຄັ້ງນີ້ຢູ່ເຂດແມ່ນນໍ້າຂອງ ພົບວ່າຊະນິດລູກປານ້ອຍ 13 ຕະກຸນ(Genus), 7 ຄອບຄົວ (Family) ຢູ່ຝັ່ງເບື້ອງຂວາ ແລະ 33 ຕະກຸນ (Genus), 19 ຄອບຄົວ (Family) ຝັ່ງເບື້ອງຊ້າຍ. ແລະ ຜົນຂອງການເກັບຕົວຢ່າງຢູ່ຝັ່ງຂວາຂອງແມ່ນ້ຳເຊກອງ, ແມ່ນພົບຊະນີດລູກປານ້ອຍ 15 ຕະກຸນ (Genus), 8 ຄອບຄົວ (Family) ແລະ 41 ກຸ່ມປາ (Genus) 22 ຄອບຄົວ (Family) ຢູ່ຝັ່ງເບື້ອງຊ້າຍ. ການສຶກສາຍັງພົບອີກວ່າ ໃນທັງ 2 ແມ່ນໍ້ານີ້ພົບວ່າກຸ່ມປາເກັດ Cyprinidae ພົບຫຼາຍກວ່າໝູ່ຢູ່ແມ່ນໍ້າຂອງ ກວມເອົາ 26% ຫາ 46% ຂອງຄອບຄົວທັງໝົດທີ່ພົບໃນການເກັບຕົວຢ່າງ ໂດຍສະເລ່ຍຄວາມໜາແໜ້ນຂອງ ຕະກຸນ ທີ່ພົບສໍາລັບຢູ່ນໍ້າຂອງໃນຊ່ວງເດືອນສີງຫາຢູ່ຝັ່ງຂວາ ພົບໂດຍສະເລ່ຍແມ່ນ 33 ໂຕ/ການເກັບຕົວຢ່າງ 1 ຄັ້ງ (33 inds/sample) ຫຼື ເທົ່າກັບ 23 ໂຕ/ບໍລິມາດນໍ້າ 1,000 ແມັດກ້ອນ (23 inds/1000m3) ຢູ່ຝັ່ງຊ້າຍພົບໂດຍສະເລ່ຍແມ່ນ 64 ໂຕ/ການເກັບຕົວຢ່າງ 1 ຄັ້ງ (64 inds/sample) ຫຼື ເທົ່າກັບ 290 ໂຕ/ບໍລິມາດນໍ້າ 1,000 ແມັດກ້ອນ (290 inds/1000m3). ສວນຢູ່ແມ່ນໍ້າເຊກອງແມ່ນພົບຢູ່ຝັ່ງຂວາໃນຊ່ວງເດືອນມິຖຸນາ ແລະ ເດືອນກັນຍາ ສະເລ່ຍ 1-2 ໂຕ/ການເກັບຕົວຢ່າງ 1 ຄັ້ງ (1-2 inds/sample) ຫຼື ເທົ່າກັບ 5-7 ໂຕ/ບໍລິມາດນໍ້າ 1,000 ແມັດກ້ອນ (5-7 inds/1000m3) ແລະ ພົບຢູ່ຝັ່ງຊ້າຍໃນຊ້ວງເດືອນມິຖຸນາ ສະເລັຍ 12 ໂຕ/ການເກັບຕົວຢ່າງ 1 ຄັ້ງ (12 inds/sample) ຫຼື ເທົ່າກັບ 154 ໂຕ/ບໍລິມາດນໍ້າ 1,000 ແມັດກ້ອນ (154 inds/1000m3). ທາງດ້ານຄວາມຫຼາກຫຼາຍທາງດ້ານຊະນິດຢູ່ຂອງແມ່ນໍ້າຂອງຢູ່ດ້ານຊ້າຍ (H’= 1.27) ສູງກວ່າດ້ານຂວາ (H’= 0.90). ຄວາມຫຼາກຫຼາຍທາງດ້ານຊະນິດ ຂອງແມ່ນ້ຳເຊກອງຢູ່ເບື້ອງຊ້າຍ (H’= 2.71) ສູງກວ່າດ້ານຂວາ (H’= 2.48). ຄວາມຫຼາກຫຼາຍຢູ່ເບື້ອງຊ້າຍ ຂອງແມ່ນ້ຳ ທັງສອງແມ່ນມີຄວາມຫຼາກຫຼາຍ ກວ່າດ້ານຂວາ ເພາະວ່າຢູ່ເບື້ອງຂວາ ພົບປານ້ອຍ ອຸດົມສົມບູນກວ່າດ້ານຊ້າຍ. ຄວາມຄ້າຍຄືກັນທາງດ້ານຊ້າຍ ແລະ ຂວາແມ່ນ 20.11% ໃນແມ່ນໍ້າຂອງ ແລະ ໃນແມ່ນໍ້າເຊກອງ ຄວາມຄ້າຍຄືກັນລະຫວ່າງຊ້າຍ ແລະ ຂວາແມ່ນ 52.25% ໃນດ້ານຄວາມອຸດົມສົມບູນຂອງລູກປາ. ໃນແມ່ນໍ້າເຊກອງ (H’= 2.73) ມີຄວາມຫຼາກຫຼາຍກວ່າແມ່ນໍ້າຂອງ (H’= 1.23). ຄວາມຄ້າຍຄືກັນຂອງຄວາມຫຼາກຫຼາຍຂອງຊະນິດພັນລະຫວ່າງແມ່ນໍ້າຂອງ ແລະ ເຊກອງ ແມ່ນ 49,39%. ຄວາມຍາວຂອງປາຢາງ (Pangasius conchophilus) 7mm-8mm, ອາຍຸປະມານ 4-7days, ຄວາມຍາວຂອງ Laides (ປາຍອນ) 7mm-13mm, ຄາດຄະເນປະມານ 4 ມື້. ຄວາມຍາວຂອງ Barbonymus sp (ປາປາກ)., ແມ່ນ 8 mm-11 mm, Labiobarbus sp (ປາເພ້ຍ)., ແມ່ນ 7 mm, Puntioplites sp (ປາສະກາງ)., ແມ່ນ 4mm-7mm ແລະຄວາມຍາວຂອງ Micronema sp (ປານາງ)., ແມ່ນ 4mm-7mm. ໂດຍທົ່ວໄປ ນ້ຳໄຫຼສະເລ່ຍປະມານ 90-100 ຊຕມ/ວິນາທີ ໃນແຕ່ເດືອນມິຖຸນາ ຫາ ເດືອນ ກັນຍາ ໃນແມ່ນໍ້າຂອງ ແລະ ແມ່ນໍ້າເຊກອງ. ລູກປານ້ອຍທັງໝົດທີ່ລອຍຢູ່ໃນຊ່ວງເວລານີ້ ໂດຍອີງໃສ່ການໄຫຼວຽນຂອງປາແມ່ນໄດ້ຊີ້ໃຫ້ເຫັນວ່າແຫຼ່ງທີ່ຢູ່ອາໄສ ຫຼື ແຫຼ່ງວ່າງໄຂ່ ແມ່ນຢູ່ເທີງເໜືອສາຍນໍ້າ ຂອງຫ່າງຈາກຈຸດເກັບຕົວຢ່າງ ຫຼາຍກວ່າ 300 ກິໂລແມັດ.

ຸີຸຄີ                                                       ພີູ

                                                                   ຈໍານວນຕົວຢ່າງປານ້ອຍທັງໝົດທີ່ເກັບໄດ້ຈາກສະໜາມຕໍ່ຄັ້ງ                         ທີມງານໄຈ້ແຍກ ແລະ ວິເຄາະຊະນີດປານ້ອຍ ທີ່ຫ້ອງທົດລອງ ສູນຄົ້ນຄວ້າການປະມົງ

ໂດຍ: ວັນນິດາ ບົວລະພັນ,

ກຸ່ມວຽມສໍາຫຼວດຊັບພະຍາກອນສັດນໍ້າ, ສູນຄົ້ນຄວ້າການປະມົ