National Agriculture and Forestry Research Institute

WhatsApp Image 2022-04-07 at 08.35.37 (1)

ຂ່າວໂດຍ: ພັດທະນາ ແສງອຸ່ນແກ້ວ

ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ

          ໃນວັນທີ່ 6 ເມສາ 2022, ທີ່ຜ່ານມາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ສະຖາບັນຄົ້ນຄວ້າກະສິກໍາປ່າໄມ້ ແລະ ພັດທະນາຊົນນະບົດຮ່ວມກັບໂຄງການປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (KRC) ໄດ້ຈັດຝຶກອົບຮົມໃຫ້ແກ່ຊາວກະສິກອນກຸ່ມຜະລິດເຕັກນິກການຜະລິດພືດຜັກເປັນສິນຄ້າ ຂຶ້ນທີ່ຫ້ອງປະຊຸມຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໂດຍການເປັນປະທ່ານ ບຸນຖົມສົມພັນປັນຍາ ຮັກສາການຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ມີຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນ ເຊັນ ສູນຄົ້ນຄວ້າພືດຜັດ ແລະ ໄມ້ໃຫ້ໝາກ, ຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ນະຄອນຫຼວງວຽງຈັນ, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຫາດ ແລະ ຊາວກະສິກອນກຸມຜະລິດພືດຜັກ ບ້ານສິມມະໂນໃຕ້ ມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 28 ທ່ານ, ຍິງ 12 ທ່ານ. ການຝຶກອົບຮົມໄດ້ດໍາເນີນເປັນເວລາ 1 ວັນ ໂດຍຄຸ່ຝຶກຈາກສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ແລະ ຊຽວຊານຈາກປະເທດເກົາຫຼີ.

ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ 1). ເພື່ອສ້າງຄວາມເຂັ້ມແຂງທາງດ້ານຄວາມຮູ້ຄວາມສາມາດທາງດ້ານເຕັກນິກການຜະລິດພືດຜັກໃຫ້ເປັນສິນຄ້າ, 2). ປຶກສາຫາລື ແລະ ວາງແຜນການຜະລິດເພື່ອເຊື້ອມໂຍງກັບຕະຫຼາດ ແລະ ການມີສ່ວນຮ່ວມຂອງຜູ້ປະກອບການ. 3). ການລົງຢ້ຽມ ແລະ ແລກປ່ຽນຄວາມຮູ້ຢູ່ໃນພື້ນທີ່ການຄົ້ນຄວ້າໂຕຈິງຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ.

ການດໍາເນີນການຈັດຕັ້ງປະຕິບັດໃນການຝຶກອົບຮົມ ປະກອບມີ 3 ພາກ ຄື: (1). ພາກທິດສະດີ ນັກສໍາມະນາກອນໄດ້ແລກປ່ຽນ ແລະ ຮຽນຮູ້ກ່ຽວກັບບົດບາດ ແລະ ໜ້າທີຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ການອະນຸລັກແຫຼ່ງເຊື້ອພັນພືດ, ເຕັກນິກການປັບປຸງພັນພືດຜັກ, ເຕັກນິກການຜະລິດເມັດພັນພືດຜັກໃຫ້ມີຄຸນນະພາບ, ເຕັກນິກການເພິ່ມຜົນຜະລິດ ແລະ ຫຼຸດຕົ້ນທຶນການຜະລິດໂດຍສະເພາະໃນຊ່ວງລະດູຝົນ, ເຕັກນິກການຈັດການລະບົບການໃຫ້ນໍ້າແກ່ພືດຜັກທີ່ເໝາະສົມ, ເຕັກນິກການປູກຜັກປະເພດກິນໃບ, ເຕັກການປູກຜັກປະເພດກິນໝາກ ແລະ ເຕັກນິກການປູກຜັກກິນຫົວ, (2). ພາກປະຕິບັດໂຕຈິງນັກສໍາມະນາກອນໄດ້ປະຕິບັດກ່ຽວກັບການຄິດໄລ່ຕົ້ນທຶນການຜະລິດ, ການຈໍາແນກຊະນິດພືດຜັກ ແລະ ການຄັດເລືອກພືດຜັກສໍາລັບການປູກໃນເຮືອນຮົ່ມ ແລະ ເຕັກນິກການຂະຫຍາຍແນວພັນຜັກບົວແບ່ງ ແລະ  (3). ການລົງໄປຢ້ຽມຢາມ ແລະ ແລກປ່ຽນຄວາມຮູ້ ແລະ ປະສົບການຢູ່ໃນພື້ນທີ່ການຄົ້ນຄວ້າທົດລອງຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໝາກ ເຊັນ ພື້ນທີ່ການຄັດເລືອກແນວພັນໝາກເລັ່ນ, ການຄັດແນວພັນໝາກເຜັດ ແລະ ການຄັດເລືອກແນວພັນໝາກແຕງ. ນອກຈາກນັ້ນໄດ້ມີການປຶກສາຫາລື, ວາງແຜນການຜະລິດຜັກ ແລະ ການເຊື່ອມໂຍງກັບຕະຫຼາດໂດຍການມີສວນຮ່ວມຂອງຜູ້ປະ ກອບການ. ການຝຶກອົບຮົມໃນຄັ້ງນີ້ໄດ້ດໍາເນີນໄປດ້ວຍຄວາມຟົດຟື້ນ, ໄດ້ທັງບັນຍາກາດ ແລະ ຄວາມຮູ້ ເຊິ່ງເຫັນໄດ້ຈາກການແລກປ່ຽນທາງດ້ານປະສົບການໃນການຈັດຕັ້ງປະຕິບັດໂຕຈິງຢູ່ໃນພື້ນທີ່ຂອງຕົ້ນ ເຊິງນັກສໍາມະນາກອນແຕ່ລະພາກສ່ວນໄດ້ຊີ້ໃຫ້ເຫັນຈຸດດີ, ຈຸດອອນ, ໂອກາດ ແລະ ອຸປະສັກ ຂອງການຜະລິດພືດຜັກຢູ່ພາຍໃນພື້ນຂອງຕົນເອງ, ເຊິ່ງນັກສໍາມະນາກອນສ່ວນໃຫຍ່ຈະໃຫ້ຂໍ້ຄິດເຫັນເປັນສຽງດຽວກັນວ່າການຜະລິດພືດຜັກຍັງມີບັນຫາ ແລະ ຂໍ້ຈໍາກັດຢູ່ຫຼາຍດ້ານ ເຊັນ: ຕົ້ນທຶນການຜະລິດສູງ, ຄວາມບໍ່  ແໜ່ນອນຂອງຕະຫຼາດ, ບໍ່ມີການວາງແຜນການຜະລະລິດທີ່ດີ, ສະພາບການປ່ຽນແປງດິນຟ້າອາກາດ ແລະ ບັນຫາການລະບາດຂອງພະຍາດ ແລະ ແມງໄມ້, ຂໍ້ຈໍາກັດທາງດ້ານແນວພັນ ແລະ ຂໍ້ຈໍາກັດທາງດ້ານຄວາມຮູ້ດ້ານເຕັກນິກການປູກທີ່ຍົກສູງທາງດ້ານປະລິມານ ແລະ ຄຸນນະພາບຂອງຜົນຜະລິດພືດຜັກ ໂດຍສະເພາະການປູກໃນຊ່ວງລະດູຝົນ.

WhatsApp Image 2022-04-07 at 08.35.38 (1) WhatsApp Image 2022-04-07 at 08.35.38 WhatsApp Image 2022-04-07 at 08.35.37 WhatsApp Image 2022-04-07 at 08.35.37 (2) WhatsApp Image 2022-04-04 at 10.27.10 (1) 67o7o hrtj