National Agriculture and Forestry Research Institute

ສັດນໍ້າ ແມ່ນອົງປະກອບອັນນຶ່ງຂອງຕ່ອງໂສ້ອາຫານ ແລະ ມີບົດບາດສໍາຄັນຕໍ່ການຄໍ້າປະກັນທາງດ້ານສະບຽງອາຫານ ແລະ ໂພສະນາການ ຂອງປະຊາຊົນບັນດາເຜົ່າຂອງປະເທດລາວເຮົາ ໂດຍສະເພາະແມ່ນຊາວກະສິກອນທີ່ອາໄສຢູ່ເຂດພູດອຍ ທີ່ມີທາງເລືອກ ໃນການເຂົ້າເຖິງອາຫານທີ່ຈໍາກັດ ເຂົາເຈົ້າໄດ້ອາໄສ ການຫາສັດນໍ້າ ຕາມແມ່ນໍ້າ ແລະ ສາຍຫ້ວຍ ເພື່ອລ້ຽງຊີບ. ຍ້ອນການຂະຫຍາຍຕົວຂອງພົນລະເມືອງທີ່ມີການເພີ້ມຂື້ນ ເຮັດໃຫ້ຄວາມຕ້ອງການອາຫານ ຈາກສັດນໍ້າ ມີຫລາຍຂື້ນ ບວກກັບການພັດທະນາ ຂະຫຍາຍເນື້ອທີ່ດິນກະສິກໍາ ແລະ ໂຄງການພັດທະນາຕ່າງໆ ແລະ ສະພາບການປ່ຽນແປງຂອງດິນຟ້າອາກາດ ທີ່ສົ່ງຜົນກະທົບໂດຍກົງ ຕໍ່ແຫລ່ງທີ່ຢຸ່ອາໄສ ແລະ ການຂະຫຍາຍພັນ ຂອງສັດນໍ້າ ຢູ່ເຂດພູດອຍ ມີທ່າອ່ຽງລຸດລົງ, ຊຶ່ງໄດ້ສົ່ງຜົນກະທົບໂດຍກົງ ຕໍ່ການການດໍາລົງຊີວິດຂອງຊາວກະສິກອນ ທີ່ອາໄສການທໍາມາຫາກິນ ຕາມທໍາມະຊາດ ໂດຍສະເພາະແມ່ນສັດນໍ້າ ທີ່ເປັນແຫລ່ງສະໜອງທາດໂປເຕອີນ ຈາກສັດທີ່ສໍາຄັນ ຂອງເຂົາເຈົ້າ.

ໂດຍປະຕິບັດຕາມຍຸດທະສາດຂອງຂະແໜງການກະສິກໍາ ໃຫ້ໄປຕາມທິດສະອາດ, ສີຂຽວ ແລະ ຍືນຍົງ ແລະ ເຫັນໄດ້ຄວາມຈໍາເປັນຕ້ອງໄດ້ມີການຄຸ້ມຄອງ, ປົກປັກຮັກສາ ແລະ ນໍາໃຊ້ສັດນໍ້າ ຢູ່ເຂດພູດອຍ ບໍ່ໃຫ້ບົກແຫ້ງ. ສູນຄົ້ນຄວ້າການປະມົງ ຮ່ວມກັບ ກົມລ້ຽງສັດ ແລະ ການປະມົງ, ວິທະຍາໄລກະສິກໍາ ແລະ ປ່າໄມ້ພາກເໜືອ ໄດ້ຈັດຕັ້ງປະຕິບັດ ໂຄງການປັບປຸງແຫລ່ງປະສົມພັນ ແລະ ທີ່ຢູ່ອາໄສ ສັດນໍ້າເຂດພູດອຍ (Enhancing Aquatic Habitats in Upland Environments) ຢູ່ ບ້ານ ຊໍາອໍ້, ເມືອງ ຈອມເພັດ ແລະ ບ້ານ ຫ້ວຍໂຄດ, ເມືອງ ຊຽງເງິນ ແຂວງຫລວງພະບາງ. ໂຄງການນີ້ ແມ່ນໄດ້ຈັດຕັ້ງປະຕິບັດຢຸ່ ສປປ ລາວ ແລະ ກໍາປູເຈັຽ. ຢູ່ກໍາປູເຈັຽ ແມ່ນ ສະຖາບັນຄົ້ນຄວ້າ ແລະ ພັດທະນາການປະມົງນໍ້າຈືດ (Inland Fisheries Research and Development Institute) ເປັນຜູ້ຈັດຕັ້ງປະຕິບັດ ຢູ່ 2 ບ້ານ ໃນແຂວງ ພະວິຫານ. ໂຄງການດັ່ງກ່າວແມ່ນມີໄລຍະເວລາ 2 ປີ ເລີ້ມຈັດຕັ້ງປະຕິບັດ ມາແຕ່ທ້າຍປີ 2020 ແລະ ຈະສິ້ນສຸດລົງໃນທ້າຍປີ 2022. ໂຄງການນີ້ ແມ່ນໄດ້ຮັບທືນຊ່ວຍເຫລືອຈາກອົງການຊີດາ, ປະເທດສະວີເດັນ ໂດຍຜ່ານ ເຄື່ອຄ່າຍການຄົ້ນຄວ້າແບບຍືນນານ ໃນແມ່ນໍ້າຂອງ SUMERNET (Sustainable Mekong Research Network).

ຈຸດປະສົງຂອງໂຄງການ ແມ່ນເພື່ອສ້າງແຫລ່ງປະສົມພັນ ແລະ ທີ່ຢູ່ອາໄສ ໃຫ້ແກ່ສັດນໍ້າ ຢູ່ເຂດພູດອຍ ທີ່ມີນໍ້າໜ້ອຍ (ແຫ້ງແລ້ງ) ໂດຍການສ້າງຂຸມທຽມ ໃສ່ຕາມແຄມຫ້ວຍນ້ອຍ ທີ່ມີນໍ້າໃນລະດູຝົນ. ຂຸມທຽມດັ່ງກ່າວນອກຈາກຈະເປັນບ່ອນປະສົມພັນ ຂອງ ກົບ, ຂຽດ, ອື່ງ, ກຸ້ງ, ຫອຍ, ປູ ແລະ ແມງນໍ້າຕ່າງໆ ແລ້ວ ຍັງຈະເປັນບ່ອນສະໜອງນໍ້າ ໃຫ້ສິ່ງທີ່ມີຊິວີດ ໃນລະດູແລ້ງ ແລະ ເປັນບ່ອນອານຸລັກຊີວະນາໆພັນ ຂອງສັດນໍ້າ ຊຶ່ງຈະຫ້າມຈັບສັດນໍ້າທີ່ມີຢຸ່ໃນຂຸມທຽມ ໄປບໍລິໂພກ ແຕ່ ປະຊາຊົນສາມາດຈັບສັດດັ່ງກ່າວໄດ້ ເວລາທີ່ພວກມັນມາວາງໄຂ່ໃນຂຸມທຽມ ແລ້ວ ອອກໄປຈາກເຂດດັ່ງກ່າວ. ຄວາມຄາດຫວັງຂອງໂຄງການ ແມ່ນນອກຈາກຈະເປັນການເພີ້ມຈໍານວນສັດນໍ້າທໍາມະຊາດຢູ່ພື້ນທີ່ທົດລອງແລ້ວ, ຍັງຈະເປັນການປູກຈິດສໍານຶກໃຫ້ປະຊາຊົນທ້ອງຖິ່ນ ໃນການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດບໍ່ໃຫ້ບົກແຫ້ງ ພ້ອມທັງເປັນການສາທິດວິທີການດັ່ງກ່າວ ໃຫ້ຊຸມຊົນອອ້ມຂ້າງສາມາດນໍາເອົາໄປຈັດຕັ້ງປະຕິບັດໄດ້.

ໂຄງການນີ້ແມ່ນຈະໄດ້ເນັ້ນໃສ່ໃຫ້ຊຸມຊົນມີສ່ວນຮ່ວມ, ໂດຍຖືເອົາການມີສ່ວນຮ່ວມ ແລະ ບົດບາດຍິງຊາຍເປັນ ບັນຫາສໍາຄັນ ຢູ່ໃນແຕ່ລະລະດັບ ຈາກສູນກາງ ຫາ ແຂວງ, ເມືອງ ແລະ ຂັ້ນຊຸມຊົນ ພາຍໃນບ້ານ ໃນການຈັດຕັ້ງປະຕິບັດ ພ້ອມທັງໃຫ້ເປັນບ່ອນສຶກສາຮໍ່າຮຽນ ແລະ ເຂົ້າຮ່ວມ ຂອງນັກສຶກສາທີ່ກໍາລັງຮຽນ ຫລື ຮຽນຈົບໃໝ່ ໄດ້ມາຄົ້ນຄວ້າ ແລະ ຮຽນຮູ້ ເພື່ອເປັນບົດຮຽນ ໃນການເຮັດວຽກ ກ່ຽວກັບ ການປົກປັກຮັກສາ ແລະ ນໍາໃຊ້ຊີວະນາໆພັນສັດນໍ້າໃຫ້ຍືນຍົງ.

ມາຮອດປະຈຸບັນທາງໂຄງການແມ່ນສໍາເລັດການສ້າງຂຸມທຽມ ທີ່ມີລັກສະນະຄ້າຍຄືແທ່ງສ້າງ (ຮູບ 1) ຂະໜາດ 1×1 ແມັດ ທີ່ນໍາໃຊ້ໄມ້ໃຜ່ ສານເປັນໂຄງ, ເທພື້ນ ແລະ ໂບກດ້ວຍສີມັງ ເພື່ອຮັບປະກັນໃຫ້ສາມາດກັກນໍ້າໃວ້ ໃຫ້ດົນທີ່ສຸດ. ຂຸມທຽມດັ່ງກ່າວແມ່ນໄດ້ສ້າງສໍາເລັດແລ້ວ ຈໍານວນ 30 ຂຸດ, ຢູ່ບ້ານ ຊໍາອໍ້ ແລະ ບ້ານ ຫ້ວຍໂຄດ ບ້ານລະ 15 ຂຸມ.

25052021_02
ລັກສະນະຂອງຂຸມທຽມ

25052021_01

ແຜນໃນຕໍ່ໜ້າ ແມ່ນ ຈະເລີ້ມເກັບກໍາຂໍ້ມູນ ບັນທຶກຈໍານວນສັດນໍ້າ (ສິ່ງ ທີ່ມີຊີວິດທັງໝົດ) ທີ່ມາອາໄສ ຢູ່ຂຸມທຽມ ເພື່ອປະເມີນວ່າ ຖ້າຫາກມີນໍ້າພຽງພໍ ໃນຊ່ວງທີ່ສັດນໍ້າ ຕ້ອງການເພື່ອຂະຫຍາຍພັນ ແລະ ສັດນໍ້າບໍ່ຖືກລົບກວນ (ຖືກຈັບໄປບໍລິໂພກ ກ່ອນວ່າງໄຂ່) ຈະສາມມາດເພີ້ມ ແລະ ຮັກສາຜົນຜະລິດ ຂອງສັດນໍ້າ ຂື້ນຫລາຍປານໃດ ພ້ອມທັງສຶກສາ ຄວາມເຂົ້າໃຈ ແລະ ເປັນເຈົ້າການ ຂອງຊຸມຊົນໃນການຄຸ້ມຄອງ ແລະ ນໍາໃຊ້ ຊັບພະຍາກອນສັດນໍ້າ ໃຫ້ມີຕໍ່ໄປຮອດລູກຫລານໃນອານາຄົດ. ການເກັບກໍາຂໍ້ມູນ ແມ່ນຈະດໍາເນີນໄປອາທິດລະ 1 ຄັ້ງ, ເປັນເວລາ 2 ປີ ຫລື 2 ລະດູຝົນ ໂດຍຈະໄດ້ຝຶກອົບຮົມໃຫ້ປະຊາຊົນເປັນຜູ້ບັນທຶກຂໍ້ມຸນ ຊຶ່ງຈະມີພະນັກງານຈາກແຂວງ ແລະ ເມືອງ ເປັນຜູ້ຊ່ວຍໃນການຕິດຕາມບັນທຶກຂໍ້ມູນດັ່ງກ່າວ.  ຜົນຂອງການສຶກສາຄັ້ນນີ້ ແມ່ນຈະເປັນຂໍ້ມູນ ພື້ນຖານໃຫ້ແກ່ການສ້າງ ນະໂຍບາຍເພື່ອພັດທະນາ ແລະ ຄຸ້ມຄອງ ການນໍາໃຊ້ຊັບພະຍາກອນສັດນໍ້າ ຢູ່ເຂດພູດອຍ ໃຫ້ໄປຕາມທິດພັດທະນາກະສິກໍາ ສະອາດ, ສີຂຽວ ແລະ ຍືນຍົງ.

25052021_03
ຮຸບ 3: ທຽມງານລົງຕິດຕາມ ການສ້າງຂຸມທຽມຢູ່ບ້ານຊໍາອໍ້
25052021_04
ຮູບ 4: ທຽມງານລົງຕິດຕາມ ການສ້າງຂຸມທຽມຢູ່ບ້ານຫ້ວຍໂຄດ

ຂໍ້ມູນເພີ້ມເຕີມ ຕິດຕໍ່:
ປອ. ກາວີພອນ ພຸດທະວົງ kaviphone@gmail.com
ທ່ານ ດວງຄໍາ ສິງຫານຸວົງ douangkhams@gmail.com