National Agriculture and Forestry Research Institute

ກອງປະຊຸມ “ສະຫຼຸບໂຄງການຮ່ວມມືທາງດ້ານເຕັກນິກເພື່ອການຍົກສະມັດຕະພາບຜົນຜະລິດ ແລະ ຄຸນນະພາບພືດດ້ວຍການປັບປຸງພັນວ່ອງໄວແບບວິທີຜ່າເຫຼົ່າ”

ໃນລະຫວ່າງວັນທີ 18-22 ພະຈິກ 2024 ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມ “ສະຫຼຸບໂຄງການຮ່ວມມືທາງດ້ານເຕັກນິກເພື່ອການຍົກສະມັດຕະພາບຜົນຜະລິດ ແລະ ຄຸນນະພາບພືດດ້ວຍການປັບປຸງພັນວ່ອງໄວແບບວິທີຜ່າເຫຼົ່າ” ຂຶ້ນທີ່ໂຮງແຮມນິວໂຣດ, ນະຄອນຫຼວງວຽງຈັນ ໃຫ້ກຽດເປັນປະທານໂດຍ ທ່ານ ປອ ນ. ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ມີທ່ານ ປອ ໂກສົນ ໄຊພະກົດສາ ຮອງຫົວໜ້າ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ນາງ ສອນເພັດ ເຜົ່າຄຳແກ້ວ ຕາງໜ້າອົງການພະລັງງານປາລາມານູ່ສາກົນ ( IAEA ) ມີທ່ານ ຫົວໜ້າພະແນກບໍລິຫານ ແລະ ແຜນການ, ຫົວໜ້າສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ, ຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ພ້ອມດ້ວຍນັກຄົ້ນຄວ້າຈາກສູນຄົ້ນຄວ້າເຂົ້າ […]

ກອງປະຊຸມປະເມີນຜົນການຄົ້ນຄວ້າປະຈຳປີ 2021 ພາຍໃຕ້ການຮ່ວມມືລະຫວ່າງ ສູນຄົ້ນຄວ້າກະສິກຳສາກົນເກົາຫຼີ (KOPIA) ແລະ ສະຖາບັນຄົ້ນຄວ້າ ກະສິກຳປ່າໄມ້, ແລະ ພັດທະນາຊົນນະບົດ (NAFRI)

: ໃນຕອນບ່າຍຂອງວັນທີ 25 ພະຈິກ 2021, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ໄດ້ຈັດກອງປະຊຸມປະເມີນຜົນການຄົ້ນຄວ້າ ພາຍໃຕ້ການຮ່ມມື ລະຫວ່າງ ສູນຄົ້ນຄວ້າ ກະສິກຳສາກົນ ແຫ່ງປະເທດ ສ.ເກົາຫຼີ (ໂຄເປຍ) ແລະ ສະຖາບັນຄົ້ນຄວ້າ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ປະຈຳປີ 2021.ໃຫ້ກຽດເປັນປະທານໂດຍ ທ່ານ ປອ ຈັນສະໝອນ ພົງອຸດົມ, ຮອງຫົວໜ້າ ສກປພ ແລະ ທ່ານ ຊິນ ຈາງໂຫ (Shin Chang Ho), ຜູ້ອຳນວຍການສູນ ໂຄເປຍ ປະຈຳ ສປປລາວ. ມີ ນັກຄົ້ນຄວ້າຈາກ ສກປພ, ຜູ້ຈັດຕັ້ງປະຕິບັດໂຄງການ, ພະນັກງານສູນ ໂຄເປຍ ປະະຈໍາລາວ, ແລະ ຄະນະຊີ້ນຳໂຄງການ ເຊິ່ງເປັນຄະນະກຳມະກອນປະເມີນເຂົ້າຮ່ວມທັງໝົດ 27 ທ່ານ (ຍິງ7ທ່ານ):. […]