National Agriculture and Forestry Research Institute

ຝຶກອົບຮົມຊິຊາຊີບໄລຍະສັ້ນ ການປະສົມພັນສັດນ້ຳ ແບບເຄື່ອນທີ

ໃນລະຫວ່າງ ວັນທີ 15 ຫາ 21 ມີນາ 2022 ຜ່ານມາ ສູນຄົ້ນຄວ້າການປະມົງ (ສປມ),  ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (ສກປພ), ກະຊວງກະສິກຳ ແລະ ປ່າໄມ້ (ກປ) ຮ່ວມກັບ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງ (ຮສສ), ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ເມືອງໄຊທານີ, ຫ້ອງການ ກຸ່ມດົງໂດກ ໄດ້ເປີດຝຶກອົບຮົມວິຊາຊີບໄລຍະສັ້ນແບບເຄື່ອນທີ່ ກ່ຽວກັບ ການປະສົມພັນສັດນ້ຳ ຂຶ້ນຢູ່ ບ້ານວຽງແກ້ວ ກຸ່ມດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ແກ່ປະຊາຊົນ 8 ບ້ານ. ພາຍຫຼັງສຳເລັດການຝຶກອົບຮົມ ໃຫ້ກຽດມອບໃບຢັ້ງຢືນ ແລະ ກ່າວເປີດພິທີການຝືກອົບຮົມໂດຍ ທ່ານ ຄຳພັນ ສຸລິຍະນັນ ຮອງເຈົ້າເມືອງ ເມືອງໄຊທານນີ ມີຜູ້ເຂົ້າຮ່ວມ ທັງໝົດ ຈຳນວນ 40 […]

ເຝິກອົບຮົມການຜະລິດສັດນ້ຳ ແລະ ການຄຸ້ມຄອງບໍລິຫານສູນຜະລິດພັນສັດ

                          ໃນລະຫວ່າງ ວັນທີ 14-23 ມີນາ 2022 ຜ່ານມາ ສູນຄົ້ນຄວ້າການປະມົງ (ສປມ) ຮ່ວມກັບ ພະແນກປະມົງ, ກົມລ້ຽງລັດ ແລະ ການປະມົງ (ກລປ) ໄດ້ເປີດຝຶກອົບຮົມ ການຜະລິດສັດນ້ຳ ແລະ ການຄຸ້ມຄອງບໍລິຫານສູນຜະລິດພັນສັດນ້ຳ ໃຫ້ແກ່ພະນັກງານ ສູນຂະຫຍາຍພັນປາ ຕະມໍຢອດ ເມືອງສະໜາມໄຊ ແຂວງ ອັດຕະປື. ຢູ່ທີ່ ສູນຄົ້ນຄວ້າການປະມົງ ບ້ານ ຈັນສະຫວ່າງ, ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ. ໂດຍການສະໜັບສະໜູນດ້ານງົບມານ ຈາກອົງການພັດທະນາສາກົນ  (IDA) ກິດຈະກຳຂອງ ອົງປະກອບ 3.2. ການຝຶກອົບຮົມ ຄັ້ງນີ້ໃຫ້ກຽດເປັນປະທານ ຂອງທ່ານ ປອ ກາວີພອນ […]

ກອງປະຊຸມປືກສາຫາລື ແລະ ນໍາສະເໜີແຜນວຽກໂຄງການສຶກສາວິທີການປັບປຸງແຫລ່ງທີ່ຢູ່ອາໄສ ແລະ ຂະຫຍາຍພັນຂອງສັດນໍ້າຢູ່ເຂດພູດອຍຢູ່ເມືອງຈອມເພັດ ແລະ ເມືອງຊຽງເງີນ ແຂວງຫລວງພະບາງ

ໃນລະຫວ່າງວັນທີ 28-29/07/2021 ໄດ້ມີການຈັດກອງປະຊຸມປືກສາຫາລື ແລະ ນໍາສະເໜີແຜນວຽກໂຄງການສຶກສາວິທີການປັບປຸງແຫລ່ງທີ່ຢູ່ອາໄສ ແລະ ຂະຫຍາຍພັນຂອງສັດນໍ້າຢູ່ເຂດພູດອຍຢູ່ເມືອງຈອມເພັດ ແລະ ເມືອງຊຽງເງີນ ແຂວງຫລວງພະບາງ ເຊິ່ງໄດ້ຈັດຢູ່ 2 ບ່ອນ ວັນທີ 28/07/2021 ຢູ່ຫ້ອງປະຊຸມບ້ານຊໍາອໍ້ ເມືອງຈອມເພັດ ພາຍໃຕ້ການເປັນປະທານຂອງທ່ານ ສອນເພັດ ພົງສຸທິ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງຈອມເພັດ ຊື່ງມີຜູ້ເຂົາຮ່ວມທັງໝົດ 35 ທ່ານ ຍີງ 13 ທ່ານ ແລະ 29/07/2021 ຢູ່ຫ້ອງປະຊຸມສູນຄົ້ນຄວ້າກະສິກໍາພາກເໜືອຫ້ວຍໂຄດ ເມືອງຊຽງເງີນ ໂດຍການເປັນປະທານຂອງທ່ານ ປອ ບູນທັນ ແກ້ວບົວລະພາ ຫົວໜ້າສູນຄົ້ນຄວ້າກະສິກໍາພາກເໜືອຫ້ວຍໂຄດ ຊື່ງມີຜູ້ເຂົາຮ່ວມທັງໝົດ 29 ທ່ານ ຍີງ 11 ທ່ານ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອປືກສາຫາລືກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງການສຶກສາ ທີ່ໄດ້ຈັດຕັ້ງປະຕິ ບັດຢູ່ 2 ຈຸດຢູ່ແຂວງຫຼວງພະບາງຄືື: ຢູ່ບ້ານຊໍາອໍ້ ເມືອງຈອມເພັດ ແລະ ຢູ່ບ້ານຫ້ວຍໂຄດ ເມືອງຊຽງເງີນ ແຂວງຫຼວງພະບາງ ນອກນັ້ນກໍເປັນການເຜີຍແຜ່ […]

ສູນຄົ້ນຄວ້າການປະມົງຈັດພິທີສະເຫຼີມ-ສະຫຼອງວັນອະນຸລັກສັດນ້ຳ-ສັດປ່າແຫ່ງຊາດ

ເພື່ອເປັນການສະເຫຼີມ-ສະຫຼອງວັນອະນຸລັກສັດນ້ຳ-ສັດປ່າ ແລະ ເພື່ອເປັນການສ້າງຂະບວນການຂໍ່ານັບ-ຮັບຕ້ອນວັນຄ້າຍວັນເກີດຂອງທ່ານ ປະທານ ສຸພານຸວົງ ຄົບຮອບ 111 ປີ. ໃນຕອນເຊົ້າ ວັນທີ 10 ກໍລະກົດ 2020ນີ້ ສູນຄົ້ນຄ້ວາການປະມົງ, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຈັດພິທີປ່ອຍປາ ຂຶ້ນທີ່ໜອງປາ ສູນຄົ້ນຄ້ວາການປະມົງ, ໂດຍການເຂົ້າຮ່ວມຂອງທ່ານ ປອ ຈັນສະໝອນ ພົງອຸດົມ ຮອງຫົວໜ້າສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ສຸລິວົງ ໄຊຍະວົງ ຮອງຫົວໜ້າສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ພ້ອມດ້ວຍຫົວໜ້າສູນອ້ອມຂ້າງ, ຜູ້ຕາງໜ້າຈາກສູນພັດທະນາການກະເສດຫ້ວຍຊ້ອນ-ຫ້ວຍຊົ້ວ, ບໍລິສັດ ວີຕາຟອດ ອັກກະໂລ ເອເຊຍ, ຄະນະບ້ານອ້ອມຂ້າງ ແລະ ພະນັກງານພາຍໃນສູນຄົ້ນຄ້ວາການປະມົງເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງໃນການປ່ອຍປາຄັ້ງນີ້ ກໍຍັງເປັນການປູກຈິດສຳນຶກໃຫ້ແກ່ອະນຸຊົນ, ເຍົາວະຊົນຂອງຊາດ ໃຫ້ມີສະຕິ ຮັກ ແລະ ຫວງແຫນ ສັດນ້ຳ ແລະ ສັດປ່າ […]