National Agriculture and Forestry Research Institute

ພິທີສະເຫຼີມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ປະຈໍາປີ 2020

      ພິທີສະເຫຼີມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ ປະຈໍາປີ 2020 ພາຍໃຕ້ຫົວຂໍ້ຄໍາຂວັນ “ອານາຄົດຂອງພວກເຮົາ ຂຶ້ນກັບການກະທຳຂອງພວກເຮົາ: ຈົ່ງພ້ອມກັນເພີ່ມພູນຜະລິດຜົນ, ຮັບປະກັນໂພຊະນາການ, ໃຫ້ມີຄວາມຍືນຍົງ ແລະ ທົ່ວເຖິງ”. ໃນວັນທີ 30 ຕຸລາ 2020, ທີ່ສະຖາບັນຄົ້ນຄວ້າ ກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ຕາມດ້ວຍ ງານວາງສະແດງ ຂອງ ບັນດາ ອົງການຈັດຕັ້ງ ທີ່ມີສ່ວນຮ່ວມໃນວຽກງານ ການຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການພັດທະນາຊົນນະບົດ ໃນ ຂະແໜງການກະສິກໍາ. ໃຫ້ກຽດເປັນປະທານ ໂດຍ ທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ຮສ. ປອ. ລິນຄຳ ດວງສະຫວັນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, […]