National Agriculture and Forestry Research Institute

ການສ້າງຄວາມເຂັ້ມແຂງທາງດ້ານເຕັກນິກການແປຮູບກ້ວຍຕາກ ໃຫ້ແກ່ຊາວກະກອນ ເມືອງ ສານາຄາມ ແຂວງວຽງຈັນ

ກ້ວຍເປັນພືດໜຶ່ງທີສາມາດສ້າງລາຍຮັບໃຫ້ແກ່ຊາວກະສິກອນ ແຕ່ຜົນຈາກການສຶກສາຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໃນປິ 2019 ຢູ່ເມືອງເລົ່າງາມ ແຂວງສາລະວັນ ແລະ ເມືອງສານະຄາມ ແຂວງວຽງຈັນ ພົບວ່າຊາວກະສິກອນສ່ວນໃຫຍ່ທີ່ທໍາການຜະລິດກ້ວຍແມ່ນໄດ້ຂາຍຜົນຜະລິດໃນຮູບແບບວັດຖຸດິບເຮັດໃຫ້ມີກໍາໄລຕໍ່າ ປະມານ 20 ເປີເຊັນຂອງມູນຄ່າເພິ່ມ (ເສັ້ນສະແດງ 2). ແລະ ຍັງເຫັນໄດ້ວ່າການແປຮູບກ້ວຍຕາກເປັນທາງເລືອກໜຶ່ງທີ່ຈະສາມາດເພິ່ມມູນຄ່າຂອງຜະລິດຕະພັນກ້ວຍໃຫ້ແກ່ຊາວກະສິກອນຂະໜາດນ້ອຍ ຈີ່ງໄດ້ຄົ້ນຄວ້າທົດລອງ ແລະ ນໍາເອົາເຕັກໂນໂລຊີການແປຮູບກ້ວຍຕາກ ແລະ ນໍາໄປຈັດຕັ້ງປະຕິບັດຮ່ວມກັບຊາວກະສິກອນ ຢູ່ບ້ານປາກມີ້, ບ້ານໂນນສະຫວັນ ແລະ ບ້ານນາປາຜາ ເມືອງສານະຄາມ ແຂວງວຽງຈັນ ຈໍານວນ 10 ຄອບຄົວ. ເສັ້ນສະແດງ 1: ຕ່ອງໂສ້ມູນຄ່າເພິ່ມຂອງຜະລິດຕະພັນກ້ວຍຕາກ ໃນວັນທີ 23 ກໍລະກົດ 2021 ທິມງານຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຈຶ່ງໄດ້ຈັດຝຶກອົບຮົບທາງດ້ານເຕັກນິກການແປຮູບກ້ວຍໃຫ້ແກ່ພະນັກງານວິຊາການ ແລະ ຊາວກະສິກອນກຸ່ມແປຮູບຜະລິດຕະພັນກ້ວຍຢູ່ ບ້ານປາກມີ ເມືອງສານາຄາມ ແຂວງວຽງຈັນ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 15 ຄົນ ເຊິ່ງມີຫຼາຍພາກສ່ວນເຂົ້າຮ່ວມ ເຊັ່ນ ຫ້ອງການກະສິກໍາ […]