TABI
ກອງປະຊຸມ ຜົນສຳເລັດການຈັດຕັ້ງປະຕິບັດໂຄງການຕາບີ 20 ປີ ເລີ່ມແຕ່ປີ 2009-2020
ກອງປະຊຸມສະຫຼອງຜົນສຳເລັດ 10 ປີ (2009-2020) ຂອງໂຄງການພັດທະນາລະບົບນິເວດຊີວະນາໆພັນເຂດພູດອຍ (TABI) ຈັດຂຶ້ນໃນຕອນເຊົ້າຂອງວັນທີ 2 ກັນຍາ 2020 ທີ່ໂຮງແຮງຄຣາວພາຊາ ນະຄອນຫຼວງວຽງຈັນ ໃຫ້ກຽດເປັນປະທານໂດຍ ທ່ານ ປອ ລິນຄຳ ດວງສະຫວັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ຄຣິສຕຽນ ແອງເກີ ຮອງຜູ້ອຳນວນການອົງການເພື່ອການພັດທະນາ ແລະ ຮ່ວມມືປະເທດສະວິດປະຈຳລາວ ພ້ອມດ້ວຍຄະນະຊີ້ນຳໂຄງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ປອ ລິນຄຳ ດວງສະຫວັນ ໄດ້ກ່າວວ່າ: ໂຄງການ TABI ແມ່ນໜຶ່ງໃນໂຄງການຮ່ວມມືທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານປະເທດສະວິດ ເພື່ອດຳເນີນວຽກງານພັດທະນາ ແລະ ຟື້ນຟູຊີວະນາໆພັນກະສິກຳໃຫ້ມີຄວາມອຸດົມສົມບູນ ແບບຍືນຍົງ ປະກອບສ່ວນເຂົ້າໃນການລຶບລ້າງຄວາມທຸກຍາກໃຫ້ປະຊາຊົນບັນດາເຜົ່າໃນເຂດພູດອຍ ມີຄວາມສຳຄັນຕໍ່ກັບການຜັນຂະຫຍາຍຈັດຕັ້ງປະຕິບັດແຜນຍຸດທະສາດ ແລະ ແຜນງານຂອງລັດຖະບານ ທີ່ແນໃສ່ການປົກປັກຮັກສາຟື້ນຟູຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນຊີວະນາໆພັນກະສິກຳທີ່ເປັນທ່າແຮງ ແລະ ແລະ ເອກະລັກທ້ອງຖິ່ນໃຫ້ມີຄວາມຍືນຍົງໃນແຂວງຈຸດສຸມເປົ້າໝາຍຄື: ແຂວງຫຼວງພະບາງ, ຊຽງຂວາງ, ຫົວພັນ ແລະ ຜົງສາລີ ລວມທັງ 9 ແຂວງທີ່ເຮັດການນຳໃຊ້ ຫຼື ປະຕິບັດຂະບວນການ PFALUPAM ໄດ້ຢ່າງມີປະສິດທິຜົນ.
ຕະຫຼອດໄລຍະຜ່ານມາໂຄງການໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານໃນແຕ່ລະດ້ານຂອງຕົນຢ່າງຕັ້ງໜ້າ ເປັນຕົ້ນແມ່ນ ການປົກປັກຮັກສາຟື້ນຟູຄຸ້ມຄອງ, ພັດທະນາ ແລະ ນຳໃຊ້ຊັບພະຍາກອນຊີວະນາໆພັນກະສິກຳທີ່ເປັນທ່າແຮງ ແລະ ເອກະລັກທ້ອງຖິ່ນໃຫ້ມີຄວາມຍືນຍົງຕາມທິດສີຂຽວ ນອກນັ້ນໂຄງການຍັງໄດ້ເອົາໃຈໃສ່ຜັນຂະຫຍາຍປະຕິບັດຕາມເນື້ອໃນຂອງທິດທາງວຽກງານຈຸດສຸມຢ່າງແຂງແຮງຄື: ການຮ່ວມມືກັບບັນດາອົງການຈັດຕັ້ງ ແລະ ປະຊາຊົນບັນດາເຜົ່າ ມີການວາງແຜນຈັດສັນ ແລະ ຄຸ້ມຄອງການນຳໃຊ້ທີ່ດິນກະສິກຳ ແລະ ປ່າໄມ້ໃນຂອບເຂດບ້ານ-ກຸ່ມບ້ານ ຢ່າງລະອຽດ, ແທບເໝາະກັບສະພາບຕົວຈິງ ແລະ ນຳເອົາວິທີການ PFALUPAM ເຂົ້າຊ່ວຍໃນໂຄງການສຳຄັນອື່ນໆເຊັ່ນ: ປ່າສະຫງວນນ້ຳແອດ-ພູເລີຍ, ໄຟຟ້ານ້ຳເທີນ 2 ພູເບ້ຍມາຍນິງ ແລະ ຫວາຍ-ໄມ້ປ່ອງຂອງໂຄງການ WWF.
ໂຄງການ TABI ຈະສິ້ນສຸດໄລຍະສຸດທ້າຍທີ III ທ້າຍເດືອນກັນຍານີ້ ແຕ່ເຖິງຢ່າງໃດກໍຕາມ ລັດຖະບານລາວ ໃນນາມສະມາສິກພາຄີຂອງສົນທິສັນຍາສາກົນວ່າດ້ວຍຊີວະນາໆພັນ ກໍຈະບໍ່ປ່ອຍໃຫ້ວຽກງານຊີວະນາໆພັນສິ້ນສຸດໄປນຳ ສະນັ້ນພວກເຮົາຈະນຳເອົາບົດຮຽນຈາກປະສົບການ ແລະ ວຽກງານຂອງໂຄງການ ໄປສືບຕໍ່ປະຕິບັດເພື່ອຍົກລະດັບບົດບາດຄວາມສຳຄັນຂອງວຽກງານດັ່ງກ່າວເຂົ້າໃນການຕັດສິນໃຈໃນດ້ານນະໂຍບາຍໃຫ້ພົ້ນເດັ່ນສູງຂຶ້ນ.
ຂ່າວໂດຍ: ຈັນທະສອນ ມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້
ກອງປະຊຸມຂະແໜງການຍ່ອຍວຽກງານຊີວະນາໆພັນກະສິກຳ
ກອງປະຊຸມຂະແໜງການຍ່ອຍວຽກງານ ຊີວະນາໆພັນກະສິກຳໄດ້ຈັດຂຶ້ນທີ່ ສະໂມສອນສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດໃນວັນທີ 03 ກໍລະກົດ 2020, ໂດຍການເປັນປະທານຂອງທ່ານ ປອ. ຈັນສະໝອນ ພົງອຸດົມ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ ຈັນທະລາດ ພົງມາລາ ຜູ້ຕາງໜ້າຈາກອົງການ FAO, ພ້ອມດ້ວຍບັນດາແຂກທີ່ຖືກເຊີນຈາກກົມຕ່າງໆອ້ອມຂ້າງ, ຜູ້ຕາງໜ້າຈາກບັນດາອົງກອນພາກລັດ, ເອກະຊົນ ຜູ້ປະກອບການ ອົງການຈັດຕັ້ງທາງສັງຄົມ ທີ່ກ່ຽວຂ້ອງ ກັບວຽກງານບັນດາຜະລິດຕະພັນຊີວະນາໆພັນ ກະສິກຳ ຈຳນວນທັງໝົດ 67 ທ່ານ.
ການຈັດກອງປະຊຸມຄັ້ງນີ້ກໍ່ເພື່ອເປັນການທົບທວນ ແລະ ສ້າງຄວາມເຂົ້າໃຈເພີ່ມເຕີມກ່ຽວກັບ ວຽກງານທາງດ້ານນະໂຍບາຍກະສິກຳສີຂຽວແບບຍືນຍົງ ທີ່ກຳລັງຮ່ວມກັນຈາກຫຼາຍພາກສ່ວນເພື່ອເປັນການປັບປຸ່ງແຜນວຽກງານດັ່ງກ່າວມີຄວາມສົມບູນ ແລະ ຄົບຖ້ວນຂຶ້ນກວ່າເກົ່າ. ມີການນຳສະເໜີຈາກປະສົບການ ບົດຮຽນຈາກບັນດາໂຄງການ ບໍລິສັດ ຜູ້ປະກອບການ ກຸ່ມຊາວກະສິກອນ ເພື່ອມາແລກປ່ຽນບົດຮຽນ ເພື່ອໃຫ້ເຫັນຂອດສະດວກ ຄວາມຫຍຸ້ງຍາກ ຈົນໄປຮອດ ທ່າແຮງ ແລະ ໂອກາດ ຂອງວຽກງານຕ໋ອງໂສ້ການຜະລິດ ຂອງຜະລິດຕະພັນສິນຄ້າຊີວະນາໆພັນກະສິກຳ ເພື່ອເຮັດໃຫ້ວຽກງານການຄຸ້ມຄອງ ນຳໃຊ້ ຊີວະນາໆພັນກະສິກຳ ມີຄວາມຍືນຍົງສາມາດສ້າງລາຍຮັບໃຫ້ແກ່ຊາວກະສິກອນຜູ້ທີ່ດຳລົງຊີວິດ ຕິດພັນກັບຊີວະນາໆພັນໃນທ້ອງຖິ່ນ ພ້ອມຍັງເປັນການປະກອບສ່ວນເຂົ້າໃນແຜນເສດຖະກິດສັງຄົມໃນແຕ່ລະຂັ້ນອີກດ້ວຍ. ສະນັ້ນ ໃນກອງປະຊຸມ ແມ່ນຈະໄດ້ມີການ ປຶກສາຫາລື ແລະ ທົບທວນຂະບວນການບັນດາວຽກງານທີ່ກ່ຽວຂ້ອງ ເຊິ່ງໃນນີ້ກອງປະຊຸມຈຶ່ງໄດ້ເຊີນເອົາບັນດາຜູ້ປະກອບການ ຈາກ 3 ຕົວແບບຜະລິດຕະພັນຊີວະນາໆພັນກະສິກຳ ມາເປັນຕົວຢ່າງໃນການປຶກສາຫາລື ຄື: ກາເຟຫົວພັນ ທີສົ່ງອອກຕ່າງປະເທດໂດຍສະເພາະ ອີຍູ, ຊາປ່າ ກະສິກຳສະອາດ ຜົງສາລີ ສົ່ງອອກໃນເຂດພາກພື້ນ ແລະ ໄຄແຜ່ນຫຼວງພະບາງ ທີຈຳໜ່າຍພາຍໃນ ສ້າງລາຍຮັບອັນຕົ້ນຕໍ່ໃຫ້ກຸ່ມຊາວກະສິກອນຜູ້ເຂົ້າຮ່ວມ. ເຊິ່ງຜົນຂອງກອງປະຊຸມດັ່ງກ່າວແມ່ນຈະເປັນຂໍ້ມູນໜຶ່ງໃນການປະກອບເຂົາໃນບົດລາຍງານໃຫ້ແກ່ກອງປະຊຸມວຽກງານ ຂະແໜງການກະສິກຳ ແລະ ພັດທະນາຊົນນະບົດ ທີ່ຈະເປີດຂຶ້ນໃນຂັ້ນຕໍ່ໄປ.
ໃນກອງປະຊຸມຍັງມີການວາງສະແດງ ແລະ ຈຳໜ່າຍຜະລິດຕະພັນ ຂອງກຸ່ມຊາວກະສິກອນ ກໍ່ຄືຜູ້ປະກອບການທີ່ກ່ຽວຂ້ອງ ທີ່ມາຈາກ 20 ພາກສ່ວນ ເຂົ້າຮ່ວມ.
ຂ່າວໂດຍ: ຈັນທະສອນ ມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້
ກອງປະຊຸມທົບທວນຈັດຕັ້ງປະຕິບັດໂຄງການຕາບີ 10 ປີ ໃນ 3 ແຂວງພາກເໜືອ
ໂຄງການພັດທະນາລະບົບນິເວດຊີວະນາໆພັນ ກະສິກຳຢູ່ເຂດພູດອຍ ຫຼື ໂຄງການຕາບີ (TABI) ຈັດກອງປະຊຸມທົບທວນການຈັດຕັ້ງໂຄງການປະຕິບັດຕາບີ 10 ປີ ເລີ່ມປີ 2009-2020 ແລະ ເຊື່ອມໂຍງໃນຕໍ່ໜ້າ ຈັດຂຶ້ນຢູ່ 3 ແຂວງເປົ້າໝາຍພາກເໜືອຄື: ແຂວງ ຊຽງຂວາງ, ຫົວພັນ ແລະ ຫຼວງພະບາງ ແຕ່ວັນທີ 23 ກຸມພາ ຫາ 6 ມີນາ 2020.
ແຂວງ ຊຽງຂວາງ ຈັດຂຶ້ນທີ່ພັດທະຄານນົກນາງແອນ ບ້ານ ໂພນສະຫວັນ ແຂວງ ຊຽງຂວາງໃນວັນທີ່ 28 ກຸມພາ 2020, ໃຫ້ກຽດເປັນປະທານ ແລະ ປະທານຮ່ວມກອງປະຊູມ ໂດຍ ທ່ານ ສົມສະຫມອນ ພາລີຈັນ ຮອງຫົວຫນ້າ ພະແນກກະສິກຳແລະ ປ່າໄມ້ແຂວງຊຽງຂວາງ, ທ່ານ ດຣ ຈັນສະຫມອນ ພົງອຸດົມ ຮອງຫົວຫນ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ , ທ່ານ ນ.ຈີດລັດດາ ແກ້ວເມືອງຈັນ ອົງການສະຫວິດເພື່ອການພັດທະນາ ແລະ ການຮ່ວມມື. ພ້ອມດ້ວຍຜູ້ເຂົ້າຮ່ວມ ທັງຫມົດ 162 ຄົນ, ຍີງ 45 ຄົນ.
ແຂວງ ຫົວພັນ ຈັດຂຶ້ນທີ່ ພັນທະຄານໄວຈະເລີນ ເມືອງຊຳເໜືອໃນວັນທີ 28 ກຸມພາ 2020 ໃຫ້ກຽດ ເປັນປະທານ ແລະ ປະທານຮ່ວມກອງປະຊູມ ຂອງ ທ່ານ ພູວົງ ຫົວຫນ້າ ພະແນກກະສິກຳແລະ ປ່າໄມ້ແຂວງ, ທ່ານ ດຣ ຈັນສະຫມອນ ພົງອຸດົມ ຮອງຫົວຫນ້າສະຖາບັນຄົ້ນຄ້ວາກະສິກຳ ແລະປ່າໄມ້ , ທ່ານ ເຄວີນແຄມ ຕາງຫນ້າ ອົງການສະຫວິດເພື່ອການພັດທະນາ ແລະ ການຮ່ວມມື ພ້ອມດ້ວຍຜູ້ເຂົ້າຮ່ວມທັງຫມົດ 150 ຄົນ(ໃນນີ້ ໄດ້ມີແມ່ຍີງ 40ຄົນ) ທີ່ມາຈາກ ພະແນກການອ້ອມຂ້າງຂອງແຂວງ, ອົງການຈັດຕັ້ງສາກົນ, ໂຄງການ, ສະມາຄົມ ຜູ້ປະກອບການ, ພະນັກງານຮັບຜິດຊອບ ໂຄງການຍ່ອຍ ແລະ ຊາວກະສິກອນບ້ານເປົ້າຫມາຍຂອງໂຄງການ.
ແຂວງ ຫຼວງພະບາງ ແມ່ນຈັດຂຶ້ນທີສະໂມສອນ ມະຫາວິທະຍາໄລ ສຸພານຸວົງ ໃນວັນທີ 6 ມີນາ2020 ໂດຍມີທ່ານ ທ່ານ ສີວອນ ວົງຄໍາຈັນຫົວຫນ້າ ພະແນກກະສິກຳແລະ ປ່າໄມ້ແຂວງ, ທ່ານ ດຣ ຈັນສະຫມອນ ພົງອຸດົມ ຮອງຫົວຫນ້າສະຖາບັນຄົ້ນຄ້ວາກະສິກຳ ແລະປ່າໄມ້ , ທ່ານ ເຄວີນແຄມ ຕາງຫນ້າ ອົງການສະຫວິດເພື່ອການພັດທະນາ ແລະ ການຮ່ວມມື ເປັນປະທານ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງແມ່ນ ເພື່ອສະຫຼຸບລາຍງານຜົນຂອງການຈັດຕັ້ງປະຕິບັດ ໂຄງການຕາບີ 10 ປີ ເລີ່ມແຕ່ປີ 2009 ຫາປີ 2020 ແລະ ແຜນການເຊື່ອມໂຍງໃນຕໍ່ຫນ້າ. ເຊິ່ງສາມາດຍາດໄດ້ຜົນງານ ແລະ ມີຜົນສຳເລັດຫຼາຍດ້ານຕາມຈຸດປະສົງ ແລະ ເປົ້າໝາຍ ຂອງໂຄງການວາງໄວ້ ພ້ອມນີ້ຍັງເປັນການປຶກສາຫາລືຊອກຫາວິທີການແກ້ໄຂບັນດາຂໍ້ຄົງຄ້າງຈຳນວນໜຶ່ງເພື່ອວາງທິດທາງໃນການເຊື່ອມຕໍ່ໂຄງການໃນອະນາຄົດ ທັງເປັນການສືບຕໍ່ສ້າງການເຊື່ອມໂຍງຂອງກິດຈະກຳໃຫ້ວຽກງານພັດທະນາລະບົບນິເວດຊີວະນາໆພັນກະສິກຳຢູ່ເຂດພູດອຍໃຫ້ມີຄວາມຍືນຍົງ.ການຈັດກອງປະຊູມທົບທວນການຈັດຕັ້ງປະຕິບັດໂຄງການ ທັງເປັນກາສະເຫລີມສະຫລອງ ຜົນສຳເລັດ ຂອງວຽກງານໂຄງການຕາບີ ເພືອ່ເຮັດໃຫ້ກິດຈະກຳ ຂອງໂຄງການ ໄດ້ຮັບການສືບຕໍ່ຈັດຕັ້ງປະຕິບັດໃນອານາຄົດ ຫລັງຈາກໂຄງການສີ້້ນສຸດ ທາງໂຄງການໄດ້ເຊື້ອເຊີນ ບັນດາອົງການ ທັງພາກລັດ ແລະເອກກະຊົນ ເພື່ອມາປຶກສາຫາລືກັນ ແລະ ສັງລວມເອົາ ແນວຄວາມຄິດ ແລະ ແຜນການທີ່ຈະສະໜັບສະໜູນ ກິດຈະກຳ ການອະນຸລັກ ປົກປັກຮັກສາຊິວະນາໆພັນ ໃນຕໍ່ຫນ້າ.