nafri

ພິທີເຊັນສັນຍາຮ່ວມມື ລະຫວ່າງ ສະຖາບັນຄົ້ນຄວ້າກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດ ກັບ ບໍລິສັດສະຫະກອນ 3ເອຟ ກະສິກໍາຍືນຍົງຂອງລາວ ເພື່ອຮ່ວມກັນທົດລອງຜະລິດເມັດພັນ ສາລີແຂງລູກປະສົມ LVN10

IMG_5405 IMG_5057

ອີງຕາມພາລະບົດບາດຂອງ ສະຖາບັນຄົ້ນຄວ້າກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດ ໃນການຮັບຜິດວຽກງານຄົ້ນຄວ້າແນວພັນພືດ ແນວພັນສັດ ແລ້ວຕອບສະໜອງແນວພັນຕ່າງໆ ໃຫ້ກັບສັງຄົມ, ພິເສດສະຖາບັນ ເປັນເສນາທິການໃນການຮັບຜິດຊອບ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ (2021-2023) ໂດຍສະເພາະ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ດ້ານການຄົ້ນຄວ້າ ແລະ ຜະລິດ ແນວພັນພືດ, ແນວພັນສັດ ແລະ ແນວພັນໄມ້.

ປະຈຸບັນເນື້ອທີການຜະລິດສາລີແຂງທົ່ວປະເທດປະມານ 110.910 ຮຕ (2021) ມີຄວາມຕ້ອງການເມັດພັນປະມານ 2.200 ໂຕນ ແຕ່ສະຖາບັນ ມີຄວາມສາມາດໃນການຜະລິດພຽງແຕ່ ປີລະ 5 ຫາ 10 ໂຕນ (ບໍ່ຮອດ 1% ຂອງຄວາມຕ້ອງການ) ເນື່ອງຈາກມີຂໍ້ຈໍາກັດດ້ານພື້ນທີການຜະລິດເມັດພັນ (ພື້ນທີເຮັດການຄົ້ນຄວ້າ ແລະ ພື້ນທີຜະລິດເມັດພັນແມ່ນອັນດ່ຽວກັນ).

ເມື່ອເຫັນໄດ້ເຖີງບັນຫາແນວພັນ ທາງສະຖາບັນຈຶ່ງ ໄດ້ຫາຜູ້ປະກອບການທີ່ມີຄວາມສົນໃຈຮ່ວມມື ແລະ ໄດ້  ບໍລິສັດສະຫະກອນ 3 ເອຟ ກະສິກໍາຍືນຍົງ ມີຈຸດປະສົງ ຕ້ອງການຮ່ວມມືໃນການຜະລິດເມັດພັນ ສາລີແຂງລູກປະສົມ LVN10  ກັບ ສະຖາບັນ ເພື່ອຕອບສະຫນອງເມັດພັນທີ່ມີຄຸນນະພາບໃຫ້ກັບສັງຄົມ ແລະ ຕອບສະໜອງວາລະແຫ່ງຊາດ ດ້ານການຄົ້ນຄວ້າ ແລະ ຜະລິດ ແນວພັນພືດ, ແນວພັນສັດ ແລະ ແນວພັນໄມ້.

ໃນຕອນເຊົ້າ ຂອງວັນທີ 25 ມັງກອນ 2023  ທີ່ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ມີພິທີເຊັນສັນຍາ ການຮ່ວມ “ ທົດລອງຜະລິດເມັດພັນສາລີແຂງລູກປະສົມ LVN10 ລະຫວ່າງສະຖາບັນ ແລະ ບໍລິສັດສະຫະກອນ 3 ເອຟ ກະສິກໍາຍືນຍົງ” ການລົງນາມຮ່ວມມືດັ່ງກ່າວໂດຍ ທ່ານ ປອ.ນາງ ໃຈ ບຸນພະນຸໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ ຂັນທອງ ສີປະເສີດ ອໍານວຍການ ບໍລິສັດສະຫະກອນ 3 ເອຟ ກະສິກໍາຍືນຍົງ, ມີຮອງຫົວໜ້າສະຖາບັນ, ຫົວໜ້າສູນ, ຮອງສູນ, ຫົວໜ້າພະແນກ, ຫ້ອງການ, ພະນັກງານ ວິຊາການ ແລະ ຜູ້ປະກອບການເຂົ້າຮ່ວມເປັນສັກຂີພະຍານ.

IMG_5048 IMG_5047 IMG_5044 IMG_5043 IMG_5041 IMG_5039

ພາບ-ຂ່າວໂດຍ: ຈັນທະສອນ ມະນີວົງ

ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້

ກອງປະຊຸມ ສະຫຼຸບວຽກງານຄົ້ນຄວ້າ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ປະຈຳປີ 2022 ແລະ ທິດທາງແຜນການ ປະຈຳປີ 2023

IMG_4655

ເພື່ອເຮັດໃຫ້ເຫັນໄດ້ຜົນສຳເລັດຈາກການຈັດຕັ້ງປະຕິບັດວຽກງານຄົ້ນຄວ້າ ກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດ ປະຈໍາປີ 2022 ແລະ ນໍາສະເໜີທິດທາງແຜນການປະຈຳປີ 2023 ຂອງ ສະຖາບັນຄົ້ນຄວ້າ ກະສິກຳ ປ່າໄມ້ ແລະພັດທະນາ ຊົນນະບົດ (ສກປພ), ສະຖາບັນ ຄົ້ນຄວ້າ ກປ ແລະ ພັດທະນາຊົນນະບົດ ຈຶ່ງຈະໄດ້ ຈັດກອງປະຊຸມປະຈຳປີຂອງຕົນຂື້ນ ໃນວັນທີ 20 ທັນວາ 2022 ເພື່ອລາຍງານໃຫ້ການນໍາກະຊວງ ແລະ ບັນດາກົມຕ່າງໆ ໃຫ້ຮັບຮູ້ເຖິງສະພາບພົ້ນຕ່າງໆໃນຂົງເຂດວຽກງານການຄົ້້ນຄວ້າ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໃນປີ 2022 ແລະ ການກໍາເດັ່ນ, ບັນຫາແລະ ສີ່ງທ້າຍທາຍ ໃນການຈັດຕັ້ງປະຕິບັດຜ່ານມາ, ກຳນົດທິດທາງແຜນກການ  ຕໍ່ໜ້າ ປີ 2023 ແລະ ການຈັດຕັ້ງປະຕິບັດວຽກງານວາລະແຫ່ງຊາດ. ພ້ອມກັນນີ້, ກອງປະຊຸມດັ່ງກ່າວຍັງເປັນໂອກາດອັນລໍ້າຄ່າ ທີ່ຈະໄດ້ຮັບຟັງທິດຊີ້ນໍາຈາກ ການນໍາຂອງກະຊວງ ແລະ ຈາກບັນດາກົມຕ່າງໆ ເພື່ອປັບປຸງ, ຜັນຂະຫຍາຍວຽກງານການຄົ້້ນຄວ້າໃຫ້ມີປະສິດທິພາບທີ່ດີຂຶ້ນກວ່າເກົ່າ.

ກອງປະຊຸມໃນຄັ້ງນີ້ໄດ້ໃຫ້ກຽດເຂົ້າຮວ່ມເປັນປະທານ ແລະ ທ່ານ ປອ ເພັດ ພົມພິພັກ, ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ແຂກຮັບເຊີນ ຈາກ ກົມ, ສະຖາບັນ, ສູນບໍລິການດ້ານການກະເສດ ,ບັນດາພະນັກງານພະແນກ ແລະ ສູນອ້ອມ ສະຖາບັນ ຄົ້ນຄວ້າ ກະສິກຳ ປ່າໄມ້ ແລະ ພັດທະນາ ຊົນນະບົດ.

ໃນກອງປະຊຸມ ທ່ານ ປອ ນາງ ໃຈ ບຸນພະນຸໃຊ, ຫົວໜ້າ ສະຖາບັນຄົ້ນຄວ້າກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ກ່າວຕ້ອນຮັບ ແລະ ລາຍງານຜົນສຳເລັດຂອງການຄົ້ນຄວ້າກະສິກຳ ແລະ ປ່າໄມ້ ,ທິດທາງແຜນການຕໍ່ໜ້າ,ຜົນການຈັດຕັ້ງປະຕິບັດຄວາມຄືບໜ້າການຈັດຕັ້ງປະຕິບັດວາລະແຫ່ງຊາດ ດ້ານການຄົ້ນຄວ້າ, ຜະລິດ ແນວພັນພືດ, ສັດ ແລະ ແນວພັນໄມ້, 2021-ປະຈຸບັນ, ກອງປະຊຸມ ໄດ້ຮັບຟັງການປະກອບຄຳເຫັນ ຂອງ ກົມກ່ຽວຂ້ອງ ເພື່ອ ແລກປ່ຽນບົດຮຽນ, ກົນໄກ ການປະສານງານ ເພື່ອ ປັບປຸງ ແລະ ພັດທະນາ ວຽກງານການຄົ້ນຄວ້າ ເພື່ອຕອບສະໜອງ ,ຮັບໃຊ້ ກົມມະຫາພາກ ແລະ ສັງຄົມ ໄປພ້ອມກັນ. ພິເສດ ກອງປະຊຸມ ໄດ້ ຮັບຟັງ ການໂອ້ລົມ ຂອງ ລັດຖະມົນຕີ ກະຊວງ ກະສິກຳ ແລະ ປ່າໄມ້ ເພື່ອ ກຳນົດທິດທາງ ໃນການ ພັດທະນາວຽກງານ ການຄົ້ນຄວ້າ ກະສິກຳ ແລະ ປ່າໄມ້ ໃຫ້ມີຄວາມ ເຂັ້ມແຂງ ທັນສະໄໝ ຕາມທິດສີຂຽວ ເປັນມິດກັບສີ່ງແວດລ້ອມ ແລະ ມີຄວາມຍືນຍົງ.  ກອງປະຊຸມ ໄດ້ສຳເລັດລົງໃນເວລາ 16 ໂມງຂອງວັນດຽວກັນ.

IMG_4591 IMG_4561 IMG_4614 IMG_4611 IMG_4618 IMG_4529 IMG_4527 IMG_4522 IMG_4565 IMG_4530 IMG_4556 IMG_4640 IMG_4633 IMG_4587 IMG_4588

ພາບ-ຂ່າວ ໂດຍ: ຈັນທະສອນ ມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້

ພິທີມອບແນວພັນເຂົ້າທົນນ້ຳຖ້ວມ ແນວພັນໃໝ່( ຫອມທ່າດອກຄຳ 15) ທີ່ມີຄວາມທົນທານຕໍ່ນໍ້າຖ້ວມ ແລະ ພະຍາດ ໃຫ້ກັບບ້ານເປົ້າຫມາຍທີ່ມີຄວາມສ່ຽງຈາກໄພນໍ້າຖ້ວມໃນ 4 ເມືອງຂອງແຂວງຄໍາມ່ວນ

     IMG_0771 IMG_0705 IMG_0898

           ໃນລະຫວ່າງວັນທີ 17-18 ພຶດສະພາ 2022 ນີ້, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ(ສູນຄົ້ນຄວ້າເຂົ້າ) ແລະ ກົມຈັດຕັ້ງ ແລະ ພະນັກງານ ໄດ້ມອບແນວພັນເຂົ້າຫອມທ່າດອກຄຳ 15 (ພັນເຂົ້າໜຽວ) ທີ່ມີຄວາມທົນທານຕໍ່ນໍ້າຖ້ວມ ແລະ ພະຍາດ ໃຫ້ກັບບ້ານເປົ້າໝາຍທີ່ມີຄວາມສ່ຽງຈາກໄພນໍ້າຖ້ວມໃນ 4 ເມືອງ ຂອງແຂວງຄໍາມ່ວນຄື:ເມືອງຍົມມະລາດ, ມະຫາໄຊ,ເຊບັ້ງໄຟ ແລະ ເມືອງຫນອງບົກ ຈໍານວນ 4 ໂຕນ, ພາຍໃຕ້ “ໂຄງການຊ່ວຍໃຫ້ຊາວນາໄດ້ເຂົ້າເຖິງແຫຼ່ງແນວພັນໃໝ່ “.

ໃນການມອບເຂົ້າໃນຄັ້ງນີ້ນຳໂດຍ ທ່ານ ນາງ ປອ ໃຈ ບຸນພະນູໄຊ, ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ພ້ອມດ້ວຍທີມງານ, ທ່ານ ເພັດສະໝອນ ຖານະສັກ, ຮອງຫົວໜ້າ ກົມຈັດຕັ້ງ ແລະ ພະນັກງານ, ມີຕາງໜ້າຈາກພະແນກ ກະສິກຳ ແລະ ປ່າໄມ້ແຂວງ, ຮອງເຈົ້າເມືອງທັງ 4 ເມືອງເປົ້າໝາຍຄື: ເມືອງ ຍົມມະລາດ, ເມືອງ ມະຫາໄຊ, ເມືອງ ໜອງບົກ ແລະ ເມືອງ ເຊບັ້ງໄຟ ພ້ອມດ້ວຍ ປະຊາຊົນຈາກບ້ານເປົ້າໝາຍເຂົ້າຮ່ວມ.

ເຊິ່ງແນວພັນເຂົ້າທີ່ມາມອບຄັ້ງນີ້ ແມ່ນແນວພັນທີ່ໄດ້ຮັບການປັບປຸງ ແລະ ພັດທະນາຂຶ້ນມາ ເພື່ອຮອງຮັບກັບການປ່ຽນແປງ ຂອງສະພາບແວດລ້ອມ ເອີ້ນຊື່ວ່າ (ເຂົ້າຫອມທ່າດອກຄຳ 15) ເຊິ່ງເປັນແນວພັນເຂົ້າໜຽວຫອມ, ທົນນ້ຳຖ້ວມ, ທົນພະຍາດໃບໄມ້, ພະຍາດຄໍຮວງເນົ່າ ແລະ ພະຍາດຂອບໃບແຫ້ງ. ປັດຈຸບັນແນວພັນນີ້ໄດ້ຍື່ນຈົດທະບຽນເປັນແນວພັນໃໝ່ ຢູ່ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ ແລ້ວ.

ຈຸດປະສົງໃນການມອບແນວພັນໃນຄັ້ງນີ້ກໍເພື່ອສ້າງໂອກາດໃຫ້ຊາວນາ ລວມທັງຜູ້ດ້ອຍໂອກາດ, ຊົນເຜົ່າສ່ວນໜ້ອຍທີ່ຢູ່ໃນບ້ານເປົ້າໝາຍທີ່ມີຄວາມສ່ຽງກັບໄພນ້ຳຖ້ວມ ໄດ້ເຂົ້າເຖິງແນວພັນໃໝ່ ເພື່ອນຳໃຊ້ໃນການບັນເທົາຜົນກະທົບຈາກໄພນ້ຳຖ້ວມ. ເຊິິ່ງເປົ້າໝາຍບ້ານທີ່ໄດ້ຮັບແນວພັນໃນຄັ້ງນີ້ ມີຈຳນວນ 4 ບ້ານ ໃນຈຳນວນ 4 ເມືອງຂອງແຂວງຄຳມ່ວນຄື: ບ້ານໂພນແກ້ວ, ເມືອງ ຍົມມະລາດ, ບ້ານສ້າງພອກ ເມືອງ ມະຫາໄຊ, ບ້ານ ໂປ້ງກິນ ເມືອງໜອງບົກ ແລະ ບ້ານ ນາພອກ ເມືອງ ເຊບັ້ງໄຟ. ແນວພັນເຂົ້າທີ່ມາມອບໃນຄັ້ງນີ້ມີຈຳນວນ 4 ໂຕ່ນ, ມອບໃຫ້ເມືອງລະ 1 ໂຕ່ນ ເຊິ່ງໃຫ້ຄອບຄົວລະ 10 ກິໂລ ເພື່ອໄປປູກໃນເນື້ອທີ່ 1,600 ຕາແມັດ, ຄາດຄະເນຈະປູກໄດ້ 16 ຮຕ, ຄາດຈະໄດ້ຮັບຜົນຜະລິດທັງໝົດປະມານ 48 ໂຕ່ນ(3ຕ/ຮຕ). ສາມາດນຳໄປປູກໄດ້ໃນນາແຊງ ປີ 2022-2023 ປະມານ 800 ຮຕ ແລະ ຈະໄດ້ເຂົ້າກິນທັງໝົດ 2,400 ໂຕ່ນ (3ຕ/ຮຕ).

IMG_0880 IMG_0828 IMG_0739IMG_0858IMG_0849 IMG_0806 IMG_0771 IMG_0747 IMG_0733 IMG_0767

ພາບ-ຂ່າວ: ຈັນທະສອນ ມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້

ກອງປະຊຸມຝຶກອົບຮົມກ່ຽວກັບແບບຟ່ອມເກັບກຳຂໍ້ມູນ ແລະ ວິທີຄິດໄລ່ ປະເມີນຜົນເສຍຫາຍທາງດ້ານໄພພິບັດທຳມະຊາດ ໃນຂະແໜງກະສິກຳ ຢູ່ ສ ປປ ລາວ

IMG_9441-2

          ໃນຕອນເຊົ້າຂອງວັນທີ 18 ກຸມພາ 2022 ທີ່ຜ່ານມາ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບແບບຟ່ອມເກັບກຳຂໍ້ມູນ ແລະ ວິທີຄິດໄລ່ ປະເມີນຜົນເສຍຫາຍທາງດ້ານໄພພິບັດທຳມະຊາດ ໃນຂະແໜງກະສິກຳ ຢູ່ ສ ປປ ລາວ, ໂດຍການເປັນປະທານຂອງທ່ານ ນາງ ປອ ໃຈ ບຸນພະນູໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກ, ປ່າໄມ້ ແລະ ພັດທະນາຊົນນະບົດ, ມີຫົວໜ້າ, ຮອງຫົວໜ້າສູນ, ວິຊາການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພ້ຽງ (ທາງອອນລາຍ ແລະ ໃນຫ້ອງປະຊຸມ).

ທ່ານນາງ ປອ ໃຈ ບຸນພະນູໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດໄດ້ກ່າວເປີດກອງປະຊຸມວ່າ: ໃນກອບຂະແໜງກະສິກຳ,ປ່າໄມ້ ແລະ ພັດທະນາຊົນນະບົດແມ່ນມີບົດບາດ ແລະ ໜ້າທີ່ໃນການປະຕິບັດແຜນປະຕິດບັດງານແຫ່ງຊາດດ້ານກະສິກຳ-ຊີວະນາໆພັນແຫ່ງຊາດໄດ້ກຳນົດ 6 ລະບົບນິເວດຄື: 1) ລະບົບນິເວດກະສິກຳພື້ນຖານເຂົ້ານາປີ, 2) ລະບົບກະສິກຳແບບປະສົມປະສານ, 3) ລະບົບນິເວດກະສິກຳເຂດເນີນສູງ, 4)ລະບົບນິເວດປ່າໄມ້, 5) ລະບົບກະສິກຳການຄ້າ, 6) ລະບົບນິເວດດິນທາມ. ໃນແຕ່ລະລະບົບມີລັກສະນະສະເພາະທາງດ້ານຊີວະນາໆພັນທາງດ້ານກະສິກຳເຊິ່ງຈະດຳເນີນເປັນເວລາ 10 ປີ (2015-2025) ໂດຍມີບັນດາກະຊວງ, ຄະນະ ແລະ ຄູ່ຮ່ວມມືພັດທະນາ. ກະຊວງກະສິກຳ ແລະ ປ່າໄມ້ (MAF) ເປັນອົງການຈັດຕັ້ງ ປະຕິບັດຕົ້ນຕໍ ແລະ ພ້ອມກັບບັນດາກົມກອງອື່ນໆ. ສູນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ 5 ແຫ່ງຂອງສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ ມີບົດບາດສຳຄັນໃນການຈັດຕັງ ປະຕິບັດຕາມຄຳສັ່ງວິຊາການຂອງຂະແໜງກະສິກຳ-ຊີວະນາໆພັນ.

IMG_9449

ໃນກອງປະຊຸມ ທ່ານ ປອ ປະລີກອນ ທະລົງແສງຈັນ ນັກຄົ້ນຄວ້າອາວຸໂສ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ລາຍງານຜົນການເກັບກຳຂໍ້ມູນຈາກກະຊວງຂັ້ນສູນກາງ ແລະ ໃນ 6 ແຂວງຄື: ແຂວງ ອຸດົມໄຊ, ຫຼວງພະບາງ, ແຂວງວຽງຈັນ, ແຂວງບໍລິຄຳໄຊ, ແຂວງສະຫວັນນະເຂດ ແລະ ແຂວງອັດຕະປື ພ້ອມທັງນຳສະເໜີການນຳໃຊ້ແບບຟອມເກັບກຳຂໍ້ມູນຫຼືການສັງລວມຂໍ້ມູນໄພພິບັດ ແລະ ຜົນເສຍຫາຍໃນຂະແໜງກະສິກຳ ແລະ ປ່າໄມ້ ເຂົ້າໃນແບບຟອມ ຂອງອົງການອາຫານ ແລະ ການກະເສດ( FAO) ຮ່ວມມືກັບສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດນຳອີກ.

IMG_9237 IMG_9465 IMG_9445

ຂ່າວໂດຍ: ຈັນທະສອນ ມະນີວົງ ສູນຂໍ້ມູນຂ່າວສານ ກະສິກຳ ແລະ ປ່າໄມ້

ນະວັດຕະກຳ ເປີດໂອກາດດ້ານການພັດທະນາກະສິ ກຳ ໃນສປປ ລາວ

WhatsApp Image 2020-11-25 at 15.37.33

ກອງປະຊຸມເປີດໂຄງການ “ພັດທະນາຄວາມສາມາດໃນລະບົບກະສິກຳຮ່ວມສຳພັນ: ການຜັນຂະຫຍາຍກອບເວທີກະສິກໍາເຂດຮ້ອນ” Developing Capacities in Agricultural Innovation Systems (DCAIS): Scaling-up Tropical Agriculture Platform Framework (TAP-AIS), TAP-FAO DeSIRA (GCP/GLO/017/EC), ເຊິ່ງສະໜັບສະໜູນໃຫ້ ການຈັດຕັ້ງປະຕິບັດແຜນງານ Tropical Agriculture Platform (TAP) Action Plan 2018-2021, ໄດ້ຈັດ ຂຶ້້ນໃນວັນທີ 20 ພະຈິກ ປີ 2020 ທີໂຮງແຮມ ຄຮາວພລາຊ່າ, ນະຄອນຫຼວງວຽງຈັນ.

ໂຄງການ TAP-AIS ເປັນໂຄງການລະດັບໂລກ ແມ່ນສະໜັບສະໜູນນະວັດຕະກໍາກະສິກໍາ ເພື່ອເພີ້ມປະສິດທິພາບ, ສາມາດແຂ່ງຂັນ, ມີຄວາມທົນທານຕໍ່ເຫດ ການທີ່ເກີດຂື້ນຢ່າງກະທັນຫັນ ຫຼື ຄວາມຍືນຍົງທາງດ້ານສິ່ງແວດລ້ອມ ແລະ ປະກອບສ່ວນເຂົ້າ ໃນການຄໍ້າປະກັນສະບຽງ ອາຫານ ແລະ ໂພສະນາການ, ການພັດທະນາເສດຖະກິດ ຫຼືທ ການຄຸ້ມຄອງຊັບພະຍາກອນ ທໍາມະຊາດທີ່ມີຄວາມຍືນຍົງ. ສຳລັບການຈັດຕັ້ງປະຕິບັດໂຄງການ TAP-AIS ຢູ່ ສ ປປ ລາວ (2020-2023) ແມ່ນປະກອບສ່ວນໂດຍກົງຕໍ່ຜົນໄດ້ຮັບ 2 ຄື: ລະບົບກະສິກໍາຮ່ວມສໍາພັນ (AIS) ໃນລະດັບປະເທດໄດ້ຮັບການປະເມີນ, ຄວາມຕ້ອງການໃນການພັດທະນາຄວາມສາມາດໄດ້ຖືກລະບຸ ແລະ AIS ມີຄວາມເຂັ້ມແຂງ.

ກອງປະຊຸມມີໄດ້ຈັດຂື້ນໂດຍມີຈຸດປະສົງ ເພື່ອສ້າງຄວາມເຂົ້າໃຈ ແລະ ເປັນພື້ນຖານ ໃຫ້ແກ່ການຈັດຕັັ້ງປະຕິບັດໂຄງການຢ່າງມີປະສິດທິຜົນ, ສ້າງຄວາມເຂົ້າໃຈ ໃຫ້ກັບບັນດາກົມ, ອົງການ ແລະ ສະຖາບັນແຫ່ງຊາດ ທີ່ກ່ຽວຂ້ອງ ທີ່ີມີບົດບາດສຳຄັນ ໃນຂະບວນການພັດທະນາລະບົບກະສິກຳ ຮ່ວມສຳພັນ ໃນສປປລາວ, ໂດຍໃຫ້ກຽດເປັນປະທານຮ່ວມກອງປະຊຸມ ຂອງທ່ານ ປອ. ຈັນສະໝອນ ພົງອຸດົມ, ຮອງຫົວໜ້າສະຖາບັນຄົ້ນຄ້ວາກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ອິນປອນ ແສນຄໍາຕີ, ຜູ້ຕາງໜ້າສະຫະພາບເອີຣົບ ແລະ ທ່ານ ນາຊາ ຮາຢັດ ຜູ້ຕາງໜ້າອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ ປະຈຳລາວ. ມີຜູ້ເຂົ້າຮ່ວມທັງໝົດ 46 ທ່ານ, ເປັນຍິງ: 11 ທ່ານ, ຈາກ 10ອົງກອນ, ກົມອ້ອມຂ້າງກະຊວງ,: ກະຊວງ ກະສິກຳ ແລະ ປ່າໄມ້, ກະຊວງສຶກສາທິການ ແລະ ກິລາ, ກະຊວງອຸດສະຫະກຳ ແລະ ການຄ້າ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ, INGO, NGO, ເຄືອຄ່າຍຊາວກະສິກອນ, ຊາວກະສິກອນ/ຜູ້ຜະລິດ, ແລະ ຜູ້ປະກອບການພາກເອກະຊົນ.

ກອງປະຊຸມດັ່ງກ່າວຍັງໄດ້ມີການປຶກສາຫາລື ຜົນການປະເມີນເບື້ຶຶອງຕົ້ນຂອງ AIS ຂອງ ສປປ ລາວ, ແລກປ່ຽນປະສົບການໃນການຈັດຕັ້ງຜ່ານມາຂອງໂຄງການ ພັດທະນາຄວາມສາມາດໃນລະບົບກະສິກໍາຮ່ວມສໍາພັນ ຫຼື CDAIS ແລະ ແຜນການຈັດຕັ້ງປະຕິບັດໂຄງການ TAP-AIS.

ໂຄງການ TAP-AIS ຈະໄດ້ຖືກຈັດຕັ້ງປະຕິບັດ ຢູ່ໃນລະດັບໂລກ, ພາກພື້ນ ແລະ ລະດັບປະເທດ ຢູ່ໃນ 9 ປະເທດ. 3 ປະເທດຢູ່ໃນທະວີບອາຊີ (ກໍາປູເຈ່ຍ, ສປປ ລາວ ແລະ ປາກິດສະຖານ), 5 ປະເທດຢູ່ໃນທະວີບ ອັຟຣິກາ (ບູກີນາຟາໂຊ, ອີຣິເທຍ, ມາລາວີ, ຣູວັນດາ ແລະ ຊີເນເກລ) ແລະ 1 ປະເທດຢູ່ໃນ ລາຕີນອາເມລິກາ (ໂຄລັມເບຍ) ເຊິ່ງເລີ້ມແຕ່ປີ ສິງຫາ 2019 ເຖິງ ກໍລະກົດ 2024.

ດຍ: ປອ. ພອນວິໄລ ສີນະວົງ ແລະ ພັດຊະນີ ພຸດທະວົງ, ພະແນກແຜນການ ແລະ ຮ່ວມມື

ພິທີສະເຫຼີມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ປະຈໍາປີ 2020

     IMG_3360

ພິທີສະເຫຼີມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ ປະຈໍາປີ 2020 ພາຍໃຕ້ຫົວຂໍ້ຄໍາຂວັນ “ອານາຄົດຂອງພວກເຮົາ ຂຶ້ນກັບການກະທຳຂອງພວກເຮົາ: ຈົ່ງພ້ອມກັນເພີ່ມພູນຜະລິດຜົນ, ຮັບປະກັນໂພຊະນາການ, ໃຫ້ມີຄວາມຍືນຍົງ ແລະ ທົ່ວເຖິງ”. ໃນວັນທີ 30 ຕຸລາ 2020, ທີ່ສະຖາບັນຄົ້ນຄວ້າ ກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ຕາມດ້ວຍ ງານວາງສະແດງ ຂອງ ບັນດາ ອົງການຈັດຕັ້ງ ທີ່ມີສ່ວນຮ່ວມໃນວຽກງານ ການຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການພັດທະນາຊົນນະບົດ ໃນ ຂະແໜງການກະສິກໍາ.

IMG_3275
ໃຫ້ກຽດເປັນປະທານ ໂດຍ ທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ຮສ. ປອ. ລິນຄຳ ດວງສະຫວັນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ນາງ ຊາຣາ ເສກເກນເນສ ຜູ້ປະສານງານ ອົງການສະຫະປະຊາຊາດ ປະຈຳ ສປປ ລາວ ແລະ ທ່ານ ນາຊາ ຮາຢັດ ຜູ້ຕາງໜ້າ ອົງການ ອາຫານ ແລະ ການກະເສດ (FAO) ປະຈຳ ສປປ ລາວ ແລະ ທ່ານ ນາງ ຣິຄາດາ ເຣຍເຈິ ອົງການ ສະຫະປະຊາຊາດເພື່ອການພັດທະນາ.

IMG_3339 IMG_3480

     ໃນພິທີ, ທ່ານ ຮສ. ປອ. ລິນຄຳ ດວງສະຫວັນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ແຈ້ງໃຫ້ຊາບວ່າ ສປປ ລາວ ໄດ້ຮັບຮອງເອົາເປົ້າໝາຍ ການພັດທະນາແບບຍືນຍົງ ເພື່ອລຶບລ້າງຄວາມທຸກຍາກ ແລະ ຄວາມອຶດຫິວ, ແລະ ໂດຍສະເພາະ ບັນດານະໂຍບາຍການສົ່ງເສີມ ການຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການພັດທະນາຊົນນະບົດ. ສໍາລັບປີ 2021 ຂະແໜງການພວກເຮົາ ໄດ້ວາງຄາດໝາຍສູ້ຊົນຜະລິດສະບຽງອາຫານຄື: ເນື້ອທີ່ປູກເຂົ້າ ໃຫ້ໄດ້ 950.250 ເຮັກຕາ ຜົນຜະລິດ 3,53 ລ້ານໂຕນ; ພືດສະບຽງຕ່າງໆ: ສາລີຫວານໃຫ້ໄດ້ 28.100 ເຮັກຕາ, ຜົນຜະລິດ 271.000 ໂຕນ, ເຜືອກມັນໃຫ້ໄດ້ 17.500 ເຮັກຕາ, ຜົນຜະລິດ 251.500 ໂຕນ, ໝາກໄມ້ 64.300 ເຮັກຕາ ຜົນຜະລິດ 1,2 ລ້ານໂຕນ, ພືດຜັກຕ່າງໆ 181.400 ເຮັກຕາ ຜົນຜະລິດ 1,5 ລ້ານໂຕນ; ຜະລິດຊີ້ນ-ປາ ໃຫ້ໄດ້ 486.000 ໂຕນ. ວຽກພັດທະນາຊົນນະບົດ ລຶບລ້າງຄວາມທຸກຍາກ ໄດ້ວາງຄາດໝາຍສູ້ຊົນຄື: ສ້າງຄອບຄົວພົ້ນທຸກໃຫ້ໄດ້ 20.436 ຄອບຄົວ, ສ້າງບ້ານພົ້ນທຸກ ໃຫ້ໄດ້ 310 ບ້ານ, ສ້າງຄອບຄົວພັດທະນາໃຫ້ໄດ້ 24.572 ຄອບຄົວ, ບ້ານພັດທະນາໃຫ້ໄດ້ 442 ບ້ານ.
ໃນໂອກາດນີ້, ສີ່ງທີ່ເໝາະສົມທີ່ສຸດ ສໍາລັບ ທຸກພາກສ່ວນ ທີ່ຈະເຮັດກ້າວໄປສູ່ໂລກທີ່ບໍ່ມີຄວາມອຶດຫິວໃນ ປີ 2030 ແລະ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs), ເຊິ່ງການຈັດຕັ້ງປະຕິບັດໃນທຸກມື້ນີ້ ຍັງບໍ່ແມ່ນທາງເລືອກ, ມັນຈຳເປັນທີ່ຈະກ້າວໄປສູ່ອະນາຄົດທີ່ຍືນຍົງຂອງທຸກໆຄົນ.

ຂ່າວໂດຍ: ຈັນທະສອນ ມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້

ກວດແກ້ໂດຍ: ທ່ານ ມະໂນລັກ ບຸນສີຫາລາດ, ຫົວໜ້າ ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້

ຄະນະ ຊປປລ ຮາກຖານ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດຮ່ວມກັບ ຊປປລ ຮາກຖານຫ້ອງການກະຊວງກະສິກຳ ແລະ ປ່າໄມ້ສ້າງຂະບວນການສຳມະນາແລກປ່ຽນບົດຮຽນດ້ານວິຊາການຢູ່ສູນພັດທະນາ ແລະ ບໍລິການດ້ານການກະເສດ

img_1494

ຂະບວນການສຳມະນາແລກປ່ຽນບົດຮຽນດ້ານວິຊາການລະຫວ່າງ ຄະນະ ຊປປລ ຮາກຖານສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ຊປປລ ສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ – ຫ້ວຍຊົ້ວໄດ້ຈັດຂື້ນໃນວັນທີ 15 ກໍລະກົດ 2020 ທີ່ຫ້ອງປະຊຸມສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ – ຫ້ວຍຊົ້ວ ໃນເວລາ 13:00 ໂມງ. ໂດຍການເປັນປະທານຂອງ ສະຫາຍ. ບຸນຈັນ ກົມບຸນຍະສິດ ຮອງເລຂາຄະນະບໍລິຫານງານ ຊປປລ ກະຊວງກະສິກຳ ແລະ ປ່າໄມ້, ສະຫາຍ. ມະໂນລັກ ບຸນສີຫາລາດ ເລຂາ ຄະນະ ຊປປລ ຮາກຖານສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ສະຫາຍ. ວົງສະຫວັນ ວົງໄກສອນ ເລຂາ ຄະນະ ຊປປລ ຮາກຖານຫ້ອງການກະຊວງກະສິກຳ ແລະ ປ່າໄມ້. ນອກນັ້ນຍັງມີບັນດາສະຫາຍເລຂາ, ຮອງເລຂາ, ຄະນະໜ່ວຍ ແລະ ສະມາຊິກ ຊປປລ ທັງສອງຮາກຖານກໍ່ໄດ້ເຂົ້າຮ່ວມຈຳນວນທັງໝົດ 46 ສະຫາຍ.

ຈຸດປະສົງໃນການສ້າງຂະບວນການສຳມະນາແລກປ່ຽນບົດຮຽນດ້ານວິຊາການໃນຄັ້ງນີ້ແມ່ນເພື່ອເປັນການ ແລກປ່ຽນບົດຮຽນທາງດ້ານວິຊາການ ໃນການພັດທະນາກະສິກຳ ໄລຍະໃໝ່ຂອງຊາວໜຸ່ມ ໃຫ້ມີຄວາມເຂັ້ມແຂງພ້ອມທັງເປັນການ ສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ 3 ຂັ້ນ ຂອງຄະນະພັກກະຊວງ ແລະ ກອງປະຊຸມໃຫຍ່ ຂອງຊາວໜຸ່ມກະຊວງກະສິກຳ ແລະ ປ່າໄມ້ ທີ່ຈະໄຂຂື້ນໃນໄວໆນີ້ໃຫ້ມີຄວາມຟົດຟື້ນເຕັມໄປດ້ວຍຄວາມໝາຍຄວາມສຳຄັນຢ່າງເລິກເຊີ່ງ.  ການສ້າງຂະບວນການສຳມະນາແລກປ່ຽນບົດຮຽນດ້ານວິຊາການໃນຄັ້ງນີ້ໄດ້ມີການນຳສະເໜີບັນດາເຕັກນິກການຜະລິດກະສິກຳທັງໝົດ 5 ຫົວຂໍ້ຈາກຄະນະ ຊປປລ ຮາກຖານ ສກປພ 3 ຫົວຂໍ້ ແລະ  2 ຫົວຂໍ້ ຈາກຊປປລ ສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ – ຫ້ວຍຊົ້ວ ດັ່ງນີ້:

  1. ໂອກາດແລະທ່າແຮງໃນການຜະລດິຖາ່ນຂາວເປັນສິນຄ້າຂອງສປປລາວ ນຳສະເໜີໂດຍ: ຊປປລ ຮາກຖານ ສກປພ
  2. ເຕັກນິກການປູກໝາກແຕງເມລອນ ນຳສະເໜີໂດຍ ຊປປລ ສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ – ຫ້ວຍຊົ້ວ
  3. ຫອມທ່າດອກຄຳ 8 ເຂົ້າໜຽວແນວພັນໃໝ່ ນຳສະເໜີໂດຍ ຊປປລ ຮາກຖານ ສກປພ
  4. ເຕັກນິກການປະສົມພັນທຽມປາດຸກ ນຳສະເໜີໂດຍ: ຊປປລ ສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ – ຫ້ວຍຊົ້ວ
  5. ສຶກສາການໃຫ້ອາຫານເສີມໃນການທອມງົວ ນຳສະເໜີໂດຍ ຊປປລ ຮາກຖານ ສກປພ

img_1429 img_1435 img_1489 img_1447

ພາຍຫຼັງການນຳສະເໜີບັນດາເຕັກນິກຕ່າງໆສຳເລັດແລ້ວໄດ້ມີການສົນທະນາແລກປ່ຽນບົດຮຽນກັນຢ່າງເປັນຂະບວນຟົດຟື້ນຈາກ ບັນດາຜູ້ເຂົ້າຮ່ວມ ພ້ອມກັນນັ້ນຍັງໄດ້ ຢ້ຽມຊົມບັນດາກິດຈະກຳແລະ ປະຫວັດຄວາມເປັນມາຂອງສູນພັດທະນາ ແລະ ບໍລິການດ້ານການກະເສດກະເສດຫ້ວຍຊອນ – ຫ້ວຍຊົ້ວ.

img_1471 img_1462

ການໃນຄັ້ງນີ້ສາມາດຕິລາຄາໄດ້ວ່າ ບັນດານັກສຳມະນາກອນຜູ້ເຂົ້າຮ່ວມທັງສອງຝ່າຍແມ່ນ ໃຫ້ຄວາມຄວາມສົນໃຈຕໍ່ບັນດາບົດນຳສະເໜີຕ່າງໆ ຊື່ງສະແດງອອກໃນການສົນທະນາຖາມຕອບ ແລະ ໄດ້ມີການປຶກສາຫາລືກັນໃນການຈັດສຳມະນາແລກປ່ຽນບົດຮຽນດ້ານວິຊາການໃນຄັ້ງຕໍ່ໄປ ເພາະມັນເປັນການນຳເອົານັກວິຊາທາງດ້ານການຄົ້ນຄວ້າ ແລະ ນັກວິຊາການພັດທະນາສົ່ງເສີມ ມາແລກປ່ຽນກັນໃຫ້ເຫັນແລະເຂົ້າໃຈຂອງທັງສອງວຽກງານໄດ້ຫຼາຍຂື້ນ. ຈາກນັ້ນຄະນະຈັດຕັ້ງກໍ່ໄດ້ຂື້ນກ່າວຄຳຂອບໃຈ ແລະ ປິດກອງປະຊຸມສຳມະນາແລກປ່ຽນບົດຮຽນດ້ານວິຊາການໃນເວລາ 17:20 ໂມງ.

 

ໂດຍ: ສຸລິວົງ ກອງມະນີວົງ ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້

ຮູບພາບໂດຍ: ຈັນທະສອນ ມະນີວົງ ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້

ໂລໂກ 20 ສກປພ ປີ
nafri20y
ລະບົບຖານຂໍ້ມູນຕ່າງໆ
ການປ່ຽນແປງດິນຟ້າອາກາດ
climate-change
Recent Posts
Tags
10 ປີ ຕາບີ ACIAR AFACI KOPIA nafri TABI tabi project TAP-AIS ກອງປະຊຸມການທົບທວນຄືນ ການຈັດຕັ້ງປະຕິບັດວຽກງານໂຄງການຫວາຍ ແລະ ໄມ້ປ່ອງໄລຍະ 6 ໃນປີ 2022 ແລະ ວາງແຜນປີ 2023 ກອງປະຊຸມຂະແໜງການຍ່ອຍວຽກງານຊີວະນາໆພັນກະສິກຳ ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດຄໍາຂວັນ 4 ບຸກ ໜ່ວຍ ຊປປລ ສູນຄົ້ນຄວ້ນພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2023 ກອງປະຊຸມ ຜົນສຳເລັດການຈັດຕັ້ງປະຕິບັດໂຄງການຕາບີ 20 ປີ ເລີ່ມແຕ່ປີ 2009-2020 ກອງປະຊຸມລິເລີ່ມ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ ກອງປະຊຸມວິຊາການຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2016-2020 ການຝຶກອົບຮົມ ຂະບວນການ ຂະບວນປູກຕົ້ນໄມ້ສູນໄມ້ໃຫ້ໝາກ ຂ່າວ ງານປະກວດເຂົ້າແຊບ ງານວາງສະແດງ ແລະ ປະກວດເຂົ້າແຊບ ຂອງຊາວກະສິກອນລາວ ປະຈໍາປີ 2020 ທີ່ ສະຖາບັນຄົ້ນຄວ້າກະສິກໍາ ຊາວໜຸ່ມ ຊາວໜຸ່ມ ສກປພແລະ ຊາວໜຸ່ມສູນພັດທະນາແລະບໍລິການດ້ານການກະເສດ ຕາບີ ນະຄອນຫຼວງວຽງຈັນ ນະວັດຕະກຳ ເປີດໂອກາດດ້ານການພັດທະນາກະສິ ກຳ ໃນສປປ ລາວ ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ຮ່ວມກັບອົງການກອງທຶນອະນຸລັກທຳມະຊາດໂລກ ປະຈຳ ສປປ ລາວ (WWF-Laos) ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການ ຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງ ແບບຍຶນຍົງ ໄລຍະທີ VI ແຕ່ປີ 2022-2023. ຝຶກອົບຮົມການຜະລິດຜັກໃຫ້ເປັນສິນຄ້າໃນເງືອນໄຂຂອງການປ່ຽນແປງດິນຟ້າອາກາດ ພິທີປ່ອຍປາ ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສະຖາບັນຄົ້ນຄວ້າ ກະສິກຳ ພິທີເປີດການກໍ່ສ້າງໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເຂດເມືອງຫາດຊາຍຟອງ ວັນປ່ອຍປາ ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ ປະຈໍາປີ 2020 ວັນອາຫານໂລກ ສວນສາທິດ ສູນຄົ້ນຄວ້າການປະມົງ ສູນຄົ້ນຄວ້າປະມົງຈັດພິທີປ່ອຍປາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ສູນພືດຜັກ ແລະ ໄມ້ໃຫ້ໝາກ ສ້າງຄວາມເຂັ້ມແຂງດ້ານການຜະລິດລູກປາໃຫ້ຊາວກະສິກອນຢູ່ບ້ານບວກ ເມືອງຊ່ອນ ແຂວງຫົວພັນ. ເມືອງຫາດຊາຍຟອງ ແຂວງວຽງຈັນ ໂຄງການ ACIAR ມອບເຄື່ອງຊ່ວຍປ້ອງກັນພະຍາດ ໂຄວິດ-19 ໃຫ້ NARFRI ໂຄງການຄົ້ນຄວ້າການຈັດການດິນ ແລະ ນ້ຳ ໂຄງການຕາບີ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ
Sep 26, 2023 - Tue
Please add free or paid OpenWeatherMap API key in the plugin settings!

National Agriculture and Forestry Research Institute

Nongviengkham Village

Xaythany District

Vientiane Capitol

Phone:+856 21 770094,770074

Email: manoluck2005@gmail.com; luckie_2005@hotmail.com