KOPIA
ກອງປະຊຸມປະເມີນຜົນການຄົ້ນຄວ້າປະຈຳປີ 2021 ພາຍໃຕ້ການຮ່ວມມືລະຫວ່າງ ສູນຄົ້ນຄວ້າກະສິກຳສາກົນເກົາຫຼີ (KOPIA) ແລະ ສະຖາບັນຄົ້ນຄວ້າ ກະສິກຳປ່າໄມ້, ແລະ ພັດທະນາຊົນນະບົດ (NAFRI)
:
ໃນຕອນບ່າຍຂອງວັນທີ 25 ພະຈິກ 2021, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ໄດ້ຈັດກອງປະຊຸມປະເມີນຜົນການຄົ້ນຄວ້າ ພາຍໃຕ້ການຮ່ມມື ລະຫວ່າງ ສູນຄົ້ນຄວ້າ ກະສິກຳສາກົນ ແຫ່ງປະເທດ ສ.ເກົາຫຼີ (ໂຄເປຍ) ແລະ ສະຖາບັນຄົ້ນຄວ້າ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ປະຈຳປີ 2021.ໃຫ້ກຽດເປັນປະທານໂດຍ ທ່ານ ປອ ຈັນສະໝອນ ພົງອຸດົມ, ຮອງຫົວໜ້າ ສກປພ ແລະ ທ່ານ ຊິນ ຈາງໂຫ (Shin Chang Ho), ຜູ້ອຳນວຍການສູນ ໂຄເປຍ ປະຈຳ ສປປລາວ. ມີ ນັກຄົ້ນຄວ້າຈາກ ສກປພ, ຜູ້ຈັດຕັ້ງປະຕິບັດໂຄງການ, ພະນັກງານສູນ ໂຄເປຍ ປະະຈໍາລາວ, ແລະ ຄະນະຊີ້ນຳໂຄງການ ເຊິ່ງເປັນຄະນະກຳມະກອນປະເມີນເຂົ້າຮ່ວມທັງໝົດ 27 ທ່ານ (ຍິງ7ທ່ານ):.
ກອງປະຊຸມໄດ້ທຳການປະເມີນ ກິດຈະກຳ ແລະ ຜົນສຳເລັດ ຂອງ 5 ໂຄງການຄົ້ນຄວ້າ ໃນໄລຍະ 1 ປີຜ່ານມາ ພ້ອມທັງແຜນ ຕໍ່ໜ້າ ເຊິ່ງເນັ້ນໃສ່ ການສ້າງລາຍຮັບໃຊ້ຊາວກະສິກອນ ແລະ ພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃນເຂດຊົນນະບົດ. ບັນດາໂຄງການຄົ້ນຄວ້າດັ່ງກ່າວ ມີ 1) ການເພີ່່່່່ມລາຍຮັບໃຫ້ຊາວກະສິກອນຂະໜາດນ້ອຍໂດຍການນຳໃຊ້ແນວພັນ ແລະ ການນໍາໃຊ້ເຕັກນິກການປູກທີ່ເໝາະສົມໃນການປູກພືດຜັກລະດູຝົນ ຂອງປະເທດລາວ ; 2) ຄົ້ນຄວ້າການລ້ຽງໄກ່ພື້ນເມືອງເພື່ອເປັນສີນຄ້າ ໂດຍການປັບປຸງທາງດ້ານກຳມະພັນ; 3) ການພັດທະນາເຕັກໂນໂລຊີ ເພື່ອເພີ່ມຜົນຜະລິດ ແລະ ຄຸນນະພາບຂອງໝາກກ້ຽງ ຢູ່ເມືອງນ້ຳບາກ ແຂວງຫຼວງພະບາງ; 4) ຄົ້ນຄວ້າ ແລະ ນໍາໃຊ້ແນວພັນທົນທານຕໍ່ກັບການປ່ຽນແປງຂອງສະພາບແວດລ້ອມ ເພື່ອຄໍ້າປະກັນທາງດ້ານສະບຽງອາຫານ ແລະ ຜະລິດເປັນສິນຄ້າ; ແລະ 5) ຄົ້ນຄວ້າເຕັກນິກເພື່ອຍົກສະມັດຕະພາບຜົນຜະລິດຖົ່ວເຫຼືອງ ແລະ ການປຸງແຕ່ງໃນ ສປປ ລາວ
ທ່ານ ຊິນ ຈາງໂຫ, ຜູ້ອຳນວຍການສູນ ໂຄເປຍ ປະຈຳລາວ ໄດ້ກ່າວວ່າ: ການສະໜອງ ແນວພັນພືດຜັກຕ່າງໆທີ່ດີ ແລະ ການໂອນຖ່າຍເຕັກນິກການຜະລິດໃຫ້ຊາວກະສິກອນ ແມ່ນຈຸດປະສົງຫຼັກຂອງໂຄງການເຊີ່ງມັນບໍ່ພຽງແຕ່ການເພີ່ມສະມັດຕະພາບການຜະລິດ ແລະ ສ້າງລາຍຮັບໃຫ້ຊາວກະສິກອນ, ແຕ່ມັນຍັງປະກອບສ່ວນໃນການ ພັດທະນາຂະແໜງການ ກະສິກຳຂອງ ສ ປປລາວ.
ທ່ານ ປອ ຈັນສະໝອນ ພົງອຸດົມ, ຮອງຫົວ ສກປພ ໄດ້ໃຫ້ຄຳເຫັນວ່າ: ເຖິງຈະມີການແຜ່ລະບາດຂອງພະຍາດໂຄວິດ 19 ຢ່າງຕໍ່ເນື່ອງ ແລະ ສ້າງຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການ, ທັງ 5 ໂຄງການຄົ້ນຄວ້າ ໃນໄລຍະ 1 ປີຜ່ານມາກໍ່ຍັງສາມາດບັນລຸຕາມຈຸດປະສົງ ແລະ ແຜນກິດຈະກຳທີ່ວາງໄວ້ດີສົມຄວນ. ນອກຈາກນັ້ນ, ທ່ານ ປອ ຈັນສະໝອນ ພົງອຸດົມ ຍັງໄດ້ ແຈ້ງວ່າ, ຈະມີໂຄງການ “ສວນສາທິດການເພີ່ມສະມັດຕະພາບການຜະລິດໝາກກ້ຽງນໍ້າບາກ ເລີ່ມແຕ່ປີ 2022ເປັນຕົ້ນໄປ.
ສູນຄົ້ນຄວ້າກະສິກຳສາກົນເກົາຫຼີ (ໂຄເປຍ) ແມ່ນ ອົງກອນພາຍໃຕ້ໜ່ວຍງານບໍລິຫານການພັດທະນາຊົນນະບົດ ຂອງລັດຖະບານ ສ. ເກົາຫຼີ. ວິໄສທັດ ຂອງ ໂຄເປຍ ແມ່ນເພື່ອການພັດທະນາແບບຍືນຍົງ ພ້ອມທັງການຮ່ວມມືທີ່ດີຂອງລະຫວ່າງ ສ. ເກົາຫຼີ ແລະ ປະເທດຮ່ວມມື ທາງດ້ານ ເຕັກໂນໂລຊີ ກະສິກຳ. ສູນ ໂຄເປຍ ປະຈຳລາວ ສ້າງຂຶ້ນ ປີ 2016 ແລະ ມີຫ້ອງການຕັ້ງຢູ່ໃນ ສະຖາບັນຄົ້ນຄວ້າ ກະສິກໍາປ່າໄມ້, ແລະ ພັດທະນາຊົນນະບົດ.
ພິທີມອບ-ຮັບ ເຄື່ອງຈັກ ແລະ ອຸປະກອນໃນການຜະລິດກະສິກຳ ຈາກ ສ.ເກົາຫຼີ ໃຫ້ແກ່ ສູນຄົ້ນຄວ້າເຂົ້າ, ສະຖາບັນຄົ້ນຄວ້າກະສິກຳ,ປ່າໄມ້ ແລະ ພັດທະນາຊົນນະບົດ
ໃນຕອນເຊົ້າວັນທີ 29 ຕຸລາ 2021ທີ່ຜ່ານມາ ສູນຄົ້ນຄວ້າເຂົ້າ, ສະຖາບັນຄົ້ນຄວ້າກະສິກຳ,ປ່າໄມ້ ແລະ ພັດທະນາຊົນນະບົດ(ສກປພ)ຈັດ ພິທີມອບ-ຮັບ ເຄື່ອງກົນຈັກ ແລະ ອຸປະກອນໃນຜະລິດກະສິກໍາທີ່ໄດ້ຮັບການພັດທະນາຈາກ ສ.ເກົາຫລີ, ເຊິ່ງປະກອບມີລົດໄຖປັ່ນດິນທີ່ສາມາດໄຖ່ດິນໄດ້ເລິກ, ຝຸ່ນຊິລີເຄດ, ຝຸ່ນນ້ຳ, ແລະ ຢ່າປາບສັດຕູພືດ ມູນຄ່າຫຼາຍກວ່າ 50,000 ໂດລ່າ. ເປັນກຽດມອບໂດຍ ທ່ານ ຊິນ ຈາງໂຫ, ຜູ້ອຳນວຍການ ສູນໂຄເປຍປະຈຳ ສປປລາວ ແລະ ຮັບໂດຍ ທ່ານ ນາງ ປອ ໃຈ ບຸນພະນູໄຊ, ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ມີທ່ານ ຫົວໜ້າ ສູນຄົ້ນຄວ້າເຂົ້າ, ຫົວໜ້າ ພະແນກບໍລິຫານ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 20 ທ່ານ.
ຜະລິດຕະພັນເຄື່ອງກົນຈັກດັ່ງກ່າວແມ່ນໄດ້ຮັບການພັດທະນາໃໝ່ ແລະ ເປັນມິດຕໍ່ສິ່ງແວດລ້ອມ ເຊິ່ງຈະຖືກໃຊ້ໃນໂຄງການຮ່ວມມືທີ່ກຳລັງຈັດຕັ້ງຢູ່ໃນ ສປປ ລາວ ເພື່ອເປັນການທົດສອບປະສິດທິພາບ ແລະ ຄຸນນະພາບ ຂອງເຄື່ອງດັ່ງກ່າວ ຮ່ວມກັບສູນທີກ່ຽວຂ້ອງ. ໂຄງການນີ້ເປັນການຮ່ວມມືລະຫວ່າງ ສູນຄົ້ນຄວ້າກະສິກຳ ສາກົນ ແຫ່ງ ປະເທດ ສ.ເກົາຫລີ ປະຈຳລາວ (KOPIA) ແລະ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະພັດທະນາຊົນນະບົດ (NAFRI) .
ທ່ານ ປອ ໃຈ ບຸນພານຸໄຊ, ຫົວໜ້າ ສກປພ, ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການປະກອບສ່ວນດັ່ງກ່າວ ແລະ ໃນອະນາຄົດ ສກປພ ຈະສະໜອງບັນດາ ຜົນໄດ້ຮັບຈາການ ຜະລິດຕະພັນເຫຼົ່ານີ້ໃຫ້ກັບຊາວກະສິກອນ ໃນຫຼາຍໆຂົງເຂດໄດ້ທົດລອງນຳໃຊ້ເພື່ອຊ່ວຍການເພີ່ມສະມັດຕະພາບຜົນຜະລິດພືດຊະນິດຕ່າງໆທີ່ມີຄວາມປອດໄພໃນການຜະລິດ ແລະ ບໍລິໂພກ.
ທ່ານ ຊິນ ຈາງໂຫ, ຜູ້ອຳນວຍການ ສູນໂຄເປຍລາວ, ກໍ່ໄດ້ກ່າວວ່າ: ເຖິ່ງແມ່ນວ່າຜະລິດຕະພັນບັນດາເຄື່ອງກົນຈັກເຫຼົ່ານີ້ຈະມີຜົນດີກໍ່ຕາມ ແຕ່ ສປປລາວ ເຮົາຍັງບໍ່ເຄີຍນໍາໃຊ້ຝຸ່ນຊິລີເຄດ ສະນັ້ນທ່ານຈຶ່ງຄາດຫວັງວ່າມັນຈະສາມາດເປັນຜະລິດຕະພັນທີ່ດີອັນໜຶ່ງຊ່ວຍໃນການປູກເຂົ້າຢູ່ໃນ ສປປ ລາວ ແລະ ສາມາດຂະຫຍາຍໄປສູ່ອົງງກອນໃຫ້ແກ່ຊາວກະສິກອນນຳໃຊ້ໄດ້ຫຼາຍຂື້ນ.
ຂ່າວໂດຍ: ຈັນທະສອນ ມະນີວົງ ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້