ACIAR
ກອງປະຊຸມປະຈຳປີຂອງໂຄງການຄົ້ນຄວ້າເຕັກນິກການຈັດການຫຍ້າໃນນາເຂົ້າ ໃນພື້ນທີ່ເຮັດນາຢອດ ແລະ ນາຫວ່ານ (ACIAR)
ໃນລະຫວ່າງວັນທີ 7-9/2/2023 ໂຄງການຄົ້ນຄວ້າເຕັກນິກການຈັດການຫຍ້າໃນນາເຂົ້າ ໃນພື້ນທີ່ເຮັດນາຢອດ ແລະ ນາຫວ່ານ ທີ່ໄດ້ຈັດຕັ້ງປະຕິບັດຢູ່ ສປປລາວ ແລະ ກໍາປູເຈຍ ໂດຍໄດ້ຮັບທືນການຄົ້ນຄວ້າຈາກ ສູນຄົ້ນຄວ້າກະສິກໍາສາກົນ ປະເທດອົດສະຕາລີ (ACIAR project CROP/2019/145 for 2021-2025) ໄດ້ຈັດກອງປະຊຸມປະຈໍາປີຂື້ນຢູ່ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ໂດຍການເປັນປະທານຂອງ ທ່ານ ນາງ ປອ ຈັນທະຄອນ ບົວລະພັນ, ຮອງຫົວໜ້າ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ ປອ Eric Huttner ຜູ້ຮັບຜິດຊອບດ້ານການປູກຝັງຂອງ ACIAR. ມີນັກຄົ້ນຄວ້າມາຈາກ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນະບົດ (NAFRI), ສະຖາບັນຄົ້ນຄວ້າກະສິກໍາແຫ່ງຊາດ ກໍາປູເຈຍ (CARDI), ມະຫາວິທະຍາໄລແຫ່ງຊາດ ສປປລາວ, ມະຫາວິທະຍາໄລ ສະຫວັນນະເຂດ, ມະຫາວິທະຍາໄລ ຄຼີນສະແລນ ປະເທດອົດສະຕາລີ, ສູນຄົ້ນຄວ້າກະສິກໍາສາກົນ ປະເທດອົດສະຕາລີ (ACIAR), ຜູ້ແທນຈາກໂຄງການ ແລະ ອົງການຈັດຕັ້ງສາມກົນຢູ່ພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມທັງໝົດ 70 ຄົນ. ໃນນັ້ນ ຮ່ວມປະຊຸມເຊິ່ງໜ້າຈໍານວນ 32 ທ່ານ ແລະ ທາງອອນລາຍຈໍານວນ 38 ທ່ານ.
ຈຸດປະສົງຂອງກອງປະຊຸມແມ່ນ ເພື່ອລາຍງານຜົນຂອງການຄົ້ນຄວ້າ ກ່ຽວກັບ ການຊອກຫາວິທີການຈັດການຫຍ້າ ທີ່ເໝາະສົມໃນພື້ນທີ່ປູກເຂົ້າທີ່ນໍາໄຊ້ເຕັກກນິກການເຮັດນາຢອດ ແລະ ນາຫວ່ານ ເປັນຕົ້ນແມ່ນການ ປູກເຂົ້າກັບພືດຕະກຸນຖົວ ເພື່ອຄຸ່ມຫຍ້າໃນນາປີ, ການນໍາໃຊ້ນໍ້າຊົນປະທານຄຸມຫຍ້າໃນນາແຊງ, ສຶກສາການຕົກຄ້າງເມັດຫຍ້າ ໃນດີນ, ການປົນເປືອນຂອງຫຍ້າໃນເມັດພັນເຂົ້າ ແລະ ການພັດທະນາແນວພັນເຂົ້າ ໃຫ້ມີຄວາມສາມາດແຂ່ງຂັນກັບຫຍ້າໄດ້ ເຊິ່ງມີທັງໝົດ 12 ຫົວຂໍ້ການຄົ້ນຄວ້າ.
ຈາກນັ້ນຜູ້ເຂົ້າຮ່ວມ ກອງປະຊຸມ ຍັງໄດ້ມີການໄປຢ້ຽມຢາມແປງສາທິດການຈັດການຫຍ້າ ໂດຍການນໍາໃຊ້ນໍ້າ ຢູ່ບ້ານນາພອກທ່າ ເມືອງເຊບັ້ງໄຟ ແລະ ຍັງໄດ້ພົບປະໂອ້ລົມນຳຊາວນາບ້ານນາພອກທ່າ ເພື່ອຫາລືແກ້ໄຂບັນຫາການຈັດການຫຍ້າໃນນາເຂົ້າເຊິ່ງເປັນບັນຫາຫຼັກໃນການເຮັດນາຫວ່ານໃນປັດຈຸບັນ.
ພາບ-ຂ່າວໂດຍ: ຈັນທະສອນ ມະນີວົງ
ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້
ກອງປະຊຸມສະຫຼຸບປະເມີນການຈັດຕັ້ງປະຕິບັດໂຄງການຄົ້ນຄ້ວາການຈັດການດິນ ແລະ ນໍ້າ ແບບປະສົມປະສານໃນການປູກຜັກ
ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຈັດກອງປະຊຸມ ທົບທວນບັນດາວຽກງານຂອງໂຄງການຄົ້ນຄວ້າການຈັດການດິນ ແລະ ນ້ຳແບບປະສົມປະສານໃນການປູກຜັກ ທີ່ຫ້ອງປະຊຸມສຳນັກສະຖາບັນ (ສກປພ) ໃນວັນທີ 11-15 ພຶດສະພາ 2020 ນີ້ ໂດຍການເປັນປະທານຂອງ ທ່ານ ປອ ຈັນສະໝອນ ພົງອຸດົມ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ພ້ອມດ້ວຍບັນດາແຂກທີ່ຖືກເຊີນຈາກ ກົມປູກຝັງ, ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ, ແລະ ຜູ້ທີ່ໄດ້ຮ່ວມເຮັດວຽກໂຄງການ ຫຼາຍກວ່າ 17 ທ່ານ ເຊິ່ງຮູບແບບການຈັດກອງປະຊຸມແມ່ນ ໄດ້ຮ່ວມປະຊຸມທາງໄກໂດຍຜ່ານກ້ອງວິດີໂອ ກັບບັນດາຊ່ຽວຊານ ແລະ ຜູ້ຈັດຕັ້ງປະຕິບັດໂຄງການທີ່ຢູ່ພາຍໃນ ແລະ ຕ່າງປະເທດ.
ໂຄງການຄົ້ນຄວ້າການຈັດການດີນ ແລະ ນໍ້າ ແບບປະສົມປະສານ ໃນການປູກພືດຜັກ ຢູ່ ສປປ ລາວ ແລະ ລາດຊະອານາຈັກກຳປູເຈ່ຍ ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2015 ຮອດປີ 2020 ພາຍໃຕ້ແຜນງານຂອງ ສູນຮ່ວມມືສາກົນທາງດ້ານການຄົ້ນຄວ້າກະສິກຳ ປະເທດອົດສະຕາລີ ສ່ວນຢູ່ໃນ ສປປລາວ ແມ່ນ ຈັດຕັ້ງປະຕິບັດໃນ 2 ແຂວງຄື: ແຂວງນະຄອນຫຼວງວຽງຈັນ(ເມືອງ ຫາດຊາຍຟອງ ແລະ ເມືອງໄຊທານີ) ແລະ ແຂງຈຳປາສັກ (ເມືອງໂພນທອງ ແລະ ເມືອງ ປາກຊ່ອງ). ຈຸດປະສົງ ແມ່ນ ເພື່ອສືກສາ ປັບປຸງການຈັດການການນຳໃຊ້ດິນ ແລະ ນໍ້າ ເພື່ອໃຫ້ປະສິດທິພາບໃນການປຸກຜັກ ໃຫ້ມີຄວາມຍືນຍົງ ແລະ ສ້າງຄວາມເຊື່ອໝັ້ນໃຫ້ຊາວກະສິກອນໃນການນຳໃຊ້ ເຕັກໂນໂລຍີຕ່າງໆ, ສ້າງຄວາມເຂັ້ມແຂງໃຫ້ກັບບັນດາເຄືອຂ່າຍ ແລະ ຜູ້ສະໜອງປັດໄຈການຜະລິດໃຫ້ແກ່ຊາວກະສິກອນ, ເພື່ອຕອບສະໜອງໃຫ້ແກ່ວຽກງານການກຳນົດນະໂຍບາຍຕະຫຼອດການຈັດຕັ້ງປະຕິບັດໂຄງການແມ່ນໄດ້ ທົດລອງນຳເອົາເຕັກນິກ ການຈັດການນໍ້າ ແລະ ດິນໂດຍນຳໃຊ້ ບັນດາຝຸ່ນ ແລະ ປຸ້ຍທີ່ມີຄຸນລັກສະນະແຕກຕ່າງກັນ ນຳໃຊ້ໃນພືດທີ່ແຕກຕ່າງກັນເຊັ່ນ: ຝຸ່ນຊີວະພາບ, ຝຸ່ນເຄມີ, ປູນຂາວ…ເຂົ້າໃນການປູກພືດຜັກ.
ຂ່າວໂດຍ: ຈັນທະສອນ ມະນີວົງ
ກວດແກ້: ມະໂນລັກ ບູນສີຫາລາດ