National Agriculture and Forestry Research Institute

ພິທີມອບແນວພັນເຂົ້າ ສາຍພັນໃໝ່ ລະຫວ່າງ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນິບົດ ແລະ ກຸ່ມຊາວນາບ້ານ ໂພນຕ້ອງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ

ໃນຕອນບ່າຍຂອງວັນທີ 27 ພຶດສະພາ 2022 ນີ້, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ(ສູນຄົ້ນຄວ້າເຂົ້າ) ແລະ ສູນໂກເປຍ (KOPIA), ສ. ເກົາຫຼີ ປະຈຳ ສປປ ລາວ ໄດ້ມອບແນວພັນເຂົ້າສາຍພັນໃໝ່ ທີ່ມີຊື່ວ່າ: BIO2 ທີ່ມີຄວາມທົນທານຕໍ່ນໍ້າຖ້ວມ ແລະ ພະຍາດ ໃຫ້ກັບບ້ານເປົ້າໝາຍຄື: ບ້ານໂນຕ້ອງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ. ໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ນາງ ປອ ໃຈ ບຸນພະນູໄຊ, ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ຊິນຈາງໂຮ, ຜູ້ອຳນວຍການສູນໂກເປຍ (KOPIA), ສ. ເກົາຫຼີ ປະຈຳ ສປປ ລາວ ແລະ ທ່ານ ນາງ ສີພັນ ຈັນດາລາ ນາຍບ້ານ ບ້ານ ໂພນຕ້ອງ, ເມືອງໄຊທານີ, […]