National Agriculture and Forestry Research Institute

ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງເລົ່າງາມ ແຂວງ ສາລະວັນ ໄດ້ຈັດຂະບວນການປູກໄມ້ທີ່ ບ້ານນາບອນ ແລະ ບ້ານດົງບັງ ໂດຍເນັ້ນໃສ່ ການປູກຟື້ນຟູປ່າປູກເຂດແຫຼ່ງແກ່ນພັນໄມ້ສັກ (ສະໜັບສະໜູນໂດຍໂຄງການ ITTO-Teak Project)

  ໃນຕອນເຊົ້າວັນພະຫັດ ທີ 19 ພຶດສະພາ 2022 ໄດ້ມີຂະບວນການປູກຕົ້ນໄມ້ ເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ ທີ 1 ມີຖຸນາ 2022. ຊຶ່ງໄດ້ຈັດຂຶ້ນທີ່ ບ້ານດົງບັງ ເມືອງເລົ່າງາມ ໂດຍການເຂົ້າຮ່ວມເປັນປະທານ ຂອງ ທ່ານ ຄຳພຽນ ທອງມະນີ ຄະນະປະຈຳພັກເມືອງ, ປະທານແນວລາວສ້າງຊາດເມືອງ ແລະ ທ່ານ ນາງ ມາລາສີ ຈັນຄໍາມະວົງ ກຳມະການພັກເມືອງ, ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງເລົ່າງາມ ພ້ອມດ້ວຍ ຄະນະຫ້ອງການ ກປ ເມືອງ, ຜູ້ຕ່າງໜ້າຂະແໜງປ່າໄມ້, ຫົວໜ້າ, ຮອງໝ່ວຍງານ, ພະນັກງານວິຊາການ, ອົງການຈັດຕັ້ງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນບ້ານອ້ອມຂ້າງເຂົ້າຮ່ວມ ທັງໝົດ 76 ຄົນ, ເພດຍິງ 14 ຄົນ; ໃນນັ້ນ, ເບ້ຍໄມ້ທີ່ນໍາມາປູກ ທັງໝົດ 2.000 ເບ້ຍ ມີ: […]