National Agriculture and Forestry Research Institute

ສູນຄົນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຜ່ານລັກສູກການຝຶກອົບຮົມໃນການຜະລິດພືດຜັກ ແລະ ໄມ້ໃຫ້ໝາກເປັນສິນຄ້າ

          ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ເຊິງຂື້ນສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ          ມີບົດບາດເປັນໜ່ວຍວິຊາການ ເຮັດໜ້າທີ່ຄົ້ນຄວ້າທາງດ້ານແນວພັນ, ເຕັກນິກການປູ ແລະ ຂະຫຍາຍພັນພືດຜັກ ແລະ ໄມ້ໃຫ້ໝາກ, ຄົ້ນຄວ້າເຕັກນິກຫຼັງການເກັບກ່ຽວ, IPM, ອິງໃສ່ແຜນ 2 ງານສະໜັບສະໜູນສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດໃນແຜນງານທີ (5) ແລະ ແຜນງານທີ (6) ໃນການພັດທະນາລະບົບຂໍ້ມູນຂ່າວສານ ແລະ ສ້າງຄວາມເຂັ້ມແຂງໃຫ້ກັບນັກວິຊາການຂອງສູນ, ແຂວງ, ເມືອງ ແລະ ຊາວກະສິກອນໃນການເພີ່ມຄວາມຮູ້ທາງດ້ານການຜະລິດພືດຜັກ ແລະ ໄມ້ໃຫ້ໝາກໃຫ້ເປັນສີນຄ້າ ເພື່ອຄໍ່າປະກັນສະບຽງອາຫາານ, ຫຼຸດຜ່ອນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກໃນອະນາຄົດ ເພື່ອຜັນຂະຫຍາຍແຜນດໍາເນີນງານໃນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບ ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຂອງກະຊວງກະສິກຳ ແລະ ປ່າໄມ້ ຈະສຸມໃສ່ 2 ວຽກຈຸດສຸມໃຫຍ່ ຄື: 1) […]