National Agriculture and Forestry Research Institute

ຜົນການຕິດຕາມການສືກສາປານ້ອຍ ຊ່ວງລະດູຝົນປີ 2022 ຢູ່ແມ່ນໍ້າຂອງ ແລະ ແມ່ນໍ້າສາຂາເຂດພາກໃຕ້ຂອງລາວ

ການສຶກສາຊະນິດປານ້ອຍ ແມ່ນເພື່ອຕິດຕາມ ຫລື ເກັບຂໍ້ມູນທີ່ສຳຄັນທາງດ້ານການປະມົງ ໂດຍການສະໜັບສະໜູນຈາກໂຄງການ Fish larvae Drift Monitoring (FLDM/MRC) ເຊິ່ງເຊື່ອກັນວ່າປາຫຼາຍຊະນິດໃນແມ່ນ້ຳຂອງ ຈະເຄື່ອນຍ້າຍຖິ່ນຖານເພຶ່ອໄປວາງໄຂ່ (Poulsen et al 2004,Baird et al 2003). ໄຂ່ ແລະ ລູກປານ້ອຍ (ຕົວອ່ອນ) ທີ່ວາງໄຂ່ແລ້ວກໍລອຍກັບຄືນໄປມາຢູ່ຕາມແມ່ນ້ຳ ແລະ ທົ່ງທີ່ມີນໍ້າຖ້ວມລຸ່ມນ້ຳ. ຂໍ້ມູນດັ່ງກ່າວຈະຊ່ວຍຊອກຫາອົງປະກອບຕ່າງໆຂອງຊະນິດພັນ, ປະລິມານຂອງລູກປາ (ຄວາມອຸດົມສົມບູນ), ຄວາມໜາແໜ້ນ ແລະ ຄວາມຫຼາກຫຼາຍຂອງຊະນິດພັນ ລວມໄປເຖີງພື້ນທີ່ ຫຼື ແຫຼ່ງວ່າງໄຂ່ຂອງປາ. ເປົ້າໜາຍລວມໃນການສຶກສາແມ່ນເປັນຕົວຊີ້ວັດຜົນຜະລິດການປະມົງໃນເຂດລຸ່ມແມ່ນໍ້າຂອງ (LMB) ເຊີ່ງສາມາດປະເມີນແນວໂນ້ມທ່າອ່ຽງຂອງການປະມົງ, ຮູ້ວິທີການຕິດຕາມ ແລະ ປະເມີນຜົນກະທົບຂອງການຄຸ້ມຄອງນ້ຳ ແລະ ອ່າງ. ການສຶກສາໃນຄັ້ງນີ້ແມ່ນໄດ້ປະຕິບັດໃນຊ່ວງລະດູຝົນ ລະຫ່ວາງ ເດືອນ ມີຖຸນາ ຫາ ເດືອນ ກັນຍາ 2022 ຢູ່ 2 ແຂວງ ໃນເຂດແມ່ນໍ້າຂອງ […]