National Agriculture and Forestry Research Institute

ພິທີ ລົງນາມ ເຊັນສັນຍາໂຄງການ ສ້າງພື້ນຖານໃນການຜະລິດເຂົ້າທັນສະໄໝ ຢູ່ ສປປ ລາວ

      ໃນຕອນບ່າຍຂອງວັນທີ 2 ພຶດສະພາ 2023 ທີຫ້ອງປະຊຸມນ້ອຍ ສະຖາບັນ ໄດ້ຈັດພິທີ ລົງນາມ ເຊັນສັນຍາໂຄງການ ສ້າງພື້ນຖານໃນການຜະລິດເຂົ້າທັນສະໄໝ ຢູ່ ສປປ ລາວ ລະຫວ່າງສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ສູນຄົ້ນຄວ້າກະສິກຳສາກົນແຫ່ງ ສ. ເກົາຫຼີ (KOPIA), ໃຫ້ກຽດລົງນາມເຊັນສັນຍາໂດຍ ທ່ານ ປອ.ນາງ ໃຈ ບຸນພະນຸໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ ຊິນຈາງໂຮ ອຳນວຍການສູນໂກເປຍ(KOPIA), ສ.ເກົາຫຼີ ປະຈຳ ສປປລາວ, ມີຮອງຫົວໜ້າສະຖາບັນ, ຫົວໜ້າສູນ, ນັກຄົ້ນຄວ້າ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມເປັນສັກຂີພິຍານໃນຄັ້ງນີ້. ໂຄງການ ສ້າງພື້ນຖານໃນການຜະລິດເຂົ້າທັນສະໄໝ ເປັນໂຄງການທີ່ໄດ້ຮັບທຶນຊ່ວຍເຫຼືອລ້າ ຈາກ ລັດຖະບານ ສ. ເກົາຫຼີ ຜ່ານທາງສູນ ໂກເປຍ ປະຈໍາ […]