National Agriculture and Forestry Research Institute

ພິທີເຊັນສັນຍາຮ່ວມມື ລະຫວ່າງ ສະຖາບັນຄົ້ນຄວ້າກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດ ກັບ ບໍລິສັດສະຫະກອນ 3ເອຟ ກະສິກໍາຍືນຍົງຂອງລາວ ເພື່ອຮ່ວມກັນທົດລອງຜະລິດເມັດພັນ ສາລີແຂງລູກປະສົມ LVN10

ອີງຕາມພາລະບົດບາດຂອງ ສະຖາບັນຄົ້ນຄວ້າກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດ ໃນການຮັບຜິດວຽກງານຄົ້ນຄວ້າແນວພັນພືດ ແນວພັນສັດ ແລ້ວຕອບສະໜອງແນວພັນຕ່າງໆ ໃຫ້ກັບສັງຄົມ, ພິເສດສະຖາບັນ ເປັນເສນາທິການໃນການຮັບຜິດຊອບ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ (2021-2023) ໂດຍສະເພາະ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ດ້ານການຄົ້ນຄວ້າ ແລະ ຜະລິດ ແນວພັນພືດ, ແນວພັນສັດ ແລະ ແນວພັນໄມ້. ປະຈຸບັນເນື້ອທີການຜະລິດສາລີແຂງທົ່ວປະເທດປະມານ 110.910 ຮຕ (2021) ມີຄວາມຕ້ອງການເມັດພັນປະມານ 2.200 ໂຕນ ແຕ່ສະຖາບັນ ມີຄວາມສາມາດໃນການຜະລິດພຽງແຕ່ ປີລະ 5 ຫາ 10 ໂຕນ (ບໍ່ຮອດ 1% ຂອງຄວາມຕ້ອງການ) ເນື່ອງຈາກມີຂໍ້ຈໍາກັດດ້ານພື້ນທີການຜະລິດເມັດພັນ (ພື້ນທີເຮັດການຄົ້ນຄວ້າ ແລະ ພື້ນທີຜະລິດເມັດພັນແມ່ນອັນດ່ຽວກັນ). ເມື່ອເຫັນໄດ້ເຖີງບັນຫາແນວພັນ ທາງສະຖາບັນຈຶ່ງ ໄດ້ຫາຜູ້ປະກອບການທີ່ມີຄວາມສົນໃຈຮ່ວມມື ແລະ ໄດ້  ບໍລິສັດສະຫະກອນ 3 ເອຟ […]