National Agriculture and Forestry Research Institute

ພິທີມອບແນວພັນເຂົ້າທົນນ້ຳຖ້ວມ ແນວພັນໃໝ່( ຫອມທ່າດອກຄຳ 15) ທີ່ມີຄວາມທົນທານຕໍ່ນໍ້າຖ້ວມ ແລະ ພະຍາດ ໃຫ້ກັບບ້ານເປົ້າຫມາຍທີ່ມີຄວາມສ່ຽງຈາກໄພນໍ້າຖ້ວມໃນ 4 ເມືອງຂອງແຂວງຄໍາມ່ວນ

                 ໃນລະຫວ່າງວັນທີ 17-18 ພຶດສະພາ 2022 ນີ້, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ(ສູນຄົ້ນຄວ້າເຂົ້າ) ແລະ ກົມຈັດຕັ້ງ ແລະ ພະນັກງານ ໄດ້ມອບແນວພັນເຂົ້າຫອມທ່າດອກຄຳ 15 (ພັນເຂົ້າໜຽວ) ທີ່ມີຄວາມທົນທານຕໍ່ນໍ້າຖ້ວມ ແລະ ພະຍາດ ໃຫ້ກັບບ້ານເປົ້າໝາຍທີ່ມີຄວາມສ່ຽງຈາກໄພນໍ້າຖ້ວມໃນ 4 ເມືອງ ຂອງແຂວງຄໍາມ່ວນຄື:ເມືອງຍົມມະລາດ, ມະຫາໄຊ,ເຊບັ້ງໄຟ ແລະ ເມືອງຫນອງບົກ ຈໍານວນ 4 ໂຕນ, ພາຍໃຕ້ “ໂຄງການຊ່ວຍໃຫ້ຊາວນາໄດ້ເຂົ້າເຖິງແຫຼ່ງແນວພັນໃໝ່ “. ໃນການມອບເຂົ້າໃນຄັ້ງນີ້ນຳໂດຍ ທ່ານ ນາງ ປອ ໃຈ ບຸນພະນູໄຊ, ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ພ້ອມດ້ວຍທີມງານ, ທ່ານ ເພັດສະໝອນ ຖານະສັກ, ຮອງຫົວໜ້າ […]