National Agriculture and Forestry Research Institute

ພິທີປິດ ໂຄງການ ພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ໃນເຂດເມືອງຫາດຊາຍຟອງ,ນະຄອນຫຼວງວຽງຈັນ

          ການຜະລິດພືດຜັກໃຫ້ເປັນສິນຄ້າ ສ່ວນໃຫຍ່ແມ່ນ ຊາວກະສິກອນຂະໜາດນ້ອຍເປັນຜູ້ຈັດຕັ້ງປະຕິບັດ, ມີຫຼາຍປັດໃຈ ທີ່ມີຜົນກະທົບທາງດ້ານປະລິມານຜົນຜະລິດ, ຄຸນນະພາບ, ແລະ ຄວາມປອດໄພທາງດ້ານ ຜົນຜະລິດພືດຜັກ ເປັນຕົ້ນ, ການຕອບສະໜອງທາງດ້ານຜົນຜະລິດ ບໍ່ພຽງພໍຕໍ່ຄວາມຕ້ອງການ ການບໍລິໂພກໃນລະດູຝົນ, ຄຸນນະພາບຜົນຜະລິດຍັງບໍ່ທັນໄດ້ມາດຕະຖານ ຕາມຄວາມຕ້ອງການຂອງຕະຫຼາດ ເນື່ອງຈາກ ຄວາມຮູ້ ແລະ ເຕັກນິກ ທາງດ້ານການຜະລິດຍັງຕໍ່າ, ສະນັ້ນສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ທີ່ຂື້ນກັບ ສະຖາບັນຄົ້ນຄວ້າກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດ ຈຶ່ງໄດ້ມີການຮ່ວມມື ແລະ ສະໜັບສະໜູນ ຈາກ ກະຊວງກະສິກໍາ, ອາຫານ ແລະ ພັດທະນາຊົນນະບົດ ຂອງ ສ. ເກົາຫຼີ ໂດຍຜ່ານລັດວິສະຫະກິດຊຸມຊົນຊົນນະບົດ ສ. ເກົາຫລີ(KRC) ຈໍານວນ 3,478,260 ໂດລາສະຫະລັດ ຫຼື 4,000,000,000 ວອນ ໂຄງການຈະຖືກຈັດຕັ້ງປະຕິບັດໃນ 4 […]