National Agriculture and Forestry Research Institute

ຝຶກອົບຮົມເຕັກນິກການຫຼຸດຕົ້ນທຶນການຜະລິດພືດຜັກ ແລະ ການສະໜັບສະໜູນອຸປະກອນການຜະລິດໃຫ້ແກ້ຊາວກະສິກອນກຸ່ມຜະລິດຜັກ ບ້ານຊາຍຟອງເໜືອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ

          ໃນວັນທີ່ 5 ພຶດສະພາ 2022 ທີ່ຜ່ານມາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ສະຖາບັນຄົ້ນຄວ້າກະສິກໍາປ່າໄມ້ ແລະ ພັດທະນາຊົນນະບົດຮ່ວມກັບໂຄງການປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (KRC) ໄດ້ຈັດຝຶກອົບຮົມໃຫ້ແກ່ຊາວກະສິກອນກຸ່ມຜະລິດພືດຜັກ ບ້ານຊາຍຟອງເໜືອ ຂຶ້ນທີ່ຫ້ອງການບ້ານຊາຍຟອງເໜືອ ໂດຍການເປັນປະທ່ານ ບຸນຖົມສົມພັນປັນຍາ ຮັກສາການຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ເຊິ່ງມີຜູ້ເຂົ້າຮ່ວມ ທັງໝົດ ຈໍານວນ 35 ທ່ານ, ຍິງ 16 ທ່ານ. ການຝຶກອົບຮົມໄດ້ດໍາເນີນເປັນເວລາ 1 ວັນ ໂດຍຄຸ່ຝຶກຈາກສູນພັດທະນາທີດິນ ແລະ ຄຸ້ມຄອງການນໍາໃຊ້ຝຸ່ນ ແລະຈາກສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ 1). ເພື່ອສ້າງຄວາມເຂັ້ມແຂງທາງດ້ານຄວາມຮູ້ຄວາມສາມາດທາງດ້ານເຕັກນິກການຫຼຸດຕົນທຶນການຜະລິດພືດຜັກ ເນື່ອງຈາກວ່າການຜະລິດພືດຜັກໃນປະຈຸບັນມີຕົ້ນທຶນທີຂ້ອນຂ້າງສູງ ໂດຍສະ ເພາະຕົ້ນທຶນທີ່ມາຈາກຝຸ່ນເຄມີ ແລະ ຢາປ້ອງກັນກໍາຈັດພະຍາດ ແລະ ແມງໄມ້ສັດຕູພືດ ທີ່ມີລາຄາສູງຂຶ້ນເປັນສອງເທົ່າ. […]