National Agriculture and Forestry Research Institute

ຝຶກອົບຮົມທາງດ້ານເຕັກນິກການຜະລິດພືດຜັກເພື່ອເປັນສີນຄ້າ ໃຫ້ແກ່ຊາວກະສິກອນກຸ່ມຜະລິດພືດຜັກ ບ້ານສິມມະໂນໃຕ້, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ

ຂ່າວໂດຍ: ພັດທະນາ ແສງອຸ່ນແກ້ວ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ           ໃນວັນທີ່ 6 ເມສາ 2022, ທີ່ຜ່ານມາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ສະຖາບັນຄົ້ນຄວ້າກະສິກໍາປ່າໄມ້ ແລະ ພັດທະນາຊົນນະບົດຮ່ວມກັບໂຄງການປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (KRC) ໄດ້ຈັດຝຶກອົບຮົມໃຫ້ແກ່ຊາວກະສິກອນກຸ່ມຜະລິດເຕັກນິກການຜະລິດພືດຜັກເປັນສິນຄ້າ ຂຶ້ນທີ່ຫ້ອງປະຊຸມຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໂດຍການເປັນປະທ່ານ ບຸນຖົມສົມພັນປັນຍາ ຮັກສາການຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ມີຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນ ເຊັນ ສູນຄົ້ນຄວ້າພືດຜັດ ແລະ ໄມ້ໃຫ້ໝາກ, ຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ນະຄອນຫຼວງວຽງຈັນ, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຫາດ ແລະ ຊາວກະສິກອນກຸມຜະລິດພືດຜັກ ບ້ານສິມມະໂນໃຕ້ ມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 28 ທ່ານ, ຍິງ 12 […]