National Agriculture and Forestry Research Institute

ຝຶກອົບຮົມການຜະລິດພືດຜັກທີ່ເຊື່ອມໂຍງເຂົ້າສູ່ຕະຫຼາດ ແລະ ການປຶກສາຫາລືການສ້າງຄູຝຶກທາງດ້ານການຜະລິດພືດຜັກ

          ໃນວັນທີ່ 25 ສິງຫາ 2022, ທີ່ຜ່ານມາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ (ສຜໝ), ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ (ສກປພ) ຮ່ວມກັບໂຄງການປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (KRC) ໄດ້ຈັດຝຶກອົບຮົມໃຫ້ແກ່ພະນັກງານນໍາພາຂັ້ນສູນ, ແຂວງ, ເມືອງ  ໃນຫົວຂໍ້ ການຜະລິດພືດຜັກທີ່ເຊື່ຶອມໂຍງເຂົ້າສູ້ຕະຫຼາດ ຂຶ້ນທີ່ຫ້ອງປະຊຸມຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໂດຍການເປັນປະທານຂອງ ທ່ານ ປອ ນ. ໃຈ ບຸນພະນຸໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 28 ທ່ານ, ຍິງ 5 ທ່ານ, ຈາກຫຼາຍພາກສ່ວນ ເຊັນ: ສູນຄົ້ນຄວ້າການປ່ຽນແປງດິນຟ້າອາກາດ ແລະ ສູນຄົ້ນຄວ້າພືດຜັດ ແລະ ໄມ້ໃຫ້ໝາກ […]