National Agriculture and Forestry Research Institute

ພິທີເຊັນສັນຍາຮ່ວມມື ( MOA ) ລະຫວ່າງ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ບໍລິສັດ ແສງຮົ່ມໂພໂຮມດິ້ງ ນຳເຂົ້າ-ສົ່ງອອກ ຈຳກັດຜູ້ດຽວ

ບໍລິສັດ ແສງຮົ່ມໂພໂຮນດິ້ງ ນຳເຂົ້າ-ສົງອອກ ຈໍາກັດ ຜູ້ດຽວ ໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັບສະຖາບັນຄົ້ນຄວ້າກະສິກຳ,ປ່າໄມ້ ແລະ ພັດທະນາຊົນນະບົດ, ໃນໂຄງການເສັ້ນທາງສາຍໄໝເພື່ອຫຼຸດຜ່ອນຄວາມທຸກຍາກ,ໂດຍມີການແນໃສ່ການຄົ້ນຄວ້າ ແລະ ສົ່ງເສີມການນໍາໃຊ້ ທາງດ້ານຊີວະນານາພັນ ແລະ ພັດທະນາເຕັກນິກທາງດ້ານການຜະລິດ ຂອງພືດຜັກ,ໄມ້ໃຫ້ໝາກ ແລະ ການປູກມອນ-ລ້ຽງມ້ອນໃນຂົງເຂດພາຍໃນປະເທດ,ທີ່ກວມລວມເອົາຢູ່ 6 ແຂວງເປົ້າໝາຍໃນເບື້ອງຕົ້ນຂອງບໍລິສັດທີ່ມີໄວ້ແລ້ວ,ນອກຈາກນີ້ທາງໂຄງການຍັງຈະໄດ້ຈັດຕັ້ງປະຕິບັດ ພັດທະນາທາງດ້ານເຕັກນິກການປູກ, ເຕັກນິກການຂະຫຍາຍພັນການລ້ຽງມ້ອນຕະຫຼອດຮອດການເຮັດວຽກຮ່ວມກັນໃນຫຼາຍດ້ານກໍ່ຄື: ວຽກງານການຄົ້ນຄວ້າທາງດ້ານເຕັກນິກການປູກ ພືດຜັກ ແລະ ໄມ້ໃຫ້ໝາກ ແລະ ການປູກມອນ-ລ້ຽງມ້ອນ, ວຽກງານດ້ານການສ້າງຄວາມເຂັ້ມແຂງໃຫ້ກັບປະຊາຊົນໃນຂອບເຂດຂອງໂຄງການວຽກງານດ້ານການພັດທະນາຊັບພະຍາກອນມະນຸດ,ຕອບສະໜອງທາງດ້ານແນວພັນ ແລະ ອຸປະກອນເຂົ້າໃນການປູກພືດຜັກ,ໄມ້ໃຫ້ໝາກ ແລະ ການປູກມອນ-ລ້ຽງມ້ອນຈຳນວນໜື່ງ, ວຽກງານ ທາງດ້ານການຕະຫຼາດ, ການຜະລິດທີ່ຕິດພັນກັບການຕະຫຼາດໂດຍຜ່ານການເຮັດສັ້ນຍາ ສອງສົ້ນ ລະຫວ່າງຜູ້ຜະລິດ ແລະ ບໍລິສັດເພື່ອຄ້ຳປະກັນທາງດ້ານການ ຜະລິດ ແລະ ການເກັບຊື້ຜະລິດຕະພັນກະສິກຳທີ່ໄດ້ຈາກການຜະລິດຂອງປະຊາຊົນທີ່ນອນຢູ່ໃນໂຄງການ ຫຼື ຜູ້ທີ່ສົນໃຈ, ວຽກງານດ້ານການພັດທະນາໂຄງລ່າງພື້ນຖານ ແລະ ລະດັບການສຶກສາ,ຕະຫຼອດຮອດການສ້ອມແປງໂຮງຮຽນ, ສ້ອມແປງຖະໜົນຫົນທາງ,ສ້ອມແປງນ້ຳປະປາໃນກຸ່ມບ້ານທີ່ນອນໃນຂອບເຂດໂຄງການ,ພັດທະນາດ້ານສຸຂະພາບຂອງປະຊາຊົນໂດຍສະເພາະກຸ່ມບ້ານທີ່ເຂົ້າຮ່ວມໂຄງການ, ເພື່ອເຮັດໃຫ້ວຽກງານດັ່ງກ່າວນຳໄປສົ່ງຕໍ່ໃຫ້ກັບຊາວສວນຜູ້ທີ່ສົນໃຈ ແລະ ຜູ້ທີ່ຮ່ວມໂຄງການໄດ້ມີວຽກເຮັດງານທຳທີ່ສາມາດມີລາຍຮັບກຸ້ມຕົນເອງໃນຊີວິດການເປັນຢູ່ໃນແຕ່ລະຄອບຄົວອີກດ້ວຍ. ຈຸດປະສົງ: ສັນຍາຮ່ວມມື ເພື່ອສໍາຫຼວດພື້ນທີ່ຕົວຈິງ ແລະ ກຸ່ມບ້ານເປົ້າໝາຍເຂົ້າໃນການຄົ້ນຄວ້າ ແລະ […]

ພິທີເຊັນສັນຍາຮ່ວມມືລະຫວ່າງ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ກັບ ບໍລິສັດຈະເລີນຊັບການຄ້າຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ

            ໃນປະຈຸບັນເນື້ອທີການຜະລິດສາລີແຂງທົ່ວປະເທດປະມານ 110.910 ຮຕ (2021) ມີຄວາມຕ້ອງການເມັດພັນປະມານ 2.200 ໂຕນ, ແຕ່ສະຖາບັນ ມີຄວາມສາມາດໃນການຜະລິດພຽງແຕ່ ປີລະ 5 ຫາ 10 ໂຕນ (ບໍ່ຮອດ 1% ຂອງຄວາມຕ້ອງການ) ເນື່ອງຈາກມີຂໍ້ຈໍາກັດດ້ານພື້ນທີການຜະລິດເມັດພັນ (ພື້ນທີເຮັດການຄົ້ນຄວ້າ ແລະ ພື້ນທີຜະລິດເມັດພັນແມ່ນອັນດ່ຽວກັນ). ອີງຕາມພາລະບົດບາດຂອງ ສະຖາບັນຄົ້ນຄວ້າກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດ ໃນການຮັບຜິດວຽກງານຄົ້ນຄວ້າແນວພັນພືດ ແນວພັນສັດ ແລ້ວຕອບສະຫນອງແນວພັນຕ່າງໆ ໃຫ້ກັບສັງຄົມ, ພິເສດສະຖາບັນ ເປັນເສນາທິການໃນການຮັບຜິດຊອບ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ (2021-2023) ໂດຍສະເພາະ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ດ້ານການຄົ້ນຄວ້າ ແລະ ຜະລິດ ແນວພັນພືດ, ແນວພັນສັດ ແລະ ແນວພັນໄມ້. ເມື່ອເຫັນໄດ້ເຖີງບັນຫາແນວພັນ ທາງສະຖາບັນຈື່ງ […]

ພິທີເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ບໍລິສັດ ຍາມາບັນຈຳກັດ ( ຍີ່ປຸ່ນ)

     ໃນວັນທີ 5 ມິຖຸນາ 2023 ທີ່ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ(NAFRI) ແລະ ບໍລິສັດ ຢາມາບັນ ຈຳກັດ (Yamabunn Co. Ldt., Japan) ໃຫ້ກຽດລົງນາມເຊັນສັນຍາໂດຍທ່ານ ປອ ນາງ ໃຈ ບຸນພະນຸໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ ມິດຊຸໂຍຊິ ມັດຊຸມູຣະ ປະທານ ບໍລິສັດ ຢາມາບັນ ຈໍາກັດ ( ຍີ່ປຸ່ນ) (Mr.Mitsuyoshi  Matsumura, President of Yamabunn Co. Ldt., […]

ພິທີມອບ-ຮັບ ໃບຢັ້ງຢືນແນວພັນເຂົ້າໃໝ່ລະຫວ່າງກົມປູກຝັງ ແລະ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ

ປະຈຸບັນ ສະພາບແວດລ້ອມ ມີການປ່ຽນແປງ ໄດ້ສົ່ງຜົນກະທົບໂດຍກົງຕໍ່ກັບການຜະລິດເຂົ້າຢູ່ ໃນທົວໂລກ ລວມທັງ ສປປ ລາວ. ການປ່ຽນແປງຂອງສະພາບແວດລ້ອມ ສົ່ງຜົນໃຫ້ມີການປ່ຽນແປງຂອງປະລິມານນໍ້າຝົນ, ການກະຈາຍໂຕຂອງປະລິມານນໍ້າຝົນ ແລະ ຝົນຕົກບໍ່ຖືກຕາມລະດູການ. ບາງປີຝົນຕົກຫຼາຍເກີນໄປ ເຮັດໃຫ້ເກີດນໍ້າຖ້ວມ ແລະ ບາງປີມີຝົນໜ້ອຍ ເຮັດໃຫ້ເກີດໄພແຫ້ງແລ້ງ ເຊິ່ງທັງໝົດ ໄດ້ສົ່ງຜົນກະທົບໂດຍກົງຕໍ່ກັບການຜະລິດເຂົ້າ ຢູ ສປປ ລາວ. ສປປລາວ ເນື້ອທີ່ຜະລິດເຂົ້າທີ່ອາໃສນໍ້າຝົນກວມເອົາ 88%, ໃນນັ້ນ ເຂດທີ່ມີຄວາມສ່ຽງນໍ້າຖ້ວມກວມເອົາ 20%, ເຂດທີ່ມີຄວາມສຽງກັບໄພແຫ້ງແລ້ງກວມເອົາ 40%, ເຂດທີ່ມີຄວາມສ່ຽງທັງຖ້ວມ ແລະ ແຫ້ງແລ້ງ 30% ເຊິ່ງເຫັນວ່າໃນແຕ່ລະເຂດມີຂໍ້ຈໍາກັດ ແລະ ກົດໜ່ວງການຜະລິດເຂົ້າ ຢູ ບ້ານເຮົາ ແລະ ເຮັດໃຫ້ຜົນຜະລິດສູນເສຍໃນບາງປີສູງເຖິງ 20%. ໃນປີ 2018, ໄດ້ເກີດໄພແລ້ງ ແລະ ໄພນໍ້າຖ້ວມ ທໍາລາຍເນືອທີ່ການຜະລິດເຂົ້າ 92,255 ເຮັກຕາ ກວມເອົາ 11.8% ຂອງຜົນຜະລິດທັງໝົດ ແລະ […]

ກອງປະຊຸມ ສະຫຼຸບວຽກງານຄົ້ນຄວ້າ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ປະຈຳປີ 2022 ແລະ ທິດທາງແຜນການ ປະຈຳປີ 2023

ເພື່ອເຮັດໃຫ້ເຫັນໄດ້ຜົນສຳເລັດຈາກການຈັດຕັ້ງປະຕິບັດວຽກງານຄົ້ນຄວ້າ ກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດ ປະຈໍາປີ 2022 ແລະ ນໍາສະເໜີທິດທາງແຜນການປະຈຳປີ 2023 ຂອງ ສະຖາບັນຄົ້ນຄວ້າ ກະສິກຳ ປ່າໄມ້ ແລະພັດທະນາ ຊົນນະບົດ (ສກປພ), ສະຖາບັນ ຄົ້ນຄວ້າ ກປ ແລະ ພັດທະນາຊົນນະບົດ ຈຶ່ງຈະໄດ້ ຈັດກອງປະຊຸມປະຈຳປີຂອງຕົນຂື້ນ ໃນວັນທີ 20 ທັນວາ 2022 ເພື່ອລາຍງານໃຫ້ການນໍາກະຊວງ ແລະ ບັນດາກົມຕ່າງໆ ໃຫ້ຮັບຮູ້ເຖິງສະພາບພົ້ນຕ່າງໆໃນຂົງເຂດວຽກງານການຄົ້້ນຄວ້າ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໃນປີ 2022 ແລະ ການກໍາເດັ່ນ, ບັນຫາແລະ ສີ່ງທ້າຍທາຍ ໃນການຈັດຕັ້ງປະຕິບັດຜ່ານມາ, ກຳນົດທິດທາງແຜນກການ  ຕໍ່ໜ້າ ປີ 2023 ແລະ ການຈັດຕັ້ງປະຕິບັດວຽກງານວາລະແຫ່ງຊາດ. ພ້ອມກັນນີ້, ກອງປະຊຸມດັ່ງກ່າວຍັງເປັນໂອກາດອັນລໍ້າຄ່າ ທີ່ຈະໄດ້ຮັບຟັງທິດຊີ້ນໍາຈາກ ການນໍາຂອງກະຊວງ ແລະ ຈາກບັນດາກົມຕ່າງໆ […]

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສະຖາບັນຄົ້ນຄວ້າ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ບໍລິສັດ ໂອເປ (OFE Co. Ltd) ຂອງປະເທດ ສ. ເກົາຫຼີ

           ລັດຖະບານໄດ້ມີວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາດ້ານເສດຖະກິດ, ເຊິ່ງດ້ານວຽກງານກະສິກໍາ ແມ່ນເນັ້ນໃສການລຸດຜ່ອນການນໍາເຂົ້າສິນຄ້າ ແລະ ເພີ່ມການສົ່ງອອກສິນຄ້າກະສິກໍາ ເພື່ອນໍາເຂົ້າເງິນຕາຕ່າງປະເທດ. ສະນັ້ນ ໂຄງການ ສ້າງສູນຄົ້ນຄ້ວາ ແລະ ພັດທະນາເຕັກໂນໂລຊີເພື່ອເກັບຮັກສາຜະລິດຕະພັນກະສິກໍາ (Project for Construction of Technology of R&D Center for Agricultural Storage) ຈຶ່ງຖືໄດ້ວ່າ ເປັນໂຄງການທີ່ມີຄວາມສໍາຄັນໂຄງການນຶງ ເຊິ່ງຈະຊອຍໃນການເກັບຮັກສາຜະລິດຕະພັນກະສິກໍາ ເພື່ອຕຽມສົ່ງອອກໄປຂາຍຢູ່ຕ່າງປະເທດ ແລະ ຈະຊອ່ຍໃນການນໍາເງິນຕາເຂົ້າມາສູ່ ສປປລາວ. ໂຄງການນີ້ ເປັນໂຄງການ ຊ່ວຍເຫຼືອລ້າ ທີ່ເນັ້ນໃສການປັບປຸງວິທະຍາການຫຼັງການເກັບກ່ຽວ ນັບແຕ່ ການຕອບສະໜອງເຄື່ອງປູກ, ເຄື່ອງກ່ຽວ, ໂຮງອົບ, ໂຮງຄັດເມັດພືດ, ພາຮານະຮັບໃຊ້ການຜະລິດ, ສາງເຢັນສໍາລັບເກັບເມັດພືດ ແລະ ຜະລິດຕະພັນພືດ, ການຝືກອົບຮົບສ້າງຄວາມເຂັ້ມແຂງ ເຊິ່ງໂຄງການມີມູນຄ່າທັງໝົດ 7 ລ້ານໂດລາ ສະຫະລັດ ແລະ ຈະໄຊ້ເວລາໃນການຈັດຕັ້ງປະຕິບັດຮ່ວມກັນ […]

ງານຕະຫຼາດນັດນະວັດຕະກຳກະສິກຳ ແລະ ການສົນທະນາ ວັນທີ 30 ພຶດສະພາ – 2 ມິຖຸນາ 2022, ວິທະຍາເຂດສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ

            ໃນວັນທີ 30 ພຶດສະພາ 2022 ທີ່ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດນະຄອນຫຼວງວຽງຈັນ,  ອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (FAO) ຮ່ວມມືກັບ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ໄດ້ເປີດງານຕະຫຼາດນັດນະວັດຕະກຳກະສິກຳ ໃນ ສປປ ລາວ ຊຶ້ນ ໂດຍການເຂົ້າຮ່ວມຂອງທ່ານ ປອ ນາງ ໃຈ ບຸນພະນູໄຊ ຫົວໜ້າ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ນາຊ່າ ຮາຢັດ ຜູ້ຕາງໜ້າອົງການອາຫາ ແລະ ການກະເສດ ແຫ່ງສະຫະປະຊາຊາດ ປະຈຳລາວ, ມີພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ ພາຍໃນງານຈະມີການໂອ້ລົມສົນທະນາ ແລະ ການນໍາສະເຫນີ […]

ພິທີມອບສາຍພັນເຂົ້າດີເດັ່ນທີ່ທົນນ້ຳຖ້ວມ ລະຫວ່າງ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ຊາວນາ ບ້ານເປົ້າໝາຍທີ່ມີຄວາມສ່ຽງກັບໄພນ້ຳຖ້ວມໃນແຂວງສະຫວັນນະເຂດ ແລະ ຈຳປາສັກ

   ໃນລະຫວ່າງວັນທີ 18-19 ພຶດສະພາ 2022 ນີ້ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (ສູນຄົ້ນຄວ້າເຂົ້າ) ແລະ ສູນໂກເປຍ (KOPIA), ສ ເກົາຫຼີ ປະຈຳ ສປປ ລາວ, ໄດ້ມອບແນວພັນເຂົ້າທົນນ້ຳຖ້ວມ ສາຍພັນໃໝ່ ໃຫ້ຊາວນາ ບ້ານເປົ້າໝາຍ ທີ່ມີຄວາມສ່ຽງກັບໄພນ້ຳຖ້ວມໃຫ້ ເມືອງ ຈຳພອນ, ແຂວງສະຫວັນນະເຂດ(ວັນທີ 18) ແລະ ເມືອງຊະນະສົມບຸນ, ແຂວງ ຈຳປາສັກ(ວັນທີ 19) ພາຍໃຕ້ໂຄງການ (ສ້າງໂອກາດໃຫ້ຊາວນາລາວໄດ້ເຂົ້າເຖິງແນວພັນເຂົ້າທີ່ທົນຕໍ່ກັບການປ່ຽນແປງຂອງສະພາບແວດລ້ອມ ເພື່ອບັນເທົາຜົນເສຍຫາຍທີ່ອາດເກີດຈາກໄພນ້ຳຖ້ວມ ແລະ ການລະບາດຂອງພະຍາດ). ໃຫ້ກຽດເປັນປະທານຮ່ວມຂອງທ່ານ ນາງ ປອ ໃຈ ບຸນພະນູໄຊ ຫົວໜ້າ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ ຊິນຈາງໂຮ ຫົວໜ້າ ສູນໂກເປຍ, ສ ເກົາຫຼີ ປະຈຳ […]

ພິທີເຊັນບົດບັນທຶກ ຄວາມເຂົ້າໃຈ ລະຫວ່າງ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ຮ່ວມກັບອົງການກອງທຶນອະນຸລັກທຳມະຊາດໂລກ ປະຈຳ ສປປ ລາວ (WWF-Laos)

                        ສະຖາບັນຄົ້ນຄ້ວາກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ແລະ ອົງການກອງທຶນອະນຸລັກທໍາມະຊາດໂລກ ປະຈໍາ ສປປ ລາວ (WWF-Laos) ໄດ້ຈັດພິທີ ເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງ ແບບຍືນຍົງ ໄລຍະທີ VI. ຢູ່ທີ່ສະໂມສອນ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໃນວັນທີ 26 ເມສາ 2022ນີ້, ໃຫ້ກຽດເຊັນໂດຍ ທ່ານ ປ.ອ. ຈັນສະໝອນ ພົງອຸດົມ, ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ ລໍຣິດ ປາເລນຕິນີ, (ຜູ້ອໍານວຍການ ອົງການ […]