National Agriculture and Forestry Research Institute

ການເຊັນສັນຍາການຊື້-ຂາຍຜັກ ຂອງຊາວກະສິກອນ ຂອງໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ໃນເຂດເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ (KRC) ທີ່ ຕະຫຼາດລາວ ນະຄອນຫຼວງວຽງຈັນ

ໃນວັນທີ 20 ມີນາ 2022 ທາງ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຮ່ວມກັບ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ແລະ ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງຫາດຊາຍຟອງ ແລະ ຊາວກະສິກອນບ້ານຕົວແບບ 4 ບ້ານຄື: ບ້ານຫົວຫ້າ, ບ້ານສີມມະໂນ, ບ້ານທ່າແຂກ ແລະ ບ້ານ ຊາຍຟອງເໜືອ ໄດ້ມີການເຊັນສັນຍາການຊື້-ຂາຍຜັກສົດ ຮ່ວມກັບ ບໍລິສັດ ເມືອງລາວຟູດ ການເຊັນສັນຍາຊື້-ຂາຍຜັກ ໃນຄັ້ງນີ້ ເພື່ອຈັດຕັ້ງປະຕິບັດຕາມວາລະແຫ່ງຊາດ ຂອງລັດຖະບານ ກໍ່ຄືຂອງກະຊວງກະສິກໍາ ແລະ ປ່າໄມ້ ໃນການແກ້ໄຂຄວາມທຸກຍາກ ໂດຍຕິດພັນກັບການຜະລິດກະສິກໍາເພື່ອເປັນສິນຄ້າ ເຊິ່ງການເຊັນສັນຍາດັ່ງກ່າວແມ່ນໄດ້ຈັດຂຶ້ນທີ່ ຕະຫຼາດລາວ ບ້ານສະພັງມຶກ ນະຕອນຫຼວງວຽງຈັນ. ການເຊັນສັນຍາຊື້-ຂາຍຜັກ ຂອງຊາວກະສິກອນບ້ານຕົວແບບ ຂອງໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ໃນເຂດເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ (KRC) ເຊິ່ງເຂົ້າຮ່ວມ ໃນການເຊັນສັນຍາໂດຍ […]