National Agriculture and Forestry Research Institute

ການເລິ່ມຕົ້ນໂຄງການພັດທະນາ ແລະ ປັບປຸງ ເຕັກໂນໂລຊີການຜະລິດພືດຜັກ ໃນເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ

  ເພື່ອຜັນຂະຫຍາຍຍຸດທະສາດ ແລະ ນະໂຍບາຍໃນການພັດທະນາ ແລະ ສົ່ງເສີມທາງດ້ານການຜະລິດກະສິກໍາ ເພື່ອການຄໍ້າປະກັນທາງດ້ານສະະບຽງອາຫານ, ການຜະລິດໃຫ້ເປັນສິນຄ້າ. ໂດຍສະເພາະການຜະລິດຜັກໃຫ້ເປັນສິນຄ້າ ເພື່ອຕອບສະໝອງຕະຫຼາດພ່າຍໃນ ແລະ ຕ່າງປະເທດ. ພືດຜັກເປັນພືດທີ່ມີຄວາມສຳຄັນທາງດ້ານເສດຖະກິດ ແລະ ມີຄຸນຄ່າທາງດ້ານໂພສະນາການສູງຕໍ່ຮາງກາຍຂອງມະນຸດ, ແຕ່ວ່າການຜະລິດພືດຜັກນັ້ນແມ່ນພົບຫຼາຍບັນຫາ ເປັນຕົ້ນ ຄວາມຮູ້ທາງດ້ານວິຊາການຂອງຊາວກະສິກອນຍັງຈໍາກັດ, ການປ່ຽນແປງດິນຟ້າອາກາດ, ການລະບາດຂອງພະ ຍາດແມງໄມ້, ຄຸນນະພາບຂອງດິນຕໍ່າ,  ສົ່ງຜົນເຮັດໃຫ້ຕົ້ນທຶນການຜະລິດສູງ, ການຕອງສະໜອງທາງດ້ານຜົນຜະລິດຜັກບໍ່ພຽງພໍໂດຍສະເພາະໃນຊ່ວງລະດູຝົນ. ເພື່ອເປັນການແກ້ໄຂບັນຫາ ແລະ ສ້າງລາຍຮັບໃຫ້ຄອບຄົວຂອງຊາວສວນໃນອະນາຄົດ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ ໝາກ, ສະຖາບັນຄົ້ນຄວ້າກະສິກໍາ, ປ່າ ໄມ້ ແລະ ພັດທະນາຊົນນະບົດ ແລະ ພະແນກກະສິກໍາ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ໄດ້ຮ່ວມມືກັບໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (KRC) ໃນການຈັດຕັ້ງປະຕິບັດການເພື່ອຄົ້ນຄວ້າ, ພັດທະນາແນວພັນ, ເຕັກນິກການຜະລິດທີ່ເໝາະສົມ, ເຕັກນິກຫລັງການເກັບກ່ຽວທີ່ດີ ແລະ ສ້າງຄວາມເຂັ້ມແຂງທາງດ້ານໂຄງລາງພື້ນຖານ, ທາງດ້ານເຕັກນິກການປູກ, ການແປຮູບຜະລິດຕະພັນຜັກໃຫ້ແກ່ຊາວກະສິກອນເປັນຕົ້ນ. ສະນັ້ນ, […]