National Agriculture and Forestry Research Institute

ການສໍາຫຼວດຄວາມຫຼາກຫຼາຍທາງດ້ານແນວພັນໝາກເຜັດ, ໝາກເລັ່ນ ຜັກບົ່ວພື້ນເມືອງລາວ ໃນແຂວງຊຽງຂວາງ

          ປະເທດລາວເປັນປະເທດໜຶ່ງທີ່ມີຄວາມຫຼາກຫຼາຍທາງດ້ານແນວພັນພືດຜັກ, ເຊິງຈະສັງເກດເຫັນໄດ້ຈາກຕະຫຼາດໃນຊຸມຊົນ, ທ້ອງຖິ່ນ ແລະ ຄວາມຫຼາຍຫຼາຍຂອງພືດຜັກທີ່ປູກຕາມສວນຄົວໃນເຂດຊົນນະບົດຂອງລາວ, ປະເທດລາວເຮົາເປັນປະເທດທີມີຄວາມຫຼາກຫຼາຍທາງດ້ານພັນທຸກໍາຂອງພືດຜັກ, ແຕ່ການຈໍາແນກ ແລະ ການນໍາໃຊ້ຍັງມີໜ້ອຍຫຼາຍ, ໃນປະຈຸບັນຊາວກະສິກອນສວນໃຫ່ຍໄດ້ຫັນມາຜະລິດກະສິກໍາຫຼາຍຂື້ນ ແລະ ຫັນໄປນໍາໃຊ້ແນວພັນ  ໃໝ່ຈາກຕະຫຼາດ, ແນວພັນການຄ້າທີ່ນໍເຂົ້າຈາກຕ່າງປະເທດ ແລະ ໄດ້ປະຖີ້ມແນວພັນພຶ້ນເມືອງ, ເຊິງເຮັດໃຫ້ສູນເສຍພັນທຸກໍາໄປໃນໂຕ,  ເພື່ອປ້ອງກັນການສູນເສຍດັງກ່າວພວກເຮົາຕ້ອງໄດ້ເຕົ້າໂຮມ ແລະ ອະນຸລັກໄວ້ໃນທະນາຄານເມັດພັນພືດ. ໃນລະຫວ່າງວັນທີ່ 29 ມັງກອນ ຫາ 4 ກຸມພາ 2023 ທີ່ຜ່ານມາທີງານນັກຄົ້ນຄວ້າພືດຜັກຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກທີຈື້ນກັບສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ລົງສໍາຫຼວດ ແລະ ເກັບຕົວຢ່າງ ແນວພັນພື້ນເມືອງຂອງພືດຜັກໃນແຂວງຊຽງຂວາງ ໂດຍປະຕິບັດຕາມການຊີ້ນໍາຂອງຂັ້ນເທິງ ແລະ ໄດ້ຮັບການສະໜັບສະໜູນຈາກ ໂຄງການພັດທະນາເຕັກນິກການປັບປຸງພັນພືດຜັກຢູ່ ສປປ ລາວ(AFACI_Breeding) ເພື່ອທ້ອນໂຮມ ແລະ ອະນຸລັກໄວ້ໃນທະນາຄານເຊື້ອພັນຂອງລາວໃຫ້ມີຄວາມຍືນຍົງ,  ການລົງສໍາຫຼວດ ແລະ ເກັບຕົວຢ່າງໃນຄັ້ງນີ້ແມ່ນແນໃສ 3 […]