National Agriculture and Forestry Research Institute

ການສໍາຫຼວດການຜະລິດພືດຜັກຂອງຄອບຄົວຕົວແບບຢູ່ 4 ບ້ານ ເປົ້າໝາຍ ຂອງໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ໃນເຂດເມືອງຫາດຊາຍຟອງ,ນະຄອນຫຼວງວຽງຈັນ

         ໃນລະຫວ່າງວັນທີ 17-30 ສິງຫາ 2022 ທີ່ຜ່ານມາ ທີມງານວິຊາການຈາກສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຮ່ວມກັບຊ່ຽວຊານທາງດ້ານພືດຜັກຂອງໂຄງການການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ໃນເຂດເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ (KRC) ທີ່ມາຈາກປະເທດເກົາຫຼີ ໄດ້ລົງໄປສໍາຫຼວດການຜະລິດພຶດຜັກຂອງຄອບຄົວຕົວແບບຢູ່ 4 ບ້ານເປົ້າໝາຍເຊັ່ນ: ບ້ານ ບ້ານຫົວຫ້າ, ບ້ານທ່າແຂກ, ບ້ານຊາຍຟອງເໜືອ ແລະ ບ້ານສິມມະໂນໃຕ້ ເຊິ່ງມີຈຸດປະສົງ ເພື່ອໃຫ້ຮູ້ເຖິ່ງສະພາບການຜະລິດພຶດຜັກ, ການຈັດການທາງດ້ານເຕັກນິກການປູກ, ການກຽມດິນ, ການໃຫ້ນໍ້າ, ການໃສ່ຝຸ່ນ, ບັນຫາ ແລະ ຂໍ້ຈໍາກັດໃນການຜະລິດເພື່ອຊອກຫາວິທີແກ້ໄຂຊ່ວຍຊາວກະສິກອນ ໃນການເພີ່ມປະສິດທິພາບໃນການຜະລິດ ໂດຍສະເພາະການປູກໃນລະດູຝົນ. ຜົນຈາກການຈັດຕັ້ງປະຕິບັດ ເຫັນວ່າບ້ານເປົ້າໝາຍທີ່ທາງໂຄງການໄດ້ຄັດເລືອກນັ້ນແມ່ນມີເງື່ອນໄຂ ແລະ ປັດໃຈຫຼາຍດ້ານທີ່ເໝາະສົມໃນການຜະລິດພືດຜັກເປັນສິນຄ້າ ເຊັ່ນ: ພື້ນທີ່ການຜະລິດຢູ່ເຂດຊານເມືອງ, ມີເສັ້ນທາງຄົມມະນາຄົມສະດວກ, ພື້ນທີ່ການຜະລິດຍັງມີຄວາມອຸດົມສົມບູນຂອງດິນດີ, ການນໍາໃຊ້ສານເຄມີຍັງມີໜ້ອຍ, ຊາວກະສິກອນມີພື້ນຖານໃນການຜະລິດພືດຜັກ. ແຕ່ວ່າຍັງພົບວ່າການຕອບສະໜອງຜະລິດຕະພັນພືດຜັກໃຫ້ຕະຫຼາດພາຍໃນແຂວງຍັງບໍ່ພຽງພໍໂດຍສະເພາະໃນລະດູຝົນ ເຊິ່ງເຫັນໄດ້ຈາກການນໍາເຂົ້້າຜະລິດຕະພັນພືດຜັກຈາກຕ່າງແຂວງ ແລະ ຕ່າງປະເທດເປັນຈໍານວນຫຼາຍໃນແຕ່ລະປີ ແລະ ຈາກການສໍາພາດຊາວກະສິກອນໃນພື້ນທີ່ເປົ້າໝາຍ […]