National Agriculture and Forestry Research Institute

ການຝຶກອົມຮົ່ມໃນຫົວຂໍ້: ການເພິ່່ມລາຍຮັບໃຫ້ຊາວກະສິກອນຂະໜາດນ້ອຍໂດຍການນໍາໃຊ້ແນວພັນ ແລະ ເຕັກນິກທີ່ເໝາະສົມເຂົ້າໃນການຜະລິດພືດຜັກ

          ໃນວັນທີ 7 ກໍລະກົດ 2022 ທີ່ຜ່ານມາສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຮ່ວມກັບໂຄງການAFACI_Breeding ໄດ້ຈັດຝຶກອົບຮົມໃຫ້ແກ່ຊາວກະສິກອນ ແລະ ພະນັກງານວິຊາການ ຢູ່ເມືອງຊະນາຄາມ ແຂວງວຽງຈັນ ໃນຫົວຂໍ້ ການເພິ່່ມລາຍຮັບໃຫ້ຊາວກະສິກອນຂະໜາດນ້ອຍໂດຍການນໍາໃຊ້ແນວພັນ ແລະ ເຕັກ ນິກທີ່ເໝາະສົມເຂົ້າໃນການຜະລິດພືດຜັກ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 25 ທ່ານ, ຍິງ 8 ທ່ານ. ໂດຍການເປັນປະທານຂອງ ທ່ານ ວັນນາລີ ໄຊສົງຄາມ ຮອງຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຊະນາຄາມ. ຈຸດປະສົງ 1). ເພື່ອສ້າງຄວາມເຂັ້ມແຂງທາງດ້ານວິຊາການໃຫ້ແກ່ຊາວກະສິກອນ ແລະ ພະນັກງານວິຊາການເມືອງ ທາງດ້ານແນວພັນ ແລະ ເຕັກນິກການຜະລິດ ໂດຍສະເພາະເຕັກການຜະລິດພືດຜັກໃນຊ່ວງລະດູຝົນ ເພື່ອເຮັດໃຫ້ຊາວກະສິກອນມີລາຍຮັບເພິ່ມຂຶ້ນ, 2). ເພື່ອເຜີຍແຜຜົນສໍາເລັດຂອງການຄົ້ນຄວ້າໃຫ້ອອກສູ່ສັງຄົມໃຫ້ຫຼາຍຂຶ້ນ. ການຝຶກອົບຮົມໄດ້ດໍາເນີນເປັນເວລາ 1 ວັນ ໂດຍຄູຝຶກຈາກສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ. ການຝຶກອົບຮົມໃນຄັ້ງນີ້ໄດ້ແບ່ງອອກເປັນ […]