National Agriculture and Forestry Research Institute

ການຝຶກອົບຮົມການເພິ່ມລາຍຮັບຂອງຊາວກະສິກອນໂດຍການນໍາໃຊ້ແນວພັນໃໝ່ເຕັກນິກການຫຼຸດຕົ້ນທຶນການຜະລິດ ແລະ ເຕັກນິກຫຼັງການເກັບກ່ຽວໃນສະພາບການປ່ຽນແປງດິນຟ້າອາກາດ

ໃນລະຫວ່າງວັນທີ 23-27 ມັງກອນ 2023 ທີ່ຜ່ານມາສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກຮ່ວມກັບໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວດ ລ້ອມ (ຄສກສ) ໄດ້ເປີດການຝຶກອົບຮົມ ໃນຫົວຂໍ້ ການເພິ່ມລາຍຮັບຂອງຊາວກະສິກອນໂດຍການນໍາໃຊ້ແນວພັນໃໝ່, ເຕັກນິກການຫຼຸດຕົ້ນທຶນການຜະລິດ ແລະ ເຕັກນິກຫຼັງການເກັບກ່ຽວໃນສະພາບການປ່ຽນແປງດິນຟ້າອາກາດ ຂຶ້ນຢູ່ທີ່ຫ້ອງປະຊຸມຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ເຊິ່ງມີຜູ້ເຂົ້າຮ່ວມການຝຶກອົບຮົມ ທັງໝົດ ຈໍານວນ 39 ທ່ານ, ຍິງ 7 ທ່ານ. ເຊິ່ງມາຈາກຫຼາຍພາກສວນເຊັນ: ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງດາກຈຶງ, ເມືອງທ່າແຕງ, ຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ແຂວງເຊກອງ,  ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງປາກຊອງ, ເມືອງສຸຂຸມາ, ຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ແຂວງຈໍາປາສັກ, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງສີໂຄດ, ນາຊາຍທອງ, ໄຊເສດຖາ, ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ, ສູນພັດທະນາກະສິກໍາໜອງແຫວ […]