National Agriculture and Forestry Research Institute

ການຝຶກອົບຮົມການຄັດເລືອກແນວພັນພືດຜັກແບບມີສວນຮ່ວມ ເພື່ອນໍາໃຊ້ໃນການຜະລິດເປັນສິນຄ້າ

  ເພື່ອຜັນຂະຫຍາຍວ່າລະແຫ່ງຊາດໃຫ້ບັນລຸຕາມແຜນທີ່ວາງໄວ້ ຂະແໜງການກະສິກໍາ ແລະ ປ່າໄມ້ ແມ່ນຂະແໜງງານໜຶ່ງທີ່ປະກອບສວນໃນການຈັດຕັ້ງປະຕິບັດວາລະແຫ່ງຊາດກໍ່ຄື ການສົ່ງເສີມການຜະລິດເພື່ອທົດແທນການນໍາເຂົ້າ ແລະ ຜະລິດໃຫ້ເປັນສິນຄ້າເພື່ອສົງອອກ, ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະ ບົດ ເຮັດໜ້າທີໃນການຄົ້ນຄວ້າທາງດ້ານແນວພັນພືດ, ແນວພັນສັດ, ແນວພັນສັດນໍ້າ ແນວພັນໄມ້ອຸດສາຫະກໍາ. ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ມີໜ້າທີ່ຄົ້ນຄວ້າ ແລະ ສະໜອງແນວພັນພືດຜັກ ແລະ ໄມ້ໃຫ້ໝາກໃຫ້ພຽງພໍຕໍ່ກັບການຜະລິດ ເຊິ່ງເປົາໝາຍໃນການຜະລິດແນວພັນພືດຜັກລຸ້ນ1 ແລະ ລຸ້ນ2 ປະມານ 6000 ກິໂລກຼາມໃນໄລຍະ 3 ປີ ໃນນັ້ນປະກອບມີ ແນວພັນຜັກສະຫຼັດ, ຜັກຊີ, ຫອມປ້ອມ, ຜັກກາດ, ຜັກຫົມ, ໝາກເຜັດ, ໝາກເຂືອ,  ແລະ ໝາກເລັ່ນ ປະຈຸບັນນີ້ສາຍພັນພືດຜັກທີ່ດີເດັ່ນທາງດ້ານຜົນຜະລິດ ທີ່ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ສາມາດຄົ້ນຄວ້າໄດ້ມີ 12 ຊະນິດພຶດຜັກ ຄື: ຖົ່ວຝັກຍາວ 5 ສາຍພັນ, […]