National Agriculture and Forestry Research Institute

ການຖ່າຍທອດຄວາມຮູ້ທາງດ້ານເຕັກນິກການຜະລິດພືດຜັກເພື່ອເປັນສີນຄ້າໃຫ້ກຸ່ມຊາວກະສິກອນ ບ້ານທ່າແຂກ ແລະ ບ້ານຊາຍຟອງເໜືອ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ

          ໃນວັນທີ່ 18 ມີນາ 2022, ທາງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ຈັດຝຶກອົບຮົມເພື່ອຖ່າຍທອດໃນການນໍາໃຊ້ເຕັກນິກ, ເຕັກໂນໂລຊີເຂົ້າໃນການຜະລິດພືດຜັກເປັນສິນຄ້າ, ການວາງແຜນກິດຈະກໍາຮ່ວມກັບກຸ່ມຜະລິດຜັກ ບ້ານ ທ່າແຂກ ແລະ ບ້ານ ຊາຍຟອງເໜືອ ເຊິງນອນໃນບ້ານເປົ້າໝາຍຂອງໂຄງການ ເພື່ອເຊື່ອມໂຍງການຜະລິດ ແລະ ການຕະຫຼາດໂດຍການນໍາໃຊ້ ເຕັກນິກ, ເຕັກໂນໂລຊີເຂົ້າໃນການຜະລິດພືດຜັກເປັນສິນຄ້າ ໂດຍການເປັນປະທາຂອງ ທ່ານ ປອ ໃຈ ບຸນພະນຸໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ການເປັນປະທານຮ່ວມຂອງ ທ່ານ ບຸນຖົມ ສົມພັນປັນຍາ ຮັກສາການຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ມີຜູ້ເຂົ້າຮ່ວມຈາກພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ, ຫອງການກະສິກໍາ ແລະ ປ່າໄມ້ເມືອງຫາດຊາຍຟອງ, ຊາວກະສິກອນໃນ 2 ບ້ານເປົ້າໝາຍຂອງໂຄງການ ແລະ ນັກວິຊາການຂອງສູນເຂົ້າຮ່ວມທັງໝົດ […]