National Agriculture and Forestry Research Institute

ກອງປະຊຸມສໍາມະນາ ກ່ຽວກັບການສົ່ງເສີມການພັດທະນາຢາງພາລາແບບຍືນຍົງ ໃນເຂດລຸ່ມແມ່ນໍ້າຂອງ

            ໃນວັນທີ 17 ມີນາ 2023 ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບການສົ່ງເສີມການພັດທະນາຢາງພາລາແບບຍືນຍົງໃນພາກພື້ນລຸ່ມແມ່ນ້ຳຂອງ ທີ່ສະໂມສອນ ສກປພ ໂດຍການເປັນປະທານຮ່ວມຂອງທ່ານ ປອ ນາງ ຈັນທະຄອນ ບົວລະພັນ ຮອງຫົວໜ້າ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ Prof. Jianchu Xu, ຫົວໜ້າສູນ ອະນາຄົດພູດອຍ (CMF), ສະຖາບັນພະລັງງານຄູນໝິງ, ສະພາວິທະຍາສາດຈີນ, ສປ ຈີນ. ເຂົ້າຮ່ວມມີທ່ານ ປອ ບຸນຖອງ ບົວຫອມ ປະທານສະມາຄົນຢາງພາລາລາວ, ມີຫົວໜ້າພະແນກ, ຫົວໜ້າສູນ, ນັກຄົ້ນຄວ້າ, ວິຊາການ ພ້ອມດ້ວຍແຂກຖືກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອແລກປ່ຽນ ແລະ ປຶກສາຫາລືກ່ຽວກັບຜົນການຄົ້ນຄວ້າ, ຜົນໄດ້ຮັບການກຳນົດ ແລະ […]