National Agriculture and Forestry Research Institute

ກອງປະຊຸມສະຫຼຸບການຜະລິດແນວພັນເຂົ້າ ປະຈຳ 5 ປີ(2016-2020) ແລະ ແຜນການ ປີ (2021-2025)

          ໃນວັນທີ 7 ເມສາ 2022 ທີ່ຜ່ານມາ ຢູ່ທີ່ສະໂມສອນ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຈັດກອງປະຊຸມ ສະຫຼຸບຕີລາຄາ ແລະ ປະເມີນຜົນ ການຜະລິດແນວພັນເຂົ້າ ໃນໄລຍະ 5 ປີ (2016-2020)  ແລະ ແຜນການທິດທາງ 5 ປີ (2021-2025), ໂດຍການເປັນປະທານຂອງ ທ່ານ ປອ ໃຈ ບຸນພະນູໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ມີບັນດາຫົວໜ້າ/ຮອງກົມ, ຫົວໜ້າສູນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ປອ ໃຈ ບຸນພະນູໄຊ ໄດ້ກ່າວໃນທີ່ປະຊຸມວ່າ: ການຜະລິດແນວພັນເຂົ້າແມ່ນ ໂຄງການບູລິມະສິດໜຶ່ງທີ່ສຳຄັນຍີ່ງຕໍ່ການພັດທະນາວຽກງານຂອງຂະແໜງກະສິກຳ ແລະ ປ່າໄມ້, ຕິດພັນກັບການຜັນຂະຫຍາຍວາລະແຫ່ງຊາດ ເພື່ອສົ່ງເສີມການຜະລິດເພື່ອທົດແທນການນໍາເຂົ້າ ແລະ ສົ່ງເສີມການຜະລິດເປັນສິນຄ້າສົ່ງອອກ; […]