National Agriculture and Forestry Research Institute

ກອງປະຊຸມຄະນະກໍາມະການຊີ້ນໍາໂຄງການປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ

            ໂດຍ: ພັດທະນາ ແສງອຸ່ນແກ້ວ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ           ເພື່ອຜັນຂະຫຍາຍຍຸດທະສາດ ແລະ ນະໂຍບາຍໃນການພັດທະນາ ແລະ ສົ່ງເສີມທາງດ້ານການຜະລິດກະສິກໍາ ເພື່ອການຄໍ້າປະກັນທາງດ້ານສະະບຽງອາຫານ, ການຜະລິດໃຫ້ເປັນສິນຄ້າ. ໂດຍສະະເພາະແມ່ນນະໂຍ ບາຍທາງດ້ານການຜະລິດໃຫ້ເປັນສິນຄ້າ ເພື່ອຕອບສະໝອງຕະຫຼາດພ່າຍໃນ ແລະ ຕ່າງປະເທດ. ໂດຍສະ ເພາະພືດຜັກ, ເປັນພືດທີ່ມີຄວາມສຳຄັນທາງດ້ານເສດຖະກິດ, ມີຄຸນຄ່າທາງດ້ານໂພສະນາການສູງ ເປັນຕົ້ນວິຕະມິນ ແລະ ແຮ່ທາດຕ່າງໆທີ່ເປັນປະໂຫຍດຕໍ່ຮ່າງກາຍ. ນອກຈາກນັ້ນ, ການປູກພືດຜັກເປັນການໃຊ້ປະໂຫຍດພື້ນທີ່ດິນທີ່ໃຫ້ຜົນຕອບແທນສູງ ແລະ ຈາກຂໍ້ມູນທາງດ້ານສະຖິຕິການຜະລິດຜັກໄລຍະຜ່ານມາເຫັນວ່າມີແນວໂນ້ມສູງຂຶ້ນ ແຕ່ວ່າການຜະລິດພືດຜັກນັ້ນແມ່ນພົບຫຼາຍບັນຫາ ເປັນຕົ້ນ ຄວາມຮູ້ທາງດ້ານວິຊາການຂອງຊາວກະສິກອນຍັງຈໍາກັດ, ການປ່ຽນແປງດິນຟ້າອາກາດ, ການລະບາດຂອງພະ ຍາດແມງໄມ້, ຄຸນນະພາບຂອງດິນຕໍ່າ,  ສົ່ງຜົນເຮັດໃຫ້ຕົ້ນທຶນການຜະລິດສູງ, ການຕອງສະໜອງທາງດ້ານຜົນຜະລິດຜັກບໍພຽງພໍໂດຍສະເພາະໃນຊ່ວງລະດູຝົນ. ເພື່ອເປັນການແກ້ໄຂບັນຫາ ແລະ ສ້າງລາຍຮັບໃຫ້ຄອບຄົວຂອງຊາວສວນໃນອະນາຄົດ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ […]