ສູນພືດຜັກ ແລະ ໄມ້ໃຫ້ໝາກ
ການຝຶກອົບຮົມການເພິ່ມລາຍຮັບຂອງຊາວກະສິກອນໂດຍການນໍາໃຊ້ແນວພັນໃໝ່ເຕັກນິກການຫຼຸດຕົ້ນທຶນການຜະລິດ ແລະ ເຕັກນິກຫຼັງການເກັບກ່ຽວໃນສະພາບການປ່ຽນແປງດິນຟ້າອາກາດ
ໃນລະຫວ່າງວັນທີ 23-27 ມັງກອນ 2023 ທີ່ຜ່ານມາສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກຮ່ວມກັບໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວດ ລ້ອມ (ຄສກສ) ໄດ້ເປີດການຝຶກອົບຮົມ ໃນຫົວຂໍ້ ການເພິ່ມລາຍຮັບຂອງຊາວກະສິກອນໂດຍການນໍາໃຊ້ແນວພັນໃໝ່, ເຕັກນິກການຫຼຸດຕົ້ນທຶນການຜະລິດ ແລະ ເຕັກນິກຫຼັງການເກັບກ່ຽວໃນສະພາບການປ່ຽນແປງດິນຟ້າອາກາດ ຂຶ້ນຢູ່ທີ່ຫ້ອງປະຊຸມຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ເຊິ່ງມີຜູ້ເຂົ້າຮ່ວມການຝຶກອົບຮົມ ທັງໝົດ ຈໍານວນ 39 ທ່ານ, ຍິງ 7 ທ່ານ. ເຊິ່ງມາຈາກຫຼາຍພາກສວນເຊັນ: ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງດາກຈຶງ, ເມືອງທ່າແຕງ, ຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ແຂວງເຊກອງ, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງປາກຊອງ, ເມືອງສຸຂຸມາ, ຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ແຂວງຈໍາປາສັກ, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງສີໂຄດ, ນາຊາຍທອງ, ໄຊເສດຖາ, ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ, ສູນພັດທະນາກະສິກໍາໜອງແຫວ ແລະ ກົມສົງເສິມ ແລະ ສະຫະກອນ . ໂດຍການເປັນຄູຝຶກຂອງຊຽວຊານຜູ້ຊໍານານການທາງດ້ານພືດຜັກ ຈາກສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ຈຸດປະສົງຂອງການຝຶກອົບຮົມແມ່ນເພື່ອສ້າງຄວາມເຂັ້ມແຂງທາງດ້ານວິຊາການໃຫ້ພະນັກງານວິຊາການທີ່ເປັນເປົາໝາຍໃນການເປັນຄູຝຶກຢູ່ແຕ່ລະທອງຖິ່ນ ແລະ ເປັນການເຜີຍແຜຜົນສໍາເລັດຂອງການຄົ້ນຄວ້າໃຫ້ອອກສູ່ສັງຄົມໃຫ້ຫຼາຍຂຶ້ນ.
ການຈັດຕັ້ງປະຕິບັດໃນການຝຶກອົບຮົມ ໄດ້ແບ່ງອອກເປັນ 2 ພາກ ຄື: (1). ພາກທິດສະດີໄດ້ນໍາສະເໜີຜ່ານຜ່ານທາງພາວເວີພອຍ, ໂປສເຕີ ແລະ ແຜນພັບ ເຊິ່ງນັກສໍາມະນາກອນໄດ້ແລກປ່ຽນ ແລະ ຮຽນຮູ້ກ່ຽວກັບບັນຫາ ແລະ ຜົນກະທົບຂອງການປ່ຽນແປງດິນຟ້າອາກາດຕໍ່ກັບການຜະລິດພືດຜັກ, ເຕັກນິກການປັບໂຕຕໍ່ກັບສະພາບການປ່ຽນແປງດິນຟ້າອາກາດ ເພື່ອຫຼຸດຜ່ອນຜົນກະທົບທາງດ້ານປະລິມານ ແລະ ຄຸນນະພາບຂອງຜົນຜະລິດພືດຜັກ, ເຕັກນິກການຜະລິດເມັດພັນພືດຜັກໃຫ້ມີຄຸນນະພາບ, ປັດໃຈທີກ່ຽວຂ້ອງຕໍ່ການຜະລິດຜັກໃຫ້ເປັນສິນ ເຊັ່ນ ປັດໃຈທາງດ້ານແນວພັນ, ສະຖານທີ, ແຫຼ່ງນໍ້າ, ເຕັກນິກການປູກ, ຝຸ່ນ, ການປ້ອງກັນພະຍາດ ແລະ ແມງໄມ້ສັດຕູພືດ, ເຕັກນິກການເພິ່ມຜົນຜະລິດ ແລະ ຫຼຸດຕົ້ນທຶນການຜະລິດ ເຊັ່ນ ເຕັກນິກການປູກຜັກໃນເຮືອນຮົ່ມ, ເຕັກນິກການຈັດການລະບົບການໃຫ້ແກ່ພືດຜັກທີ່ເໝາະສົມ, ເຕັກນິກການຜະລິດຝຸ່ນຊີວະພາບ, ການຜະລິດເຊືອໄມໂຄລິສາເຂົ້າໃນການປັບປຸງດິນ, ເຕັກນິກການປ້ອງກັນ ແລະ ກໍາຈັດພະຍາດ ແມງໄມ້ສັດຕູພືດຜັກ ແລະ ເຕັກນິກຫຼັງການເກັບກ່ຽວ ແລະ ການຕະຫຼາດພືດຜັກ, ການເກັບຮັກສາແນວພັນ ແລະ ການແປຮູບຜະລິດຕະພັນພືດຜັກ. (2). ພາກປະຕິບັດໂຕຈິງນັກສໍາມະນາກອນໄດ້ປະຕິບັດກ່ຽວກັບ ການຄິດໄລ່ຕົ້ນທຶນການຜະລິດພືດຜັກ, ການຄັດເລືອກຊະນິດພືດຜັກທີ່ເປັນທ່າແຮງໃນການຜະລິດຂອງກຸ່ມ, ການຈໍາແນກຊະນິດພືດຜັກ, ການທົດສອບຄວາມງອກ, ການກຽມດິນກ້າເບ້ຍ ແລະ ການກ້າເບ້ຍ, ການຂະຫຍາຍແນວພັນຜັກບົ່ວແບ່ງ, ການໃຫ້ນໍ້າແບບນໍ້າພຸງ, ການຜະລິດນໍ້າສະກັດຊີວະພາບຈາກໄຂເພື່ອປ້ອງກັນກໍາຈັດເພ້ຍ, ໄຮ, ພະຍາດຣານໍ້າຄ້າງ ແລະ ພະຍາດຣາແປ້ງ ແລະ ໄດລົງຢ້ຽມຢາມກຸມຜະລິດຜັກ ບ້ານຫາດຊາຍຟອງ. ນອກຈາກນັ້ນ, ຍັງໄດ້ເປີດໃຫ້ນັກສໍາມະນາກອນໄດ້ແລກປ່ຽນເຊິ່ງກັນ ແລະ ກັນທາງດ້ານປະສົບການໃນການຈັດຕັ້ງປະຕິບັດການຜະລິດຜັກໂຕຈິງຢູ່ໃນພື້ນທີ່ຂອງຕົ້ນ ເຊິ່ງນັກສໍາມະນາກອນແຕ່ລະພາກສ່ວນໄດ້ຊີ້ໃຫ້ເຫັນເຖິງສະພາບການຜະລິດ ແລະ ຂໍ້ຈໍາກັດ ຂອງການຜະລິດພືດຜັກ ເຊັນ: ຕົ້ນທຶນການຜະລິດສູງ, ຕະຫຼາດບໍ່ມີຄວາມແນນອນ, ບໍ່ມີການວາງແຜນການຜະລະລິດທີ່ດີ, ສະພາບອາກາດມີການປ່ຽນແປງຫຼາຍ, ບັນຫາການລະບາດຂອງພະຍາດ ໂດຍສະເພາະພະຍາດແອນແທກໂນດຂອງໝາກເຜັດ, ພະຍາດຫ່ຽວຂຽວຂອງໝາກເຜັດ, ພະຍາດຮາກບວມຂອງຂອງກະລໍ່າປີ ເຊິ່ງສົ່ງຜົນກະທົບຕໍ່ກັບການຜະລິດເປັນບໍລິເວັນກ້ວາງ, ຂໍ້ຈໍາກັດທາງດ້ານແນວພັນ ເພາະແນວພັນທີ່ນໍາໃຊ້ເຂົ້າໃນການຜະລິດປະມານ 90 ເປີເຊັນ ແມ່ນນໍາໃຊ້ແນວພັນຈາກຕ່າງປະເທດ ເຊິ່ງບໍ່ສາມາດເກັບແນວພັນໄດ້ ແລະ ຊາວກະສິກອນສວນໃຫຍ່ແມ່ນຍັງຂາດປະສົບການໃນການຜະລິດແນວພັນ ແລະ ຂໍ້ຈໍາກັດທາງດ້ານຄວາມຮູ້ດ້ານເຕັກນິກການປູກທີ່ຍົກສູງທາງດ້ານປະລິມານ ແລະ ຄຸນນະພາບຂອງຜົນຜະລິດພືດຜັກ ໂດຍສະເພາະການປູກໃນຊ່ວງລະດູຝົນ.
ໂດຍ: ພັດທະນາ ແສງອຸ່ນແກ້ວ
ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ
ການຖ່າຍທອດຄວາມຮູ້ທາງດ້ານເຕັກນິກການຜະລິດພືດຜັກເພື່ອເປັນສີນຄ້າໃຫ້ກຸ່ມຊາວກະສິກອນ ບ້ານທ່າແຂກ ແລະ ບ້ານຊາຍຟອງເໜືອ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ
ໃນວັນທີ່ 18 ມີນາ 2022, ທາງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ຈັດຝຶກອົບຮົມເພື່ອຖ່າຍທອດໃນການນໍາໃຊ້ເຕັກນິກ, ເຕັກໂນໂລຊີເຂົ້າໃນການຜະລິດພືດຜັກເປັນສິນຄ້າ, ການວາງແຜນກິດຈະກໍາຮ່ວມກັບກຸ່ມຜະລິດຜັກ ບ້ານ ທ່າແຂກ ແລະ ບ້ານ ຊາຍຟອງເໜືອ ເຊິງນອນໃນບ້ານເປົ້າໝາຍຂອງໂຄງການ ເພື່ອເຊື່ອມໂຍງການຜະລິດ ແລະ ການຕະຫຼາດໂດຍການນໍາໃຊ້ ເຕັກນິກ, ເຕັກໂນໂລຊີເຂົ້າໃນການຜະລິດພືດຜັກເປັນສິນຄ້າ ໂດຍການເປັນປະທາຂອງ ທ່ານ ປອ ໃຈ ບຸນພະນຸໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ການເປັນປະທານຮ່ວມຂອງ ທ່ານ ບຸນຖົມ ສົມພັນປັນຍາ ຮັກສາການຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ມີຜູ້ເຂົ້າຮ່ວມຈາກພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ, ຫອງການກະສິກໍາ ແລະ ປ່າໄມ້ເມືອງຫາດຊາຍຟອງ, ຊາວກະສິກອນໃນ 2 ບ້ານເປົ້າໝາຍຂອງໂຄງການ ແລະ ນັກວິຊາການຂອງສູນເຂົ້າຮ່ວມທັງໝົດ 50 ທ່ານ.
ສໍາລັບເປົ້າໝາຍຈັດຝຶກອົບຮົມແລກປ່ຽນບົດຮຽນໃຫ້ຊາວກະສິກອນໃນຄັ້ງນີ້ແມ່ນ ເພື່ອຖ່າຍທອດຄວາມຮູ້ກ່ຽວກັບເຕັກນິກການຜະລິດພືດຜັກໃຫ້ເປັນສິນຄ້າ, ໂດຍການນໍາໃຊ້ໂນໂລຊີການຜະລິດພືດຜັກ, ເຕັກນິກຫລັງການເກັບກ່ຽວທີ່ດີໃນການເພີ່ມຜົນຜະລິດ, ຮັກສາຄຸນນະພາບ ແລະ ຄວາມປອດໄພຂອງຜະລິດຕະພັນຜັກ, ການເຂົ້າເຖີງຕະຫຼາດຂອງຊາວກະສິກອນ, ແລະ ຫຼຸດການສູນເສຍຜົນຜະລິດຫຼັງການເກັບກ່ຽວ, ນອກຈາກນັ້ນຊ່ວຍໃນການພັດທະນາຄວາມອາດສາມາດຂອງຊາວກະສິກອນ, ຜູ້ປະກອບການ, ພະນັກງານ, ນັກສຶກສາ ທາງດ້ານການຜະລິດພືດຜັກໃຫ້ເປັນສິນຄ້າ.
ໃນການດໍາເນີນຝຶກອົບຮົມໃນພາກເຊົ້າແມ່ນໄດ້ແບ່ງອອກເປັນ 2 ກຸ່ມໃນການ ປຶກສາຫາລື ແລະ ແລກປ່ຽນບົດຮຽຮ່ວມກັນ, ກຸ່ມຊາວກະສິກອນ ບ່ານທ່າແຂກ ແມ່ນໄດ້ຮັບຟັງການບັນຍາຍທາງດ້ານການຄົ້ນຄວ້າເຕັກນິກ ແລະ ແນວພັນ ໂດຍການນໍາສະເໜີຂອງ ທ່ານ ພັດທະນາ ແສງອຸ່ນແກ້ວ ວິຊາການຂອງສູນ, ຮັບຊົມວິດີໂອການພັດທະນາແນວພັນຜັກ, ຜະລິດພືດຜັກໃນລະບົບເຮືອນຮົ່ມ, ການກໍ່ສ້າງລະບົບຮົ່ມ ແລະ ໄດ້ສົນທະນາຖາມຕອບລະຫວ່າງຊາວກະສິກອນ ແລະ ວິຊາການຂອງສູນຢ່າງຝົດຟື້ນ. ສໍາລັບ ກຸ່ມຊາວກະສິກອນ ບ້ານຊາຍຝອງເໜຶອ ແມ່ນໄດ້ຮັບຟັງການບັນຍາຍ ແລະ ສົນທະນາກ່ຽວກັບການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການ ແລະ ການເຊື່ອມໂຍງເຖິງການຕະຫຼາດ ໂດຍທ່ານ ປອ ທອງຄູນ ສີສະໄພທອງ ຫົວໜ້າຂະແໜງງານຄົ້ນຄວ້າພືດຜັກ ແລະ ທ່ານ ອປ ລີ ອັງໂຮ ຊ່ຽວຊານຂອງໂຄງການ ພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກໃນເຂດເມືອງຫາດຊາຍຟອງເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ (KRC) ປະຈໍາລາວ ຫຼັງຈາກໄດ້ຮັບຟັງທາງດ້ານທິດສະດີແລ້ວກໍ່ໄດ້ລົງເບິ່ງພື້ນທີ່ຕົວຈິງໃນການພັດທະນາແນວພັນຂອງໂຄງການ ເຊິງໄດ້ຮັບຄວາມສົນໃຈຈາກຊາວກະສິກອນເປັນຈໍານວນຫຼາຍ.
ໃນພາກບ່າຍແມ່ນໄດ້ພັດປ່ຽນກັນບັນຍາຍ ແລະ ສົນທະນາຮ່ວມກັນ, ກຸ່ມຊາວກະສິກອນ ບ່ານຊາຍຟອງເໜືອ ແມ່ນໄດ້ຮັບຟັງການບັນຍາຍທາງດ້ານການຄົ້ນຄວ້າເຕັກນິກ ແລະ ແນວພັນ ໂດຍການນໍາສະເໜີຂອງ ທ່ານ ພັດທະນາ ແສງອຸ່ນແກ້ວ ວິຊາການຂອງສູນ, ຮັບຊົມວິດີໂອການພັດທະນາແນວພັນຜັກ, ຜະລິດພືດຜັກໃນລະບົບເຮືອນຮົ່ມ, ການກໍ່ສ້າງລະບົບຮົ່ມ ແລະ ໄດ້ສົນທະນາຖາມຕອບລະຫວ່າງຊາວກະສິກອນ, ສວນກຸ່ມຊາວກະສິກອນ ບ່ານທ່າແຂກ ແມ່ນໄດ້ຮັບຟັງການບັນຍາຍ ແລະ ສົນທະນາກ່ຽວກັບການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການ ແລະ ການເຊື່ອມໂຍງເຖິງການຕະຫຼາດ ໂດຍທ່ານ ປອ ທອງຄູນ ສີສະໄພທອງ ຫົວໜ້າຂະແໜງງານຄົ້ນຄວ້າພືດຜັກ ແລະ ທ່ານ ອປ ລີ ອັງໂຮ ຊ່ຽວຊານຂອງໂຄງການ KRC ປະຈໍາລາວ ແລະ ລົງຢ່ຽມຢາມພື້ນທີ່ທີ່ການພັດທະນາແນວພັນຂອງໂຄງການທີ່ເປັນທ່າແຮງເພື່ອນໍາໃຊ້ເຂົ້າໃນການຜະລິດເປັນສິນຄ້າ.
ບັນຍາກາດຂອງການຝຶກອົບຮົມໃນຄັ້ງນີ້ເປັນໄປດ້ວຍຄວາມຝົດຟື້ນຜົນໂດຍນັກສໍາມະນາກອນແມ່ນໄດ້ຮັບຝັງການບັນຍາຍຖ່າຍທອດຄວາມຮູ້ຈຈາກນັກວິຊາການຂອງສູນໂດຍຜ່ານຮູບແບບການນໍາສະເໜີ ແລະ ວິດີໂອເພື່ອໃຫ້ຊາວກະສິກອນໄດ້ເຂົ້າໃຈເຖິງເຕິກນິກ, ວິທີການຕ່າງໆໃນການຜະລິດພືດຜັກໃຫ້ໄດ້ຮັບຜົນດີ ແລະ ມີປະສິດທິພາບ, ເຊິງຊາວກະສິກອນໄດ້ພັດປ່ຽນກັນສົນທະນາ, ຖາມ-ຕອບກ່ຽວກັບເຕັກນິກ, ແນວພັນທີ່ຈະນໍາໃຊ້ເຂົ້າໃນການຜະລິດເປັນສິນຄ້າໃນພື້ນທີ່ຂອງເຂົາເຈົ້າ. ກາາຖ່າຍທອດຄວາມຮູ້ໂດຍຜ່ານການຝຶກອົບຮົມ, ໃຫ້ຊາວກະສິກອນ 2 ກຸ່ມບ້ານ: ບ້ານທ່າແຂກ, ບ້ານຊາຍຟອງເໜຶອ ແມ່ນໄດຮັບຜົນສໍາລັດອັນຈົບບງາມ, ຊາວກະສິກອນມີຄວາມພ້ອມໃນການຈັດຕັ້ງປະຕິດບັດກິດຈະກໍາ ແລະ ເຂົ້າໃຈກ່ຽວກັບ ການນໍາໃຊ້ເຕັກນິກ, ເຕັກໂນໂລຊີ ແລະ ທີ່ ເໝາະສົມເຂົ້າໃນການຜະລິດພືດຜັກໃຫ້ເປັນ, ຝຶກອົບຮົມໄດ້ອັດລົງໃນຕອນແລງຂອງວັນດັ່ງກ່າວດ້ວຍໝາກຜົນອັນຈົບງາມ ແລະ ມີຄຸນນະພາບ.