ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ
ກອງປະຊຸມວິຊາການຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2016-2020
ໃນລະຫວ່າງວັນທີ 24 ພະຈິກ 2020 ທີ່ຜ່ານມານີ້ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ເປີດກອງປະຊຸມວິຊາການປະຈໍາປີ 2016-2020, ໂດຍການເປັນປະທານ ຂອງທ່ານ ປອ ຈັນສະໝອນ ພົງອຸດົມ ຮອງຫົວໜ້າ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 23 ທ່ານ, ມາຈາກຫຼາຍພາກສ່ວນ ເຊັ່ນ: ຈາກສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ສູນຄົ້ນຄວ້າພືດເສດຖະກິດ, ສູນຄົ້ນຄວ້າກະສິກໍາຕໍ່ກັບການປ່ຽນແປງດິນຟ້າອາກາດ ແລະ ພະແນກແຜນການ ແລະ ການຮ່ວມມືສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ.
ຈຸດປະສົງ ຂອງການຈັດກອງປະຊຸມໃນຄັ້ງນີ້ແມ່ນເພື່ອ: 1). ເພື່ອເປີດໂອກາດໃຫ້ບັນດານັກວິຊາການຂອງຂະແໜງຕ່າງໆ ພາຍໃນສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ມີໂອກາດໃນການນໍາສະເໜີຜົນສໍາເລັດຂອງການຄົ້ນຄວ້າໃນໄລຍະຜ່ານມາ, 2). ເພື່ອເປັນການປັບປຸງ ແລະ ຍົກລະດັບຂີດຄວາມຮູ້ຄວາມສາມາດທາງດ້ານວິຊາການໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນຂຶ້ນກວ່າເກົ່າ, 3). ເພື່ອເປັນການເຜີຍແຜ່ ແລະ ຖ່າຍທອດຜົນສໍາເລັດຂອງການຄົ້ນຄວ້າໃຫ້ອອກສູ່ສັງຄົມ.
ການຈັດກອງປະຊຸມແລກປ່ຽນບົດຮຽນທາງດ້ານວິຊາການໃນຄັ້ງນີ້ແມ່ນມີຄວາມຈໍາເປັນຢ່າງຍິ່ງໃນການປັບປຸງ ແລະ ພັດທະນາຂີດຄວາມຮູ້ຄວາມສາມາດຂອງນັກວິຊາການ ແລະ ເປັນການຖ່າຍທອດຜົນສໍາເລັດຂອງການຄົ້ນຄວ້າໃຫ້ອອກສູ່ວົງກວ້າງ. ກອງປະຊຸມໄດ້ດໍາເນີນໄປຕາມວາລະ ໂດຍໄດ້ມີການນໍາສະເໜີຜົນສໍາເລັດຂອງການຄົ້ນຄວ້າ ຈໍານວນ 11 ຫົວຂໍ້ ເຊັນ: 1). ການອະນຸລັກ ແລະ ການສຶກສາລັກສະນະປະຈໍາພັນໝາກເຂືອພັນພື້ນເມືອງລາວ, 2). ການພັດທະນາລະບົບເຮືອນຮົ່ມເພື່ອການນໍາໃຊ້ຂອງຊາວກະສິກອນໃນການສະໜັບສະໜູນການຜະລິດຜັກເປັນສິນຄ້າໃນຊ່ວງລະດູຝົນ, 3). ການສຶກສາຄວາມຕ້ານທານຂອງພະຍາດກຸ້ງແຫ້ງຂອງໝາກເຜັດ 6 ສາຍພັນ, 4). ການສຶກສາປະສິດທິພາບຂອງຝຸ່ນເຄມີຕໍ່ການຈະເລີນເຕິບໂຕຂອງໝາກມ່ວງຕັດແຕ່ງໃຫຍ່, 5).ການສຶກສາການຊາວໄໝມ້ອນ, 6). ສຶກສາການປຸງແຕ່ງຊາຂີ້ມອນ, 7). ການຄັດເລືອກສາຍພັນໝາກເລັ່ນ ຈໍານວນ 24 ສາຍພັນ ທີ່ເໝາະສົມໃນການປູກຢູ່ເຮືອນຮົ່ມ, 8). ການຄັດເລືອກສາຍພັນຜັກສະຫຼັດທີ່ທີ່ເໝາະສົມໃນການປູກຊ່ວງລະດູຝົນ, 9). ການຄັດເລືອກສາຍພັນໝາກເຜັດທີ່ໃຫ້ຜົນຜະລິດສູງ ແລະ ເໝາະສົມຕໍ່ສະພາບແວດລ້ອມຂອງລາວ, 10). ສຶກສາການແປຮູບກ້ວຍຕາກແດດ ແລະ 11). ການພັດທະນາ ແລະ ປັບປຸງແນວພັນໝາກເຂືອຍາວທີໃຫ້ຜົນຜະລິດສູງ ແລະ ຕ້ານທານຕໍ່ພະຍາດຫ່ຽວຂຽວ ແລະ ໄດ້ມີການສົນທະນາແລກປ່ຽນຄວາມຮູ້ທາງດ້ານວິຊາການເຊິ່ງກັນ ແລະ ກັນຢ່າງເປັນບະບວນຟົດຟື້ນ ແລະ ມີເນື້ອໃນ. ໃນຕອນທ້າຍຂອງກອງປະຊຸມທາງທ່ານ ປອ ຈັນສະໝອນ ພົງອຸດົມ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ຍັງໄດ້ໃຫ້ທິດຊີ້ນໍາໃນການຈັດຕັ້ງປະຕິບັດແຜນໃນຕໍ່ໜ້າ ເພື່ອເຮັດໃຫ້ວຽກງານຄົ້ນຄວ້າໄດ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ, ໂດຍທ່ານໄດ້ເນັ້ນໜັກ ແລະ ໃຫ້ຄວາມສໍາຄັນເປັນພິເສດທາງດ້ານການຕອບສະໜອງທາງດ້ານແນວພັນພືດຜັກ ແລະ ໄມ້ໃຫ້ໝາກ, ການອະນຸລັກພັນແຫຼ່ງເຊື້ອພັນພືດຜັກ ແລະ ໄມ້ໃຫ້ໝາກ ແລະ ການເຜີຍແຜ່ຂໍ້ມູນຜົນສໍາເລັດຂອງການຄົ້ນຄວ້າໃຫ້ອອກສູ່ວົງກວ້າງໃຫ້ຫຼາຍຂຶ້ນ ແລະ ກອງປະຊຸມໄດ້ປິດລົງຢ່າງເປັນທາງການໃນເວລາ 16:00 ໂມງ.
ຮຽບຮຽງໂດຍ: ພັດທະນາ ແສງອຸ່ນແກ້ວ, ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ
ພິທີເປີດການກໍ່ສ້າງໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເຂດເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ
ໃນຕອນເຊົົ້າຂອງວັນທີ 28 ກັນຍາ 2020 ທີ່ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (ສກປພ) ໄດ້ຈັດພິທີເປີດການກໍ່ສ້າງໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ໂດຍການເປັນປະທານຂອງທ່ານ ປອ ໃຈ ບຸນພະນູໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ພ້ອມດ້ວຍຜູ້ເຂົ້າຮ່ວມເຊິ່ງປະກອບມີ: ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ຕາງໜ້າຈາກ ລັດວິສາຫະກິດຊຸມຊົນນະບົດ ແຫ່ງປະເທດ ສ. ເກົາຫຼີ (KRC) (Korean Rural Community Cooperation) ທີ່ຂຶ້ນກັບ ກະຊວງກະສິກໍາ, ອາຫານ ແລະ ພັດທະນາຊົນນະບົດ ແຫ່ງ ສ.ເກົາຫຼີ, ຕາງໜ້າຈາກ ບໍລິສັດ DICA/DOWON Engineering and Architects, ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງ, ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ ຫາດຊາຍຟອງ, ອໍານາດການປົກຄອງບ້ານ 6 ບ້ານອ້ອມຂ້າງ ແລະ ບັນດາພະນັກງານຂອງສູນເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ປອ ໃຈ ບູນພະນູໄຊ ໄດ້ກ່າວວ່າ: ພືດຜັກ ແລະ ໄມ້ໃຫ້ໝາກ ເປັນພືດທີ່ມີຄວາມສຳຄັນທາງດ້ານເສດຖະກິດ, ມີຄຸນຄ່າທາງດ້ານໂພສະນາການສູງ ເປັນຕົ້ນວິຕາມິນ ແລະ ແຮ່ທາດຕ່າງໆທີ່ເປັນປະໂຫຍດຕໍ່ຮ່າງກາຍ, ນອກຈາກນັ້ນການປູກພືດຜັກ ເປັນການໃຊ້ປະໂຫຍດທີ່ດິນ ທີ່ໃຫ້ຜົນຕອບແທນສູງ ເຊິ່ງປັດຈຸບັນການຄົ້ນຄວ້າ ແລະ ພັດທະນາພືດຜັກ, ກະຊວງກະສິກຳ ແລະ ປ່າໄມ້ ກໍຄືລັດຖະບານໄດ້ໃຫ້ຄວາມສຳຄັນກ່ຽວກັບວຽກງານດັ່ງກ່າວເປັນພິເສດ ໃນແຜນການພັດທະນາ ກະສິກຳ-ປ່າໄມ້ໃນຕໍ່ໜ້າ ໂດຍສະເພາະແຜນງານການຄ້ຳປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ ຂອງກະຊວງກະສິກຳ ແລະ ປ່າໄມ້ ໃຫ້ປະກົດຜົນເປັນຈິງ.
ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ຮ່ວມມື ແລະ ສະໜັບສະໜູນຈາກ ກະຊວງກະສິກຳ, ອາຫານ ແລະ ພັດທະນາຊົນນະບົດ ຂອງ ສ. ເກົາຫຼີ (KRC) ຈຳນວນ 3,478,260 ໂດລາສະຫະລັດ ຫຼື 4,000,000,000 ວອນ ທີ່ໄດ້ຈັດຕັ້ງໂຄງການນີ້ ເພື່ອຊ່ວຍເຂົ້າໃນການຄົ້ນຄວ້າ, ພັດທະນາເຕັກນິກ ການຜະລິດທີ່ເໝາະສົມ ໃນສະພາບແວດລ້ອມຂອງ ສປປ ລາວ, ສ້າງຄວາມເຂັ້ມແຂງໃຫ້ນັກຄົ້ນຄວ້າ, ນັກສົ່ງເສີມ, ນັກສຶກສາ, ຊາວກະສິກອນ ທາງດ້ານເຕັກໂນໂລຊີ ໃນການຜະລິດພືດຜັກ, ຊ່ວຍໃນການແນະນຳເຂົ້າເຖິງຕະຫຼາດ ຂອງຊາວກະສິກອນ, ການພັດທະນາຄວາມອາດສາມາດຂອງຊາວກະສິກອນ, ຜູ້ປະກອບການ, ພະນັກງານ, ໃຫ້ມີຄວາມຮູ້ຄວາມສາມາດ, ນອກນັ້ນການສ້າງ ສວນສາທິດ ແລະ ຄອບຄົວຕົວແບບ, ບ້ານຕົວແບບ, ນັກຮຽນນັກສຶກສາ ໄດ້ຮຽນຮູ້, ປັບປຸງໂຄງລ່າງພື້ນຖານ ຂອງສູນຄົ້ນຄວ້າພືດຜັກ ໃນການເປັນຕົວແບບ ແລະ ເປັນບ່ອນຮຽນຮູ້. ແມ່ນຈະໄດ້ຖືກຈັດຕັ້ງປະຕິບັດໃນໂຄງການ ໂຄງການຈະຖືກຈັດຕັ້ງປະຕິບັດໃນ 4 ປີ( 2019-2022) ເຊິ່ງຄາດໝາຍຂອງໂຄງການແມ່ນຈະຊ່ວຍແກ້ໄຂບັນຫາການຜະລິດພືດຜັກຂອງຊາວກະສິກອນໃຫ້ມີຄວາມຍືນຍົງ, ປັບປຸງຊີວິດການເປັນຢູ່ ແລະ ພັດທະນາຄວາມອາດສາມາດໃຫ້ຊາວກະສິກອນໃຫ້ດີຂຶ້ນເທື່ອລະກ້າວ.
ຂ່າວໂດຍ: ຈັນທະສອນ ມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້