ສູນຄົ້ນຄວ້າການປະມົງ
ຝຶກອົບຮົມຊິຊາຊີບໄລຍະສັ້ນ ການປະສົມພັນສັດນ້ຳ ແບບເຄື່ອນທີ
ໃນລະຫວ່າງ ວັນທີ 15 ຫາ 21 ມີນາ 2022 ຜ່ານມາ ສູນຄົ້ນຄວ້າການປະມົງ (ສປມ), ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (ສກປພ), ກະຊວງກະສິກຳ ແລະ ປ່າໄມ້ (ກປ) ຮ່ວມກັບ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງ (ຮສສ), ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ເມືອງໄຊທານີ, ຫ້ອງການ ກຸ່ມດົງໂດກ ໄດ້ເປີດຝຶກອົບຮົມວິຊາຊີບໄລຍະສັ້ນແບບເຄື່ອນທີ່ ກ່ຽວກັບ ການປະສົມພັນສັດນ້ຳ ຂຶ້ນຢູ່ ບ້ານວຽງແກ້ວ ກຸ່ມດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ແກ່ປະຊາຊົນ 8 ບ້ານ. ພາຍຫຼັງສຳເລັດການຝຶກອົບຮົມ ໃຫ້ກຽດມອບໃບຢັ້ງຢືນ ແລະ ກ່າວເປີດພິທີການຝືກອົບຮົມໂດຍ ທ່ານ ຄຳພັນ ສຸລິຍະນັນ ຮອງເຈົ້າເມືອງ ເມືອງໄຊທານນີ ມີຜູ້ເຂົ້າຮ່ວມ ທັງໝົດ ຈຳນວນ 40 ເທື່ອຄົນ ໃນນັ້ນ, ມີນັກສຳມະນາກອນເຂົ້າຝຶກອົບຮົມ ຈຳນວນ 23 ຄົນ, ຍິງ 9 ຄົນ ໃຊ້ເວລາໃນການຝຶກ 7 ວັນ ໂດຍແມ່ນ ຄູຝຶກ ຈາກສູນຄົ້ນຄວ້າການປະມົງ ຈຳນວນ 4 ທ່ານ.
ຈຸດປະສົງການຝຶກອົບຮົມແມ່ນ ເພື່ອສ້າງວຽກເຮັດງານທຳ ແລະ ສ້າງອາຊີບຄົງທີ ເພື່ອແກ້ໄຂການຫວ່າງງານ ແລະ ແກ້ໄຂຄວາມທຸກຢາກໃຫ້ແກ່ປະຊາຊົນ ກຸ່ມດົງໂດກ ເມືອງໄຊຖານີ ນະຄອນຫຼວງວຽງຈັນ. ການຝຶກອົບຮົມຄັ້ງນີ້ ລວມມີທາງພາກທິດສະດີ 12 ຊົ່ວໂມງ ແລະ ປະຕິບັດຕົວຈິງ 30 ຊົ່ວໂມງ. ເຊິ່ງປະກອບມີຫົວຂໍ້: ເຕັກນິກການປະສົມພັນປາດູກ, ເຕັກນິກການປະສົມພັນປາເຂັງ, ເຕັກນິກການປະສົມພັນກົບ, ການເຮັດອາຫານໝັກເພື່ອສ້າງນຳ້ຂຽວໃນໜອງດິນ ແລະ ການປະສົມອາຫານໃຫ້ລູກປານ້ອຍແຕກໃໝ່ກິນ. ການຈັດຝຶກອົບຮົມວິຊາຊີບແບບເຄື່ອນທີ່ ຄັ້ງນີ້ ມີຜົນສໍາເລັດ ແລະ ໄດ້ຮັບການຕອບຮັບຈາກຜູ້ເຂົ້າຮ່ວມຝຶກອົບຮົມ ປັນຢ່າງດີ ແລະ ສາມາດປະເມີນໄດ້ວ່າ: ນັກສໍາມະນາກອນ ມີຄວາມຮັບຮູ້ ແລະ ເຂົ້າໃຈ ໃນລະດັບ 90%. ພາຍຫຼັງສຳເລັດການຝຶກອົບຮົມ ໃຫ້ກຽດມອບໃບຢັ້ງຢືນ ແລະ ກ່າວປິດການຝຶກອົບຮົມໂດຍ ທ່ານ ຄຳປະດິດ ເຂັມມະນິດ ເຈົ້າເມືອງ ເມືອງໄຊທານີ. ນັກສຳມະນາກອນແຕ່ລະຄົນແມ່ນໄດ້ຮັບໃບຢັ້ງຢືນ ຈາກຫົວໜ້າສະຖານັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັກທະນາຊົນນະບົດ ເປັນຜູ້ເຊັນຢັ້ງຢືນໃຫ້ ເພື່ອໄວ້ໃຊ້ເປັນຫຼັກຖານ.
ຂ່າວໂດຍ: ສົມພັນ ພິລະວົງ ສູນຄົ້ນຄວ້າການປະມົງ
ເຝິກອົບຮົມການຜະລິດສັດນ້ຳ ແລະ ການຄຸ້ມຄອງບໍລິຫານສູນຜະລິດພັນສັດ
ໃນລະຫວ່າງ ວັນທີ 14-23 ມີນາ 2022 ຜ່ານມາ ສູນຄົ້ນຄວ້າການປະມົງ (ສປມ) ຮ່ວມກັບ ພະແນກປະມົງ, ກົມລ້ຽງລັດ ແລະ ການປະມົງ (ກລປ) ໄດ້ເປີດຝຶກອົບຮົມ ການຜະລິດສັດນ້ຳ ແລະ ການຄຸ້ມຄອງບໍລິຫານສູນຜະລິດພັນສັດນ້ຳ ໃຫ້ແກ່ພະນັກງານ ສູນຂະຫຍາຍພັນປາ ຕະມໍຢອດ ເມືອງສະໜາມໄຊ ແຂວງ ອັດຕະປື. ຢູ່ທີ່ ສູນຄົ້ນຄວ້າການປະມົງ ບ້ານ ຈັນສະຫວ່າງ, ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ. ໂດຍການສະໜັບສະໜູນດ້ານງົບມານ ຈາກອົງການພັດທະນາສາກົນ (IDA) ກິດຈະກຳຂອງ ອົງປະກອບ 3.2. ການຝຶກອົບຮົມ ຄັ້ງນີ້ໃຫ້ກຽດເປັນປະທານ ຂອງທ່ານ ປອ ກາວີພອນ ພຸດທະວົງ ຮອງຫົວໜ້າກົມລ້ຽງສັດ ແລະ ການປະມົງ.
ຈຸດປະສົງເພື່ອສ້າງຄວາມເຂັ້ມແຂງໃຫ້ວິຊາການດ້ານຂະຫຍາຍພັນສັດນ້ຳ ແລະ ການຄຸ້ມຄອງບໍລິຫານສູນຜະລິດສັດນ້ຳ ໃຫ້ແກ່ພະນັກງານວິຊາການວິຊາການ. ໃນຄັ້ງນີ້ ມີນັກສຳມະນາກອນເຂົ້າຮ່ວມ ຈຳນວນ 4 ທ່ານ, ຄູຝຶກ ຈຳນວນ 6 ທ່ານ, ໃຊ້ໄລຍະເວລາການຝຶກ 10 ວັນ ໃນນັ້ນ, ພາກທິດສະດີໃຊ້ເວລາ 3 ວັນ ລວມມີ 18 ຊົ່ວໂມງ, ພາກປະຕິບັດຕົວຈິງ 5 ວັນ ລວມມີ 30 ຊົ່ວໂມງ, ທັດສະນະສຶກສາ 1 ວັນ ໃຊ້ເວລາ 8 ຊົ່ງໂມງ, ສົນທະນາຖອດຖອນບົດຮຽນ ແລະ ຮັບໃບຢັ້ງຢືນ 1 ວັນ 6 ຊົ່ວໂມງ. ການຝຶກອົບຮົມຄັ້ງນີ້ ນັກສຳມະນາກອນແມ່ນໄດ້ຮຽນຮູ້ທິດສະດີ ການຄຸມຄອງບໍລິຫານສູນຜະລິດສັດນ້ຳ, ເຕັກນິກການປະສົມພັນປາດຸກ, ປາໄນ, ປາເຂັງ ແລະ ການຜະລິດລູກປານິນ ຄຽງຄູ່ກັບທິດສະດີ ແມ່ນໄດ້ເຮັດພາກປະຕິບັດຕົວຈິງ ໄປພ້ອມ ຄື: ການປະສົມພັນທຽບປາດຸກ, ການປະສົມພັນເແບບເຄິງທຽມເຄິງທຳມະຊາດ ປາໄນ ແລະ ປາເຂັງ ແລະ ການເກັບໄຂ່ປານິນມາຝັກ. ຜົນການຝຶກອົບຮົມຄັ້ງນີ້ແມ່ນສາມາດຜະລິດລູກແນວພັນປາ ອາຍຸ 5 ວັນ ທີ່ເອົາລົງອະນຸບານໃນໜອງດິນ ຈຳນວນ 5 ແສນກວ່າໂຕ ຄາດວ່າຈະໄດ້ລູກປາອາຍຸ 45 ວັນ ປະມານ 1 ແສນໂຕ. ນອກນັ້ນ ນັກສຳມະນາກອນ ຍັງໄດ້ໄປທັດສະນະສຶກສາ ເພື່ອແລກປ່ຽນບົດຮຽນ ຢູ່ຟາມຊາວກະສິກອນ ຂອງ ນາງ ວຽງໄຊ ຢູ່ບ້ານນ້ຳຊ່ວງ ແລະ ຟາມຜູ້ປະກອບການ ບໍລິສັດ ວີຕາຝອດ (ຮັງກາລີ) ນ້ຳຫຸມ ເມືອງ ນາຊາຍທອງ ນະຄອນຫຼວງ ເພື່ອນຳເອົາບົດຽນໄປໜູນໃຊ້ເຂົ້າໃນການປະຕິບັດວຽກງານຕົວຈິງ ແລະ ການຝຶກຄັ້ງນີ້ ນັກສຳມະນາກອນແມ່ນໄດ້ຮັບໃບຢັ້ງຢືນທີ່ຜ່ານການຝຶກອົບຮົມໄວ້ເປັນຫຼັກຖານ.
ຂ່າວໂດຍ: ສົມພັນ ພິລະວົງ ສູນຄົ້ນຄວ້າການປະມົງ
ກອງປະຊຸມປືກສາຫາລື ແລະ ນໍາສະເໜີແຜນວຽກໂຄງການສຶກສາວິທີການປັບປຸງແຫລ່ງທີ່ຢູ່ອາໄສ ແລະ ຂະຫຍາຍພັນຂອງສັດນໍ້າຢູ່ເຂດພູດອຍຢູ່ເມືອງຈອມເພັດ ແລະ ເມືອງຊຽງເງີນ ແຂວງຫລວງພະບາງ
ໃນລະຫວ່າງວັນທີ 28-29/07/2021 ໄດ້ມີການຈັດກອງປະຊຸມປືກສາຫາລື ແລະ ນໍາສະເໜີແຜນວຽກໂຄງການສຶກສາວິທີການປັບປຸງແຫລ່ງທີ່ຢູ່ອາໄສ ແລະ ຂະຫຍາຍພັນຂອງສັດນໍ້າຢູ່ເຂດພູດອຍຢູ່ເມືອງຈອມເພັດ ແລະ ເມືອງຊຽງເງີນ ແຂວງຫລວງພະບາງ ເຊິ່ງໄດ້ຈັດຢູ່ 2 ບ່ອນ ວັນທີ 28/07/2021 ຢູ່ຫ້ອງປະຊຸມບ້ານຊໍາອໍ້ ເມືອງຈອມເພັດ ພາຍໃຕ້ການເປັນປະທານຂອງທ່ານ ສອນເພັດ ພົງສຸທິ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງຈອມເພັດ ຊື່ງມີຜູ້ເຂົາຮ່ວມທັງໝົດ 35 ທ່ານ ຍີງ 13 ທ່ານ ແລະ 29/07/2021 ຢູ່ຫ້ອງປະຊຸມສູນຄົ້ນຄວ້າກະສິກໍາພາກເໜືອຫ້ວຍໂຄດ ເມືອງຊຽງເງີນ ໂດຍການເປັນປະທານຂອງທ່ານ ປອ ບູນທັນ ແກ້ວບົວລະພາ ຫົວໜ້າສູນຄົ້ນຄວ້າກະສິກໍາພາກເໜືອຫ້ວຍໂຄດ ຊື່ງມີຜູ້ເຂົາຮ່ວມທັງໝົດ 29 ທ່ານ ຍີງ 11 ທ່ານ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອປືກສາຫາລືກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງການສຶກສາ ທີ່ໄດ້ຈັດຕັ້ງປະຕິ ບັດຢູ່ 2 ຈຸດຢູ່ແຂວງຫຼວງພະບາງຄືື: ຢູ່ບ້ານຊໍາອໍ້ ເມືອງຈອມເພັດ ແລະ ຢູ່ບ້ານຫ້ວຍໂຄດ ເມືອງຊຽງເງີນ ແຂວງຫຼວງພະບາງ ນອກນັ້ນກໍເປັນການເຜີຍແຜ່ ແລະ ນໍສະເໜີແຜນວຽກງານລະອຽດຂອງໂຄງການສຶກສາຄົ້ນຄວ້າໃນຄັ້ງນີ້ ສູ່ຂະແໜງການຂອງລັດຂັ້ນແຂວງ, ຂະແໜງການປົກຄອງອ້ອມຂ້າງເມືອງທີ່ກ່ຽວຂ້ອງ ແລະ ບ້ານອ້ອມຂ້າງທີ່ໄດ້ດໍາເນີນກີດຈະກໍາໃນຄັ້ງນີ້.
ໂຄງການສຶກສາວິທີການປັບປຸງແຫລ່ງທີ່ຢູ່ອາໄສ ແລະ ຂະຫຍາຍພັນຂອງສັດ ນໍ້າຢູ່ເຂດພູດອຍ ເປັນໂຄງການຮ່ວມມືຄົ້ນຄວ້າລະຫວ່າງ ສູນຄົ້ນຄວ້າການປະມົງ ແລະ ສະຖານບັນຄົ້ນຄວ້າ ແລະ ພັດທະນາປານໍ້າຈືດ ຂອງປະເທດກໍາປູເຈັຽ ໂດຍໄດ້ຮັບທືນສະໝັບສະໝູຈາກ ສະຖາບັນສິ່ງເວດລ້ອມສະຕອກໂຮມ, ປະເທດສະວີເດັນ ຊຶ່ງໄດ້ເຊັນຮັບເອົາໂຄງການຄັ້ງວັນທີ່ 16/03/2020 ລະຫວ່າງ ຫົວໜ້າ ສະຖາບັນສິ່ງເວດລ້ອມສະຕັອກໂຮມ ປະຈໍາພາກພື້ນອາຊີ ແລະ ຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄລຍະຈັດຕັ້ງປະຕິບັດໂຄງການແມ່ນ 3 ປີ.
ໂຄງການນີ້ິ້ ແມ່ນຈະໄດ້ທົດລອງ ສ້າງແຫລ່ງທີ່ຢູ່ອາໄສ ແລະ ຂະຫຍາຍພັນສັດນໍ້າ ທຽມຢູ່ ແຂວງ ຫລວງພະບາງ, ສປປ ລາວ ແລະ ແຂວງ ພະວິຫານ, ປະທດກໍາປູເຈັຽ. ຈຸດປະສົງຫລັກ ຂອງການສຶກສາຄັ້ງນີ້ ກໍ່ເພື່ອເປັນການສະຫນອງນໍ້າ ແລະ ສ້າງເຂດທີ່ປອດໄພ ເພື່ອເອື້ອອໍານວຍໃຫ້ສັດນໍ້າ ມີບ່ອນລີ້ຊ່ອນ ແລະ ແຫລ່ງຂະຫຍາຍພັນ ທີ່ຈໍາເປັນ ສໍາລັບປະສົມພັນ ແລະ ອະນຸບານລູກສັດນໍ້າ. ເນື່ອງຈາກວ່າເຂດພູດອຍ ແມ່ນມັກຈະຂາດນໍ້າ ໃນເວລາສັດນໍ້າຕ້ອງການເພື່ອຂະຫຍາຍພັນ, ສະນັ້ນ ຂຸມທຽມທີ່ຈະສ້າງຂື້ນນີ້ ຈະຊ່ວຍກັກເກັບນໍ້າ ແລະ ເປັນບ່ອນລີ້ຊ້ອນທີ່ປອດໄພ ສໍາຫລັບສັດນໍ້າ ເພື່ອວາງໄຂ່ ກ່ອນທີ່ຈະຖືກ ປະຊາຊົນຈັບໄປເປັນອາຫານ ແລະ ຂາຍໃນຕະຫລາດ. ໄດ້ມີການຄາດຄະເນໃວ້ວ່າ ຂຸມທຽມ ທີ່ຈະສ້າງຂື້ນນີ້ ນອກຈາກຈະເປັນບ່ອນຢູ່ອາໄສຂອງສັດນໍ້າແລ້ວ, ຍັງຈະເປັນແຫລ່ງນໍ້າ ໃຫ້ແກ່ສັດລ້ຽງ ປະເພດງົວ-ຄວາຍ ກິນໃນລະດູແຫລ້ງອີກດ້ວຍ.
ສະເຫຼີມພອນ ຈັນທະວົງ ສູນຄົ້ນຄວ້າການປະມົງ
ສູນຄົ້ນຄວ້າການປະມົງຈັດພິທີສະເຫຼີມ-ສະຫຼອງວັນອະນຸລັກສັດນ້ຳ-ສັດປ່າແຫ່ງຊາດ
ເພື່ອເປັນການສະເຫຼີມ-ສະຫຼອງວັນອະນຸລັກສັດນ້ຳ-ສັດປ່າ ແລະ ເພື່ອເປັນການສ້າງຂະບວນການຂໍ່ານັບ-ຮັບຕ້ອນວັນຄ້າຍວັນເກີດຂອງທ່ານ ປະທານ ສຸພານຸວົງ ຄົບຮອບ 111 ປີ. ໃນຕອນເຊົ້າ ວັນທີ 10 ກໍລະກົດ 2020ນີ້ ສູນຄົ້ນຄ້ວາການປະມົງ, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຈັດພິທີປ່ອຍປາ ຂຶ້ນທີ່ໜອງປາ ສູນຄົ້ນຄ້ວາການປະມົງ, ໂດຍການເຂົ້າຮ່ວມຂອງທ່ານ ປອ ຈັນສະໝອນ ພົງອຸດົມ ຮອງຫົວໜ້າສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ສຸລິວົງ ໄຊຍະວົງ ຮອງຫົວໜ້າສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ພ້ອມດ້ວຍຫົວໜ້າສູນອ້ອມຂ້າງ, ຜູ້ຕາງໜ້າຈາກສູນພັດທະນາການກະເສດຫ້ວຍຊ້ອນ-ຫ້ວຍຊົ້ວ, ບໍລິສັດ ວີຕາຟອດ ອັກກະໂລ ເອເຊຍ, ຄະນະບ້ານອ້ອມຂ້າງ ແລະ ພະນັກງານພາຍໃນສູນຄົ້ນຄ້ວາການປະມົງເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງໃນການປ່ອຍປາຄັ້ງນີ້ ກໍຍັງເປັນການປູກຈິດສຳນຶກໃຫ້ແກ່ອະນຸຊົນ, ເຍົາວະຊົນຂອງຊາດ ໃຫ້ມີສະຕິ ຮັກ ແລະ ຫວງແຫນ ສັດນ້ຳ ແລະ ສັດປ່າ ແລະ ຍັງເປັນການປຸກລະດົມທົ່ວປວງຊົນ ເຂົ້າຮ່ວມໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ສັດນ້ຳ ແລະ ສັດປ່າ, ເຮັດໃຫ້ປະຊາກອນສັດນ້ຳ ໃຫ້ນັບມື້ມີຄວາມອຸດົມສົມບູນ ແລະ ກາຍເປັນທ່າແຮງໃນການຄ້ຳປະກັນດ້ານສະບຽງອາຫານ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ດີຂຶ້ນ. ໃນແຕ່ລະປີສູນຄົ້ນຄ້ວາການປະມົງ ສາມາດຜະລິດແນວພັນປາ ເພື່ອຕອບສະໜອງໃຫ້ແກ່ສັງຄົມໄດ້ປະມານ 1-1,2 ລ້ານໂຕ, ໃນນີ້ມີປາພື້ນເມືອງປະມານ 30%, ໃນປີນີ້ກະຊວງກະສິກຳ ແລະ ປ່າໄມ້ ໄດ້ວາງຄາດ ໝາຍສູ້ຊົນ ປ່ອຍປາ ແລະ ສັດນ້ຳ ໃນທົ່ວປະເທດໃຫ້ໄດ້ 320 ລ້ານໂຕ, ສະເພາະຊ່ວງວັນປ່ອຍປາໃຫ້ໄດ້ 55 ລ້ານໂຕ. ສູນຄົ້ນຄ້ວາການປະມົງ ໄດ້ປະກອບສ່ວນໃນງານປ່ອຍປາແຫ່ງຊາດ ປະມານ 2 – 3 ແສນໂຕຕໍ່ປີ.
ສໍາລັບ ຊະນິດປາທີ່ນໍາມາປ່ອຍໃນປີນີ້ ປະກອບມີ: ປາບຶກ, ປາເຄິງ, ປາກົດ, ປາຊວາຍ, ປາເໝັ້ນ, ປາເພ້ຍ, ປາແກງ, ປາປາກ ແລະ ປາຊະນິດອື່ນໆ ຈຳນວນ 1 ແສນກວ່າໂຕ. ຍັງມີການປະກອບສ່ວນຂອງສູນພັດທະນາການກະເສດຫ້ວຍຊອນ-ຫ້ວຍຊົ້ວໃນການຮ່ວມປ່ອຍ ລູກປາບຶກຈຳນວນໜຶ່ງ ແລະ ບໍລິສັດ ວີຕາຟອດ ອັກກະໂລ ເອເຊຍ ປະກອບສ່ວນລູກປາກົດ ແລະ ປາເພ້ຍ ຈຳນວນ 5 ພັນໂຕ. ນອກຈາກນີ້ທາງສູນຄົ້ນຄວ້າປ່າໄມ້ ຍັງໄດ້ສະ ໜອງໄມ້ຂະຍຸງ ຈຳນວນ 7 ຕົ້ນ ເພື່ອປູກໃນມື້ນີ້ອີກດ້ວຍ.
ຂ່າວໂດຍ: ຈັນທະສອນ ມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້
ກວດແກ້ໂດຍ: ທ່ານ ນາງ ຂັນທະມາລີ ຈັນທະລັງສີ, ຮອງຫົວໜ້າ ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້