ສວນສາທິດ
ສະຖາບັນຄົ້ນຄວ້າກະສິກຳ,ປ່າໄມ້ ແລະພັດທະນາຊົນບົດ ເປີດຂະບວນການຮັກຊາດຮັກພັດທະນາ ແລະກະກຽມສະເຫຼີມສະຫຼອງວັນສ້າງຕັ້ງ ຄົບຮອບ 20ປີ
ໃນວັນທີ 11 ພຶດສະພາ 2018, ທີ ສໍານັກສະຖາບັນ ໄດ້ ມີພິທີເປີດບັ້ນຂະບວນການ ຮັກຊາດຮັກພັດທະນາ ແລະກະກຽມງານສະເຫຼີມສະຫຼອງ ວັນສ້າງຕັ້ງ ຄົບຮອບ20 ປີຂຶ້ນ ໂດຍການເປັນປະທານຂອງ ທ່ານ ປອ ບຸນຖອງ ບົວຫອມ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ,ປ່າໄມ້ແລະພັດທະນາຊົນນະບົດ ແລະຄະນະ ພ້ອມທັງ ຫົວໜ້າສູນຄະນະສູນ ພະແນກອ້ອມຂ້າງ ເຂົ້າຮ່ວມກວ່າ 160 ທ່ານ ການເປີດບັ້ນຂະບວນການດັ່ງກ່າວກໍ່ແມ່ນເພື່ອເປັນຂີດໝາຍອັນສຳຄັນໃນການເລີ້ມຕົ້ນ ຂະບວນການແລະກະກຽມວຽກງານດັ່ງກ່າວ ໃຫ້ງານສະເຫຼີມສະຫຼອງ20ປີ ເຕັມໄປດ້ວຍຄວາມໝາຍຄວາມສຳຄັນ, ໂດຍການກຳໜົດເຂດເຮັດສວນປູກໄມ້ແລະພືດຜັກຕ່າງໆອ້ອມຂ້າງສຳນັກສະຖາບັນໃຫ້ເປັນ ບ່ອນຮຽນຮູ້ແລະເຂົ້າເຖິ່ງແຫຼ່ງຂໍ້ມູນຕ່າງໆໄດ້ການນຳໃຊ້ເຕັກນິກແລະແນວພັນຕ່າງໆຜ່ານລະບົບ QR code. ຂະບວນດັ່ງກ່າວໄດ້ໃຊ້ເວລາທັງໝົດ ໜຶ່ງວັນເຕັມ ແລະຕອນບ່າຍກໍໄດ້ມີການຍ່າງເພືື່ອສຸກຂະພາບອ້ອມ ສຳນັກ ເພື່ອເປັນການສະເຽຫຼີມສະຫຼອງ ວັນສ້າງຕັ້ງຄົບຮອບ 19ປີ ໃນປີ 2018 ນີີ້.