ພິທີເຊັນສັນຍາຮ່ວມມື ລະຫວ່າງ ສະຖາບັນຄົ້ນຄວ້າກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດ ກັບ ບໍລິສັດສະຫະກອນ 3ເອຟ ກະສິກໍາຍືນຍົງຂອງລາວ ເພື່ອຮ່ວມກັນທົດລອງຜະລິດເມັດພັນ ສາລີແຂງລູກປະສົມ LVN10
ພິທີເຊັນສັນຍາຮ່ວມມື ລະຫວ່າງ ສະຖາບັນຄົ້ນຄວ້າກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດ ກັບ ບໍລິສັດສະຫະກອນ 3ເອຟ ກະສິກໍາຍືນຍົງຂອງລາວ ເພື່ອຮ່ວມກັນທົດລອງຜະລິດເມັດພັນ ສາລີແຂງລູກປະສົມ LVN10
ອີງຕາມພາລະບົດບາດຂອງ ສະຖາບັນຄົ້ນຄວ້າກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດ ໃນການຮັບຜິດວຽກງານຄົ້ນຄວ້າແນວພັນພືດ ແນວພັນສັດ ແລ້ວຕອບສະໜອງແນວພັນຕ່າງໆ ໃຫ້ກັບສັງຄົມ, ພິເສດສະຖາບັນ ເປັນເສນາທິການໃນການຮັບຜິດຊອບ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ (2021-2023) ໂດຍສະເພາະ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ດ້ານການຄົ້ນຄວ້າ ແລະ ຜະລິດ ແນວພັນພືດ, ແນວພັນສັດ ແລະ ແນວພັນໄມ້.
ປະຈຸບັນເນື້ອທີການຜະລິດສາລີແຂງທົ່ວປະເທດປະມານ 110.910 ຮຕ (2021) ມີຄວາມຕ້ອງການເມັດພັນປະມານ 2.200 ໂຕນ ແຕ່ສະຖາບັນ ມີຄວາມສາມາດໃນການຜະລິດພຽງແຕ່ ປີລະ 5 ຫາ 10 ໂຕນ (ບໍ່ຮອດ 1% ຂອງຄວາມຕ້ອງການ) ເນື່ອງຈາກມີຂໍ້ຈໍາກັດດ້ານພື້ນທີການຜະລິດເມັດພັນ (ພື້ນທີເຮັດການຄົ້ນຄວ້າ ແລະ ພື້ນທີຜະລິດເມັດພັນແມ່ນອັນດ່ຽວກັນ).
ເມື່ອເຫັນໄດ້ເຖີງບັນຫາແນວພັນ ທາງສະຖາບັນຈຶ່ງ ໄດ້ຫາຜູ້ປະກອບການທີ່ມີຄວາມສົນໃຈຮ່ວມມື ແລະ ໄດ້ ບໍລິສັດສະຫະກອນ 3 ເອຟ ກະສິກໍາຍືນຍົງ ມີຈຸດປະສົງ ຕ້ອງການຮ່ວມມືໃນການຜະລິດເມັດພັນ ສາລີແຂງລູກປະສົມ LVN10 ກັບ ສະຖາບັນ ເພື່ອຕອບສະຫນອງເມັດພັນທີ່ມີຄຸນນະພາບໃຫ້ກັບສັງຄົມ ແລະ ຕອບສະໜອງວາລະແຫ່ງຊາດ ດ້ານການຄົ້ນຄວ້າ ແລະ ຜະລິດ ແນວພັນພືດ, ແນວພັນສັດ ແລະ ແນວພັນໄມ້.
ໃນຕອນເຊົ້າ ຂອງວັນທີ 25 ມັງກອນ 2023 ທີ່ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ມີພິທີເຊັນສັນຍາ ການຮ່ວມ “ ທົດລອງຜະລິດເມັດພັນສາລີແຂງລູກປະສົມ LVN10 ລະຫວ່າງສະຖາບັນ ແລະ ບໍລິສັດສະຫະກອນ 3 ເອຟ ກະສິກໍາຍືນຍົງ” ການລົງນາມຮ່ວມມືດັ່ງກ່າວໂດຍ ທ່ານ ປອ.ນາງ ໃຈ ບຸນພະນຸໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ ຂັນທອງ ສີປະເສີດ ອໍານວຍການ ບໍລິສັດສະຫະກອນ 3 ເອຟ ກະສິກໍາຍືນຍົງ, ມີຮອງຫົວໜ້າສະຖາບັນ, ຫົວໜ້າສູນ, ຮອງສູນ, ຫົວໜ້າພະແນກ, ຫ້ອງການ, ພະນັກງານ ວິຊາການ ແລະ ຜູ້ປະກອບການເຂົ້າຮ່ວມເປັນສັກຂີພະຍານ.
ພາບ-ຂ່າວໂດຍ: ຈັນທະສອນ ມະນີວົງ
ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້