ຝຶກອົບຮົມການຜະລິດພືດຜັກທີ່ເຊື່ອມໂຍງເຂົ້າສູ່ຕະຫຼາດ ແລະ ການປຶກສາຫາລືການສ້າງຄູຝຶກທາງດ້ານການຜະລິດພືດຜັກ

ຝຶກອົບຮົມການຜະລິດພືດຜັກທີ່ເຊື່ອມໂຍງເຂົ້າສູ່ຕະຫຼາດ ແລະ ການປຶກສາຫາລືການສ້າງຄູຝຶກທາງດ້ານການຜະລິດພືດຜັກ

WhatsApp Image 2022-08-29 at 10.29.32 (1) WhatsApp Image 2022-08-29 at 10.29.30 WhatsApp Image 2022-08-29 at 10.29.31 (2)

          ໃນວັນທີ່ 25 ສິງຫາ 2022, ທີ່ຜ່ານມາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ (ສຜໝ), ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ (ສກປພ) ຮ່ວມກັບໂຄງການປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (KRC) ໄດ້ຈັດຝຶກອົບຮົມໃຫ້ແກ່ພະນັກງານນໍາພາຂັ້ນສູນ, ແຂວງ, ເມືອງ  ໃນຫົວຂໍ້ ການຜະລິດພືດຜັກທີ່ເຊື່ຶອມໂຍງເຂົ້າສູ້ຕະຫຼາດ ຂຶ້ນທີ່ຫ້ອງປະຊຸມຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໂດຍການເປັນປະທານຂອງ ທ່ານ ປອ ນ. ໃຈ ບຸນພະນຸໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 28 ທ່ານ, ຍິງ 5 ທ່ານ, ຈາກຫຼາຍພາກສ່ວນ ເຊັນ: ສູນຄົ້ນຄວ້າການປ່ຽນແປງດິນຟ້າອາກາດ ແລະ ສູນຄົ້ນຄວ້າພືດຜັດ ແລະ ໄມ້ໃຫ້ໝາກ ສກປພ, ສູນພັດທະນາກະສິກໍໜອງແຫ້ວ ກົມສົ່ງເສີມ ແລະ ສະຫະກອນ, ຂະແໜງປູກຝັງ ແລະ ຂະແໜງພັດທະນາຊົນນະບົດ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ຫາດຊາຍຟອງ, ເມືອງໄຊເສດຖາ ແລະ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ແລະ ໂຮງຮຽນເຕັກນິກດົງຄໍາຊ້າງ.

ການຝຶກອົບຮົມໄດ້ດໍາເນີນເປັນເວລາ 1 ວັນ ໂດຍການເປັນຄູຝຶກຂອງຊຽວຊານຈາກປະເທດເກົາຫຼີ. ຈຸດປະສົງເພື່ອສ້າງຄວາມເຂັ້ມແຂງ ແລະ ຄວາມເຂົ້າໃຈທາງດ້ານການຜະລິດພືດຜັກທີ່ເຊື່ອມໂຍງການຕະຫຼາດ ເຊິ່ງຜູ້ເຂົ້າຮ່ວມໄດ້ແລກປ່ຽນ ແລະ ຮຽນຮູ້ກ່ຽວກັບ ແນວໂນ້ມ ແລະ ສິງທ້າທາຍໃນວຽກງານຂອງຂະແໜງກະສິກໍາ, ປະສົບການໃນການສົ່ງເສີມ ແລະ ການໃຫ້ຄໍາປຶກສາທາງດ້ານກະສິກໍາຢູ່ປະເທດເກົາຫຼີໃຕ້, ການຄົ້ນຄວ້າ ແລະ ການພັດທະນາເຄື່ອງກົນຈັກເຂົ້າໃນການຜະລິດກະສິກໍາຂອງປະເທດເກົາຫຼີໃຕ້, ເຕັກນິກຫຼັງການເກັບກ່ຽວ ແລະ ການເຂົ້າເຖິງຕະຫຼາດຂອງພືດຜັກ ແລະ ເຕັກນິກການຜະລິດແນວພັນຜັກບົ່ວແບ່ງ. ນອກຈາກນັ້ນ, ໄດ້ປຶກສາຫາລືກ່ຽວກັບການສ້າງຄູຝຶກສະເພາະດ້ານ ເຊັ່ນ: ທາງດ້ານເຕັກການປູກພືດຜັກ, ການນໍ້າເຄືອງຈັກເຂົ້າໃນການຜະລິດພືດຜັກ, ການຈັດການດິນ, ການຈັດການພະຍາດພືດ, ການຈັດການແມງໄມ້ສັດຕູພືດ ແລະ ເຕັກນິກການປູກພືດຜັກໃນເຮືອນຮົ່ມ ເພື່ອໃຫ້ແຕ່ລະພາກສ່ວນສົ່ງລາຍຊື່ພະນັກງານວິຊາການທີ່ຈະສ້າງເປັນຄູຝຶກເພື່ອເຂົ້າຮ່ວມ ເຊິ່ງເປົ້າໝາຍຈະໄດ້ຈັດຕັ້ງປະຕິບັດໃນລະຫວ່າງ ເດືອນກັນຍາ ຫາ ເດືອນທັນວາ 2022 ຂຶ້ນທີ່ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໂດຍຊຽວຊານຈາກປະເທດເກົາຫຼີໃຕ້. ເຊິ່ງການຝຶກອົບຮົມໃນຄັ້ງນີ້ຈະເປັນບາດກ້າວໜຶ່ງໃນການນໍາເອົາບົດຮຽນເພື່ອໄປເຜີຍແຜ່ ແລະ ນໍາໄປປັບໃຊ້ເຂົ້າໃນການຜະລິດພືດຜັກຊາວກະສິກອນໃຫ້ມີປະສິດທິພາບທີດີຂຶ້ນ.

WhatsApp Image 2022-08-29 at 10.29.32 WhatsApp Image 2022-08-29 at 10.29.31 WhatsApp Image 2022-08-29 at 10.29.31 (1)

ພັດທະນາ ແສງອຸ່ນແກ້ວ

ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ

ໂລໂກ 20 ສກປພ ປີ
nafri20y
ລະບົບຖານຂໍ້ມູນຕ່າງໆ
ການປ່ຽນແປງດິນຟ້າອາກາດ
climate-change
Tags
10 ປີ ຕາບີ ACIAR AFACI KOPIA nafri TABI tabi project TAP-AIS ກອງປະຊຸມຂະແໜງການຍ່ອຍວຽກງານຊີວະນາໆພັນກະສິກຳ ກອງປະຊຸມປະເມີນຜົນການຄົ້ນຄວ້າປະຈຳປີ 2021 ພາຍໃຕ້ການຮ່ວມມືລະຫວ່າງ ສູນຄົ້ນຄວ້າກະສິກຳສາກົນເກົາຫຼີ (KOPIA) ແລະ ສະຖາບັນຄົ້ນຄວ້າ ກະສິກຳປ່າໄມ້ ກອງປະຊຸມ ຜົນສຳເລັດການຈັດຕັ້ງປະຕິບັດໂຄງການຕາບີ 20 ປີ ເລີ່ມແຕ່ປີ 2009-2020 ກອງປະຊຸມລິເລີ່ມ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ ກອງປະຊຸມວິຊາການຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2016-2020 ການຄັດເລືອກສາຍພັນໝາກເລັ່ນແບບມີສວນຮ່ວມຂອງຊາວກະສິກອນ ຢູ່ສູນຄົ້ນຄວ້າກະສິກໍາເຂດເນີນສູງ ແຂວງຫຼວງພະບາງ ການຝຶກອົບຮົມ ການສ້າງຄວາມເຂັ້ມແຂງທາງດ້ານເຕັກນິກການແປຮູບກ້ວຍຕາກ ໃຫ້ແກ່ຊາວກະກອນ ເມືອງ ສານາຄາມ ແຂວງວຽງຈັນ ຂະບວນການ ຂະບວນປູກຕົ້ນໄມ້ສູນໄມ້ໃຫ້ໝາກ ຂ່າວ ງານປະກວດເຂົ້າແຊບ ງານວາງສະແດງ ແລະ ປະກວດເຂົ້າແຊບ ຂອງຊາວກະສິກອນລາວ ປະຈໍາປີ 2020 ທີ່ ສະຖາບັນຄົ້ນຄວ້າກະສິກໍາ ຊາວໜຸ່ມ ຊາວໜຸ່ມ ສກປພແລະ ຊາວໜຸ່ມສູນພັດທະນາແລະບໍລິການດ້ານການກະເສດ ຕາບີ ນະຄອນຫຼວງວຽງຈັນ ນະວັດຕະກຳ ເປີດໂອກາດດ້ານການພັດທະນາກະສິ ກຳ ໃນສປປ ລາວ ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ຮ່ວມກັບອົງການກອງທຶນອະນຸລັກທຳມະຊາດໂລກ ປະຈຳ ສປປ ລາວ (WWF-Laos) ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການ ຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງ ແບບຍຶນຍົງ ໄລຍະທີ VI ແຕ່ປີ 2022-2023. ຝຶກອົບຮົມການຜະລິດຜັກໃຫ້ເປັນສິນຄ້າໃນເງືອນໄຂຂອງການປ່ຽນແປງດິນຟ້າອາກາດ ພິທີປ່ອຍປາ ພິທີມອບ-ຮັບ ເຄື່ອງຈັກ ແລະ ອຸປະກອນໃນການຜະລິດກະສິກຳ ຈາກ ສ.ເກົາຫຼີ ໃຫ້ແກ່ ສູນຄົ້ນຄວ້າເຂົ້າ ພິທີເປີດການກໍ່ສ້າງໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເຂດເມືອງຫາດຊາຍຟອງ ວັນປ່ອຍປາ ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ ປະຈໍາປີ 2020 ວັນອາຫານໂລກ ສວນສາທິດ ສູນຄົ້ນຄວ້າການປະມົງ ສູນຄົ້ນຄວ້າປະມົງຈັດພິທີປ່ອຍປາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ສູນພືດຜັກ ແລະ ໄມ້ໃຫ້ໝາກ ສ້າງຄວາມເຂັ້ມແຂງດ້ານການຜະລິດລູກປາໃຫ້ຊາວກະສິກອນຢູ່ບ້ານບວກ ເມືອງຊ່ອນ ແຂວງຫົວພັນ. ເມືອງຫາດຊາຍຟອງ ໂຄງການ ACIAR ມອບເຄື່ອງຊ່ວຍປ້ອງກັນພະຍາດ ໂຄວິດ-19 ໃຫ້ NARFRI ໂຄງການຄົ້ນຄວ້າການຈັດການດິນ ແລະ ນ້ຳ ໂຄງການຕາບີ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ
Jun 7, 2023 - Wed
Please add free or paid OpenWeatherMap API key in the plugin settings!

National Agriculture and Forestry Research Institute

Nongviengkham Village

Xaythany District

Vientiane Capitol

Phone:+856 21 770094,770074

Email: manoluck2005@gmail.com; luckie_2005@hotmail.com